• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມຍາມໃດກໍເຄົາລົບສິດເສລີໃນການເຊື່ອຖື,ສາສະຫນາ

      ເນື່ອງໃນໂອກາດວັນບຸນວິສາຂະບູຊາ ພສ 2561, ວັນທີ 4/5 ຢູ່ ວັດວຽນມີນ ເມືອງ ຟູຊວຽນ ຮ່າໂນ້ຍ, ທ່ານປະທານປະເທດ ເຈີນດ້າຍກວາງ ໄດ້ລົງຢ້ຽມຢາມ, ອວຍພອນພະອາຈານມະຫາ ທິກໂຝເຕ້ວ, ປະທານສະມາຄົມພຸດທະສາສະຫນາຫວຽດນາມ ພ້ອມກັບຍົດຖາບັນດາສັກສະພາສົງ, ສະພາບໍລິຫານງານສະມາຄົມພຸດທະສາສະຫນາຫວຽດນາມ. 

ທ່ານປະທານປະເທດ ເຈີນດ້າຍກວາງ ອວຍພອນພະອາຈານມະຫາ ທິກໂຝເຕ້ວ
      ທ່ານປະທານປະເທດ ເຈີນດ້າຍກວາງ ຕີລາຄາສູງບັນດາການປະກອບສ່ວນຢ່າງແທດຈິງຂອງສະມາຄົມພຸດທະສາສະຫນາຫວຽດນາມ ແລະ ພະສົງສຳມະເນນ, ພຸດທະສາສະນິກະຊົນທັງໝົດໃນພາລະກິດມະຫາສາມັກຄີທົ່ວປວງຊົນທັງຊາດ. ທ່ານປະທານປະເທດ ເຈີນດ້າຍກວາງ ຢືນຢັນວ່າ:
        “ແຜນນະໂຍບາຍສະເຫມີຕົ້ນສະເຫມີປາຍຂອງພັກ ແລະ ລັດ ຫວຽດນາມ ແມ່ນຍາມໃດກໍເຄົາລົບຄວາມເສລີໃນການເຊື່ອຖື, ສາສະຫນາ, ຍາມໃດກໍ່ສ້າງເງື່ອນໄຂສະດວກທີ່ສຸດໃຫ້ແກ່ບັນດາສາສະຫນາດຳເນີນບັນດາການເຄື່ອນໄຫວທາງສາສະຫນາອັນຊອບທຳ ແລະ ປາດຖະຫນາວ່າ ບັນດາພະສົງສຳມະເນນ, ພຸດທະສາສະນິກະຊົນບັນດາສາສະຫນາປະຕິບັດຄວາມຮັບຜິດຊອບຂອງພົນລະເມືອງເປັນຢ່າງດີ, ຕັ້ງຫນ້າປະກອບສ່ວນເຂົ້າໃນກິດຈະການສ້າງສາ ແລະ ປົກປັກຮັກສາ ແລະ ພັດທະນາປະເທດຊາດ.”.
 (ແຫຼ່ງຄັດຈາກ VOV)

ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ ແລະ ພັນ​ລະ​ຍາ​ຈະ​ໄປ​ຢ້ຽມ​ຢາມ ສ.ແ​ຟັງ​ລັງ​ ຢ່າງ​ເປັນ​ທາງ​ການ

ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ ແລະ ພັນ​ລະ​ຍາ​ຈະ​ໄປ​ຢ້ຽມ​ຢາມ ສ.ແ​ຟັງ​ລັງ​ ຢ່າງ​ເປັນ​ທາງ​ການ

ທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໂຕເລິມ ແລະ ພັນລະຍາ, ພ້ອມກັບຄະນະຜູ້ແທນຂັ້ນສູງ ຫວຽດນາມ ຈະໄປຢ້ຽມຢາມ ສ.ແຟັງລັງໃນລະຫວ່າງວັນທີ 20 – 22 ຕຸລາ.

Top