• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມປະຕິບັດນະໂຍບາຍເຄົາລົບແລະຮັບປະກັນສິດເສລີໃນການເຫຼື້ອມໃສສາສະໜາຂອງປະຊາຊົນຢ່າງສະເໝີຕົ້ນສະເໝີປາຍ

      ພຸດທະສາສະໜາຫວຽດນາມ ດ້ວຍມູນເຊື້ອເກືອບ 2000 ປີ ຍາມໃດກໍສະໜິດຕິດພັນ, ຮ່ວມກັບຊາດ.

ທ່ານຮອງນາຍົກລັດຖະມົນຕີ,ຜູ້ປະຈຳການລັດຖະບານ ເຈືອງຮ່ວາບິງ ກ່າວຄຳເຫັນທີ່ພິທີ
(ພາບ: VGP/ Le Son)
      ຕອນເຊົ້າວັນທີ 29 ພຶດສະພາ, ທີ່ວັດກວ໋ານຊື໋ (ນະຄອນຫຼວງຮ່າໂນ້ຍ, ຫວຽດນາມ), ສູນກາງສະມາຄົມພຸດທະສາສະໜາຫວຽດນາມ ໄດ້ຈັດຕັ້ງພິທີສະເຫຼີມສະຫຼອງວັນບຸນວິສາຂະບູຊາ, ພສ 2562, ຄສ 2018. ເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ພິທີ, ທ່ານຮອງນາຍົກລັດຖະມົນຕີ,ຜູ້ປະຈຳການລັດຖະບານຫວຽດນາມ ເຈືອງຮ່ວາບິງ ຢືນຢັນວ່າ: ພຸດທະສາສະໜາຫວຽດນາມ ດ້ວຍມູນເຊື້ອເກືອບ 2000 ປີ ຍາມໃດກໍສະໜິດຕິດພັນ, ຮ່ວມກັບຊາດ. ທ່ານຮອງນາຍົກລັດຖະມົນຕີ ເຈືອງຮວ່າບິງ ເນັ້ນໜັ້ກວ່າ:
        ພັກ, ລັດປະຕິບັດນະໂຍບາຍເຄົາລົບ ແລະ ຮັບປະກັນສິດເສລີເຫຼື້ອມໃສສາສະໜາຂອງປະຊາຊົນຢ່າງສະເໝີຕົ້ນສະເໝີປາຍ, ຮັບປະກັນການເຄື່ອນໄຫວທາງສາສະໜາຖືກຕ້ອງຕາມກົດໝາຍ, ຮັກສາ ແລະ ເສີມຂະຫຍາຍບັນດາຄຸນຄ່າຕັ້ງໜ້າທີ່ເປັນມູນເຊື້ອຂອງຊາດ.ເນື່ອງໃນວັນບຸນວິສາຂະບູຊາ, ຂ້າພະເຈົ້າສະເໜີໃຫ້ບັນດາກະຊວງ, ຂະແໜງການຂັ້ນສູນກາງ ແລະ ຄະນະພັກຂັ້ນຕ່າງໆຕະຫຼອດຮອດທ້ອງຖິ່ນ ຈົ່ງເອົາໃຈໃສ່ແນະນຳ, ຊ່ວຍເຫຼືອສ້າງເງື່ອນໄຂໃຫ້ບັນດາສາສະໜາເວົ້າລວມ ແລະ ພຸດທະສາສະໜາເວົ້າສະເພາະ ໄດ້ເຄື່ອນໄຫວຖືກຕ້ອງຕາມກົດໝາຍ, ສ້າງສະພາບແວດລ້ອມການເຄື່ອນໄຫວທາງສາສະໜາ, ການເຫຼື້ອມໃສຂອງຊາວຫວຽດນາມເປັນປົກກະຕິ, ປອດໃສ ແລະ ພ້ອມກັນສ້າງສາປະເທດຊາດໃຫ້ພັດທະນາ, ປະກອບສ່ວນກໍ່ສ້າງໂລກສັນຕິພາບ”.
 (ແຫຼ່ງຄັດຈາກ VOV)

ໄຂກອງປະຊຸມສະໄໝສາມັນເທື່ອທີ 10 ສະພາແຫ່ງຊາດ ຫວຽດນາມ ຊຸດທີ 15

ໄຂກອງປະຊຸມສະໄໝສາມັນເທື່ອທີ 10 ສະພາແຫ່ງຊາດ ຫວຽດນາມ ຊຸດທີ 15

ຕອນເຊົ້າວັນທີ 20 ຕຸລາ, ຢູ່ຫໍປະຊຸມ ຢຽນຮົ່ງ, ຮ່າໂນ້ຍ, ສະພາແຫ່ງຊາດ ຫວຽດນາມ ໄດ້ໄຂກອງປະຊຸມສະໄໝສາມັນເທື່ອທີ 10, ເຊິ່ງແມ່ນກອງປະຊຸມຄັ້ງສຸດທ້າຍຂອງສະພາແຫ່ງຊາດ ຫວຽດນາມ ຊຸດທີ 15. ກອງປະຊຸມວຽກງານຫຼາຍທີ່ສຸດຂອງ ອາຍຸການ, ຄາດວ່າ ດຳເນີນເປັນເວລາປະມານ 40 ວັນ. ເຂົ້າຮ່ວມວາລະໄຂກອງປະຊຸມ, ມີທ່ານເລຂາທິການໃຫຍ່ພັກກອມມູນິດ ຫວຽດນາມ ໂຕເລິມ, ທ່ານປະທານປະເທດ ເລືອງເກື່ອງ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ແລະ ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ.

Top