• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມຕ້ອນຮັບນັກທ່ອງທ່ຽວສາກົນມາຢ້ຽມຢາມຫວຽດນາມຫລາຍສຸດໃນຫລາຍປີຜ່ານມາ

ນັກ​ທ່ອງ​ທ່ຽວ​ສາ​ກົນ​ມາ​ຢ້ຽມ​ຢາມ​ຫວຽດ​ນາມ​
ພາບ​ປະ​ກອບ:baoquandoi
           ​​ນັກ​ທ່ອງ​ທ່ຽວ​ມາ​ຢ້ຽມ​ຢາມ​ຫວຽດ​ນາມ ໃນ​ເດືອນ 2/2017 ຄາດ​ວ່າ​ບັນ​ລຸ 1,2 ລ້ານ​ເທື່ອ​ຄົນ, ເພີ່ມ​ຂຶ້ນ 42,2% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ກາຍ. ເດືອນ 2 ແມ່ນ​ເດືອນ​ທີ່​ຕ້ອນ​ຮັບ​ນັກ​ທ່ອງ​ທ່ຽວ​ສາ​ກົນ​ຫລາຍ​ສຸດ​ໃນ​ຫລາຍ​ປີ​ມານີ້ ຍ້ອນ​ຫວຽດ​ນາມ ພວມ​ໃນ​ລະ​ດູ​ແຫ່ງ​ງານ​ບຸນ ດ້ວຍ​ຫລາຍ​ເຫດ​ການ​ດຶງ​ດູດ​ນັກ​ທ່ອ​ງ​ທ່ຽວສາ​ກົນ​ເປັນ​ຈຳ​ນວນ​ຫລວງ​ຫລາຍ. ທີ່​ການ​ປະ​ຊຸມ​ຂ່າວ​ປະ​ຈຳ​ເດືອນ​ຂອງ​ລັດ​ຖະ​ບານ​ດຳ​ເນີນ​ໃນ​ວັນ​ທີ 1/3, ທ່ານ ມາຍ​ຕຽນ​ຢູງ, ລັດ​ຖະ​ມົນ​ຕີ, ຫົວ​ຫນ້າ​ຫ້ອງວ່າ​ການ​ລັດ​ຖະ​ບານ ຕີ​ລາ​ຄາ​ວ່າ:
      “ຂະ​ແຫນງ​ທ່ອງ​ທ່ຽວ​ພວມ​ພັດ​ທະ​ນາ​ດີ​ສົມ​ຄວນ, ສືບ​ຕໍ່​ທ່າ​ເຕີບ​ໂຕ. ໃນ 2 ເດືອນ​ຕົ້ນ​ປີ ບັນ​ລຸ​ໄດ້​ຫລາຍ​ໝາກ​ຜົນ​ເປັນ​ຫນ້າ​ຊື່ນ​ຊົມ. ມີ​ນັກ​ທ່ອງ​ທ່ຽວ 2,2 ລ້ານ​ເທື່ອ​ຄົນ​ມາ​ຢ້ຽມ​ຢາມ​ຫວຽດ​ນາມ, ເພີ່ມ​ຂຶ້ນ 33% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ກາຍ. ນີ້​ແມ່ນ​ປະ​ຖົມ​ປັດ​ໄຈ​ສຳ​ຄັນ​ເພື່ອ​ປະ​ຕິ​ບັດ​ຄາດ​ໝາຍ​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ຂອງ​ທັງ​ປີ.”
      ນັກ​ທ່ອງ​ທ່ຽວ​ອາ​ຊີ ມາ​ຢ້ຽມ​ຢາມ​ຫວຽດ​ນາມ ບັນ​ລຸ​ປະ​ມານ 1,5 ລ້ານ​ເທື່ອ​ຄົນ. ນັກ​ທ່ອງ​ທ່ຽວ​ມາ​ຈາກ ເອີ​ລົບ ຄາດ​ວ່າ​ບັນ​ລຸ​ປະ​ມານ 378.200 ເທື່ອ​ຄົນ, ເພີ່ມ​ຂຶ້ນ 26,3%, ໃນ​ນັ້ນ​ຫລາຍ​ສຸດ​ແມ່ນ​ນັກ​ທ່ອງ​ທ່ຽວ​ມາ​ຈາກ​ລັດ​ເຊຍ. ຖັດ​ມາ​ແມ່ນ​ນັກ​ທ່ອງ​ທ່ຽວ​ມາ​ຈາກ ອາ​ຟ​ຼິ​ກາ.
ປີ 2017, ຫວຽດ​ນາມ ວາງ​ຄາດ​ໝາຍ​ຕ້ອນ​ຮັບ​ນັກ​ທ່ອງ​ທ່ຽວ​ສາ​ກົນ 11,5 ລ້ານ​ເທື່ອຄົນ.
 (ແຫຼ່ງຄັດຈາກ VOV)
 
 

ພິທີຕ້ອນຮັບຢ່າງສົມກຽດ ສະຫາຍ ເລຂາທິການໃຫຍ່ ໂຕເລີມ ແລະ ພັນລະຍາ ທີ່ ນະຄອນຫຼວງ ວຽງຈັນ

ພິທີຕ້ອນຮັບຢ່າງສົມກຽດ ສະຫາຍ ເລຂາທິການໃຫຍ່ ໂຕເລີມ ແລະ ພັນລະຍາ ທີ່ ນະຄອນຫຼວງ ວຽງຈັນ

ສະຫາຍ ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປປ ລາວ ທອງລຸນ ສີສຸລິດ ແລະ ພັນລະຍາ ໄດ້ເປັນປະທານໃນພິທີຕ້ອນຮັບ ສະຫາຍ ເລຂາທິການໃຫຍ່ ໂຕເລີມ ແລະ ພັນລະຍາ ທີ່ ນະຄອນຫຼວງ ວຽງຈັນ.

Top