• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມປະຕິບັດບັນດາມາດຕະການປ້ອງກັນຄວບຄຸມໂລກລະບາດໄວຣັດໂຄໂຣນາສາຍພັນໃຫມ່ຢ່າງຂ້ຽວຂາດ

ວັນທີ 8 ກຸມພາ ກະຊວງສາທາລະນະສຸກ ຫວຽດນາມໄດ້ຈັດກອງປະຊຸມໂດຍກົງທາງເຄື່ອຂ່າຍອິນເຕີແນດກັບ 700 ຫົວຫນ່ວຍຢູ່ບັນດາໂຮງໝໍຈາກສູນກາງ ລົງຮອດເມືອງຕ່າງໆ ເພື່ອແນະນຳວິທີປິ່ນປົວ ແລະ ປ້ອງກັນ ຄວບຄຸມໂລກລະບາດໄວຣັດ ໂຄໂຣນາ ສາຍພັນໃຫມ່.


 ທ່ານ ສາດສະດາຈານ ປອ ຫງວຽນແທງລອງ, ຮອງລັດຖະມົນຕີ ກະຊວງສາທາລະນະສຸກ ຫວຽດນາມ ກ່າວຄຳເຫັນທີ່ກອງປະຊຸມ

ພາບ:moh.gov.vn


ເຂົ້າຮ່ວມ ກອງປະຊຸມນີ້ ມີຜູ້ຕາງຫນ້າ ອົງການອະນາໄມໂລກ, ບັນດາຜູ້ຊ່ຽວຊານ, ພະນັກງານການແພດ ຢູ່ບັນດາໂຮງໝໍ, ມະຫາວິທະຍາໄລ, ຜູ້ຕາງຫນ້າຄະນະກຳມະການປະຊາຊົນ, ພະແນກສາທາລະນະສຸກ, ສູນກວດກາພະຍາດບັນດາແຂວງ, ນະຄອນ, ສຸກສາລາທ້ອງຖິ່ນຕ່າງໆ. ກ່າວຄຳເຫັນນະທີ່ນີ້ ທ່ານ ສາດສະດາຈານ ປອ ຫງວຽນແທງລອງ, ຮອງລັດຖະມົນຕີ ກະຊວງສາທາລະນະສຸກ ເນັ້ນຫນັກວ່າ:ການປ້ອງກັນ ຄວບຄຸມໂລກລະບາດຢູ່ຫວຽດນາມພວມໄດ້ຮັບການປະຕິບັດຢ່າງຂ້ຽວຂາດ ດ້ວຍຫລາຍມາດຕະການ ແລະ ເລືອກເຟັ້ນບັນດາວິທີການປິ່ນປົວໃຫ້ເໝາະສົມ. ໃນສະພາບການໂລກລະບາດແຜ່ລາມອອກຢ່າງວ່ອງໄວຄືປະຈຸບັນ, ມາດຕະການແຍກຕົວແມ່ນມີປະສິດທິຜົນ ເພື່ອສະກັດກັ້ນ, ຄວບຄຸມໂລກລະບາດ. ຫວຽດນາມໄດ້ສ້າງຕັ້ງລະບົບແຍກຕົວເປັນ 3 ຂອດ: ທີຫນຶ່ງ ແມ່ນແຍກຕົວບັນດາຜູ້ຖືກສົງໃສ່ວ່າຕິດເຊື້ອ ໄວຣັດ ໂຄໂຣນາສາຍພັນໃຫມ່ ຕ້ອງເຝົ້າຕິດຕາມອາການຢູ່ຮາກຖານສາທາລະນະສຸກ. ທີສອງ ແມ່ນບັນດາພົນລະເມືອງຫວຽດນາມ,ຊາວຕ່າງປະເທດໄປຜ່ານ ຫລື ມາຈາກ ແຂວງ ຮູ່ເປີຍ ກັບຄືນມາຫວຽດນາມຕ້ອງເຝົ້າຕິດຕາມອາການຢູ່ສະຖານທີ່ເຕົ້າໂຮມໂດຍຄະນະກຳມະການປະຊາຊົນ, ນະຄອນ ໄດ້ກຳນົດ. ທີສາມ ຜູ້ທີ່ຢູ່ບັນດາເຂດອື່ນໃນຈີນ ກັບມາຫວຽດນາມ ຕ້ອງແຍກຕົວເຝົ້າຕິດຕາມອາການຢູ່ຄອບຄົວ.

ປະຈຸບັນ ຫວຽດນາມ ມີ 14 ຄົນ ຖືກຕິດໄວຣັດ ໂຄໂຣນາ ສາຍພັນໃຫມ່ ສະເພາ ແຂວງ ຫວີງຟຸກ ມີ 9 ຄົນ.

(ແຫຼ່ງຄັດຈາກ VOV)

ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ​ຕາມ​ທິດ​ເປັນ​ເຈົ້າ​ການ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ ທັນ​ສະ​ໄໝ

ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ​ຕາມ​ທິດ​ເປັນ​ເຈົ້າ​ການ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ ທັນ​ສະ​ໄໝ

ທ່ານເລຂາທິການໃຫຍ່ ໂຕເລິມ ໃຫ້ຮູ້ວ່າເພື່ອປະຕິບັດບັນດາເປົ້າໝາຍສ້າງກອງທັບປະຊາຊົນ ຫວຽດນາມປະຕິວັດ, ເປັນກຳລັງຫຼວງ, ຍອດຢ້ຽມ, ທັນສະໄໝ, ພັກ, ລັດມີຄວາມເອົາໃຈໃສ່ເປັນພິເສດເຖິງການກໍ່ສ້າງ, ພັດທະນາຂະແໜງອຸດສາຫະກຳປ້ອງກັນຊາດ.

Top