• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມຖື ການພົວພັນກັບອາເມລິກາເປັນສຳຄັນເຖິງວ່າ ໃຜຊະນະການເລືອກຕັ້ງກໍ່ຕາມ

      ທ່ານນາງ ເລທິທູຮັງ ກໍ່ຢັ້ງຢືນຕໍ່ຂ່າວຄາວວ່າ ທ່ານ Robert Obrien  ທີ່ປຶກສາຄວາມໝັ້ນຄົງ ແຫ່ງຊາດ, ທູດພິເສດຂອງ ປະທານາທິບໍດີ ອາເມລິກາຈະມາຢ້ຽມຢາມ ຫວຽດນາມໃນ ຊຸມມື້ຈະມາເຖິງ ແລະ ຈະມີການພົບປະກັບການນຳ, ຜູ້ຕາງໜ້າບັນດາກະຊວງ, ຂະແໜງການຂອງ ຫວຽດນາມ.

ທ່ານນາງເລທິທູຮັ່ງ ໂຄສົກກະຊວງການຕ່າງປະເທດ ຫວຽດນາມ ກ່າວຄຳເຫັນທີ່ການຖະແຫຼງຂ່າວ
(ພາບ: TTXVN)
      ໃນການຖະແຫຼງຂ່າວທີ່ດຳເນີນໃນຕອນບ່າຍວັນທີ 19 ພະຈິກ ຢູ່ຮ່າໂນ້ຍ, ທ່ານນາງເລທິທູຮັ່ງ ໂຄສົກກະຊວງການຕ່າງປະເທດ ຫວຽດນາມ ອີກຄັ້ງໜຶ່ງໄດ້ຢັ້ງຢືນເຖິງການພົວພັນອັນດີງາມ ລະຫວ່າງ ຫວຽດນາມ ແລະ ອາເມລິກາ, ເຖິງວ່າ ໃຜຊະນະການເລືອກຕັ້ງປະທານາທິບໍດີ ອາເມລິກາທີ່ໄດ້ຈັດຕັ້ງໃນວັນທີ 3 ພະຈິກ ຜ່ານມາກໍ່ຕາມ. ທ່ານນາງ ຫງວຽນທິທູຮັ່ງກ່າວວ່າ
        ຫວຽດນາມເຄົາລົບການຕັດສິນຂອງປະຊາຊົນອາເມລິກາ ແລະ ຢັ້ງຢືນວ່າ ເຖິງວ່າໃຜຊະນະການເລືອກຕັ້ງນັ້ນ ອາເມລິກາຍັງສືບຕໍ່ແມ່ນໜຶ່ງ ໃນບັນດາຄູ່ຮ່ວມມືສຳຄັນແຖວໜ້າ ແລະ ມີການພົວພັນທີ່ດີງາມກັບ ຫວຽດນາມ ບົນ ຈິດໃຈມີຄວາມເຂົ້າໃຈ ແລະ ເຄົາລົບເຊິ່ງກັນແລະກັນ.
        ທ່ານນາງ ເລທິທູຮັງ ກໍ່ຢັ້ງຢືນຕໍ່ຂ່າວຄາວວ່າ ທ່ານ Robert Obrien  ທີ່ປຶກສາຄວາມໝັ້ນຄົງ ແຫ່ງຊາດ, ທູດພິເສດຂອງ ປະທານາທິບໍດີ ອາເມລິກາຈະມາຢ້ຽມຢາມ ຫວຽດນາມໃນ ຊຸມມື້ຈະມາເຖິງ ແລະ ຈະມີການພົບປະກັບການນຳ, ຜູ້ຕາງໜ້າບັນດາກະຊວງ, ຂະແໜງການຂອງ ຫວຽດນາມ. ຈຸດປະສົງຂອງການຢ້ຽມຢາມແມ່ນຊຸກຍູ້ການພົວພັນລະຫວ່າງ ຫວຽດນາມ ແລະ ອາເມລິກາໃນສະພາບທີ່ ສອງປະເທດສະເຫຼີມສະຫຼອງ ວັນສ້າງຕັ້ງການພົວພັນທາງການທູດ ຄົບຮອບ 25 ປີ.
 (ແຫຼ່ງຄັດຈາກ VOV)

IAEA ຖອນ​ຕົວ​ນັກ​ກວດ​ກາ​ນິວ​ເຄຼຍ ອອກ​ຈາກ​ອີ​ຣານ ຍ້ອນຄວາມ​ວິ​ຕົກ​ກັງ​ວົນ​ຕໍ່​ບັນ​ຫາ​ຄວາມ​ປອດ​ໄພ

IAEA ຖອນ​ຕົວ​ນັກ​ກວດ​ກາ​ນິວ​ເຄຼຍ ອອກ​ຈາກ​ອີ​ຣານ ຍ້ອນຄວາມ​ວິ​ຕົກ​ກັງ​ວົນ​ຕໍ່​ບັນ​ຫາ​ຄວາມ​ປອດ​ໄພ

ວັນທີ 4 ກໍລະກົດ, ອົງການພະລັງງານປະລະມານູສາກົນ (IAEA) ໃຫ້ຮູ້ວ່າ ອົງການນີ້ໄດ້ຖອນຕົວນັກກວດການິວເຄຼຍອອກຈາກອີຣານ ຍ້ອນຄວາມວິຕົກກັງວົນຕໍ່ບັນຫາກ່ຽວກັບຄວາມປອດໄພ.

Top