• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມພ້ອມແລ້ວທີ່ຈະຮັບ ພົນລະເມືອງ ຫວຽດນາມ ກັບຄືນເມືອປະເທດຜ່ານສະໜາມບິນສາກົນ ເວິນໂດ່ນ

      ໂດຍປະຕິບັດຕາມຄຳຊີ້ນຳຂອງ ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ, ສະໜາມບິນສາກົນ ເວິນໂດ່ນ ແມ່ນສະຖານທີ່ໜຶ່ງດຽວຢູ່ພາກເໜືອ ທີ່ຈະຈັດຕັ້ງການຕ້ອນຮັບປະຊາຊົນ ແລະ ແຂກທ່ອງທ່ຽວ ຫວຽດນາມ ມາຈາກເຂດເກີດເຊື້ອພະຍາດກັບຄືນມາປະເທດ. 

ການຂ້າໄວຣັ້ດຢູ່ສະໜາມບິນສາກົນ ເວິນໂດ່ນ (ພາບ: Vietnamnet ) 
      ປະຈຸບັນ, ທາງແຂວງພວມເດັດດ່ຽວວາງອອກຫຼາຍມາດຕະການປ້ອງກັນ, ຕ້ານພະຍາດອັກເສບປອດທີ່ເກີດຈາDesignກເຊື້ອໄວຣັດ Corona ສາຍພັນໃໝ່ (2019 - nCoV), ໃນນັ້ນມີການນຳເຂົ້າເຄື່ອງຈັກວິໄຈ ໄວຣັດໂດຍໄວໃນຮອບ 4 ຊົ່ວໂມງ. ໃນກໍລະນີກວດພົບຄົນເຈັບທີ່ຕິດເຊື້ອພະຍາດດັ່ງກ່າວຈະສົ່ງຜົນການກວດໄປຍັງສະຖາບັນອານາໄມເຊື້ອພະຍາດວິທະຍາສູນກາງ.
        ທ່ານຟ້າມງອັກເສົ໊າ, ຜູ້ອຳນວຍການສະໜາມບິນສາກົນເວິນໂດ່ນໃຫ້ຮູ້ວ່າ:
        “ໜ້າທີ່ຂອງສະໜາມບິນຕົ້ນຕໍແມ່ນເຮັດແນວໃດເພື່ອຕອບສະໜອງໃຫ້ບັນດາຖ້ຽວບິນ ລົງຈອດ; ຮັບປະກັນວຽກງານສຸຂະອານາໄມ, ບໍ່ປະໃຫ້ຕິດເຊື້ອພະຍາດ, ຂ້າໄວຣັດໃນສິນຄ້າ, ເຄື່ອງຂອງ ແລະ ຜູ້ໂດຍສານ. ຖ້ຽວບິນສາກົນໄດ້ແຍກອອກຢູ່ຕ່າງຫາກ ເພື່ອສ້າງເຂດແຍກຕົວຕ່າງຫາກ, ເມື່ອຖ້ຽວບິນໃດລົງຈອດແລ້ວ ຕ້ອງຂ້າໄວຣັດເສຍກ່ອນຈຶ່ງສາມາດບິນຖ້ຽວຕໍ່ໄປ.
 (ແຫຼ່ງຄັດຈາກ VOV)

ຖະ​ແຫຼງຂ່າວໃຫ້​ຕ່າງ​ປະ​ເທດ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ປັດ​ໄຈ​ຍຸດ​ທະ​ສາດ​ໃນ​ພະ​ລັງ​ງານ​​ແຮງອ່ອນ​ສັງ​ລວມ​ແຫ່ງ​ຊາດ

ຖະ​ແຫຼງຂ່າວໃຫ້​ຕ່າງ​ປະ​ເທດ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ປັດ​ໄຈ​ຍຸດ​ທະ​ສາດ​ໃນ​ພະ​ລັງ​ງານ​​ແຮງອ່ອນ​ສັງ​ລວມ​ແຫ່ງ​ຊາດ

ພິທີມອບລາງວັນແຫ່ງຊາດກ່ຽວກັບການຖະແຫຼງຂ່າວໃຫ້ຕ່າງປະເທດຄັ້ງທີ XI ປີ 2025 ໄດ້ດຳເນີນໃນຕອນຄ່ຳວັນທີ 12 ທັນວາ, ຢູ່ຮ່າໂນ້ຍ. ເມື່ອກ່າວຄຳເຫັນໃນເຫດການນີ້, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເນັ້ນໜັກວ່າ ວຽກງານຖະແຫຼງຂ່າວໃຫ້ຕ່າງປະເທດແມ່ນປັດໄຈຍຸດທະສາດໃນກຳລັງແຮງອ່ອນແຫ່ງຊາດ. ທ່ານກໍສະເໜີໃຫ້ສ້າງຖັນແຖວພະນັກງານເຮັດວຽກງານຖະແຫຼງຂ່າວຕ່າງປະເທດ ທີ່ມີຈັນຍາບັນ, ມີພູມປັນຍາຢ່າງຫຼັກແຫຼມ, ມີຫົວຄິດປະດິດສ້າງ, ມີຄວາມຮັບຜິດຊອບ, ມີຄວາມສຸດຈິດສຸດໃຈ, ມີວິໄສທັດ.

Top