• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫງວຽດອ໋າງ - ເອກອ້າງທະນົງໃຈທີ່ເປັນໝູ່ບ້ານມັກຮຽນ

      ໃນສະໄໝສັກດີນາກ່ອນນີ້ໄດ້ກຳນົດວ່າ, ໝູ່ບ້ານໃດມີປະລິຍາເອກ 10 ຄົນຂຶ້ນໄປຈະໄດ້ຮັບນາມມະຍົດເປັນໝູ່ບ້ານມັກຮຽນ. ໝູ່ບ້ານ ຫງວຽດອ໋າງ ໄດ້ຮັບການຮັບຮອງວ່າເປັນໝູ່ບ້ານມັກຮຽນຍ້ອນມີປະລິຍາເອກ 11 ຄົນ, ໃນນັ້ນມີຈໍຫງວນ 1 ຄົນ. ນອກນັ້ນໝູ່ບ້ານ ຫງວຽດອ໋າງ ຍັງມີປະລິຍາຕີ 30 ຄົນອີກ.

ໝູ່ບ້ານ ຫງວຽດອ໋າງ
      ໝູ່ບ້ານ ຫງວຽດອ໋າງ, ຕາແສງ ດ້າຍອ໋າງ, ເມືອງ ແທງຈີ່, ຮ່າໂນ້ຍ, ແມ່ນແຫ່ງທີ່ມີມູນເຊື້ອມັກຮຽນ, ແລະ ກຳເນີດຜູ້ມີຄວາມເກັ່ງກ້າສາມາດທີ່ມີຄຸນງາມຄວາມດີຕໍ່ປະເທດຊາດຫຼາຍຄົນ. ພ້ອມກັບໝູ່ບ້ານ ຕາແທງອວາຍ, ໝູ່ບ້ານ ຫງວຽດອ໋າງ ແມ່ນໝູ່ບ້ານມັກຮຽນ ແຫ່ງທີ່ສອງຢູ່ເມືອງ ແທງຈີ່.
ໃນສະໄໝສັກດີນາກ່ອນນີ້ໄດ້ກຳນົດວ່າ, ໝູ່ບ້ານໃດມີປະລິຍາເອກ 10 ຄົນຂຶ້ນໄປຈະໄດ້ຮັບນາມມະຍົດເປັນໝູ່ບ້ານມັກຮຽນ. ໝູ່ບ້ານ ຫງວຽດອ໋າງ ໄດ້ຮັບການຮັບຮອງວ່າເປັນໝູ່ບ້ານມັກຮຽນຍ້ອນມີປະລິຍາເອກ 11 ຄົນ, ໃນນັ້ນມີຈໍຫງວນ 1 ຄົນ. ນອກນັ້ນໝູ່ບ້ານ ຫງວຽດອ໋າງ ຍັງມີປະລິຍາຕີ 30 ຄົນອີກ.
ຈໍຫງວນແມ່ນຜູ້ທີ່ມີລະດັບວິທະຍາຖານະສູງສຸດໃນພື້ນຖານການສຶກສາຂົງຈື້ ວິທະຍາຂອງລັດ ສັກດີນາ ຫວຽດນາມ, ແມ່ນຜູ້ໄດ້ຮັບຜົນງານສູງສຸດໃນການເສັງຕ່າງໆໃນສະໄໝສັກດີນາຢູ່ ຫວຽດນາມ. ສ່ວນປະລິຍາຕີໃນສະໄໝນີ້, ແມ່ນຜູ້ໄດ້ຮັບຜົນງານໃນການເສັງຖືກຈັດຂຶ້ນໃຫ້ຫຼາຍແຂວງ 3 ປີເທື່ອໜຶ່ງ.
ຫງວຽດອ໋າງ ແມ່ນໝູ່ບ້ານທີ່ມີຫຼາຍຄົນເສັງໄດ້ປະລິຍາເອກ, ເຊິ່ງສ່ວນຫຼາຍແມ່ນແຕ່ສະຕະວັດທີ XVII-XVIII. ພິເສດແມ່ນມີຈໍຫງວນຜູ້ໜຶ່ງແມ່ນ ຫງວຽນກວົກຈິງ. ທ່ານ ຫງວຽນດິ່ງກຽມ, ຮຸ່ນຄົນທີ 11 ຂອງ ຈໍຫງວນ ຫງວຽນກວົກຈິງ, ເລົ່າສູ່ຟັງວ່າ:
ບັນດາຜູ້ເຖົ້າຜູ້ແກ່ໄດ້ເລົ່າສູ່ຟັງວ່າ, ຈໍຫງວນ ຫງວຽນກວົກຈິງ ແມ່ນຄົນຮຽນເກັ່ງ, ສະຫຼາດສະຫຼຽວ, ພໍ່ແມ່ເສຍຊີວິດແຕ່ຄາວຍັງນ້ອຍ, ຄອບຄົວທຸກຍາກຫຼາຍ, ສະນັ້ນລາວບໍ່ໄດ້ໄປຮຽນ. ຈົນຮອດເວລາມີອາຍຸ 17 ປີ, ເມື່ອໄດ້ຮັບຄວາມເຫັນດີຈາກເອື້ອຍລາວຈຶ່ງໄດ້ໄປຮຽນ. ຫງວຽນກວົກຈິງ ເສັງໄດ້ຈໍຫງວນເມື່ອປີ 1659 ໃນສະໄໝລາຊະວົງ ເລ. ແລະໄດ້ຮັບແຕ່ງຕັ້ງໃຫ້ດຳລົງຕຳແໜ່ງເປັນ ໂບ່ຍຕຸ້ງ (ໝາຍເຖິງຮອງນາຍົກລັດຖະມົນຕີໃນປັດຈຸປັນ). ພາຍຫຼັງຈໍຫງວນເຖິງແກ່ມໍລະນະກຳ, ເພື່ອຈາລຶກບຸນຄຸນຂອງເພິ່ນ, ເຈົ້າຊີວິດໄດ້ມອບນາມມະຍົດໃຫ້ຈໍຫງວນ ຫງວຽນກວົກຈິງວ່າ ເປັນຜູ້ທີ່ມີຄຸນງານຄວາມດີໃຫຍ່ທີ່ສຸດຕໍ່ລາຊະວົງ ແລະ ປະເທດຊາດ“.

ໝູ່ບ້ານ ຫງວຽດອ໋າງ, ຕາແສງ ດ້າຍອ໋າງ, ເມືອງ ແທງຈີ່, ຮ່າໂນ້ຍ,
      ກ່ຽວກັບຄຸນງາມຄວາມດີຂອງຈໍຫງວນ ຫງວຽນກວົກຈິງ ທີ່ມີຕໍ່ປະເທດນັ້ນ, ແມ່ນຕ້ອງເວົ້າເຖິງເລື່ອງເພິ່ນໄດ້ປະຕິບັດສຳເລັດໜ້າທີ່ການທູດຢູ່ ຈີນ ເຊິ່ງລາຊະວົງໄດ້ມອບໝາຍໃຫ້. ດ້ວຍຄວາມສາມາດ, ການປະພຶດຂອງຈໍຫງວນ ຫງວຽນກວົກຈິງ ໄດ້ເຮັດໃຫ້ລາຊະວົງຈີນມີຄວາມປະຫຼາດໃຈ, ນິຍົມນັບຖື. ຄວາມສະຫຼາດສະຫຼຽວຂອງ ຈໍຫງວນ ຫງວຽນກວົກຈິງ ກໍ່ຖືກລະບຸໄວ້ໃນວົງສາວະດານ ແລະ ໃນໝູ່ມະຫາຊົນ. ທ່ານ ຫງວຽນດິ່ງກຽມ ໃຫ້ຮູ້ວ່າ:
ໃນມື້ໜຶ່ງ, ເມື່ອກວດເບິ່ງຄວາມສາມາດຂອງລູກສິດ, ອາຈານສອນ ຫງວຽນກວົກຈິງໄດ້ອອກຄຳຖາມເປັນຖ້ອຍຄຳທີ່ວ່າ, ມັກຫຼິ້ນ, ບໍ່ຮຽນ, ລືມຄຳເອື້ອຍບອກສອນ.  ຫງວຽນກວົກຈິງ ກໍ່ຕອບເລີຍວ່າ ເມື່ອການເສັງໄດ້ຮັບຜົນດີ ອາຈານກໍ່ເອກອ້າງຕໍ່ລູກສິດຂອງຕົນ“.
ຫງວຽດອ໋າງ ແມ່ນເຂດບ້ານນາພື້ນທີ່ຕຳ່, ການຜະລິດກະສິກຳປະສົບກັບຄວາມຫຍຸ້ງຍາກຫຼາຍ. ແລະກໍ່ຍ້ອນຄວາມທຸກຍາກລຳບາກນັ້ນ ໄດ້ພາໃຫ້ປະຊາຊົນມີເຈດຈຳນົງບຶນຕົວຂຶ້ນດ້ວຍການຮຳ່ຮຽນ. ເຂົາເຈົ້າດຸໝັ່ນຮຳ່ຮຽນ, ແລະປາຖະໜາຢາກໄດ້ຮັບຜົນໃນການສອບເສັງ, ມີຖານະຕຳແໜ່ງ ເພື່ອປ່ຽນແປງຊາຕາກຳຂອງຕົນ. ໃນຈຳນວນວົງຕະກຸນຢູ່ໝູ່ບ້ານ ຫງວຽດອ໋າງ, ມີວົງຕະກຸນ ຫງວຽນແມ່ນພົ້ນເດັ່ນກວ່າໝູ່. ພໍ່ເຖົ້າ ຫງວຽນແຢງຈູຍ, ຜູ້ອາຍຸສູງໃນໝູ່ບ້ານ ຫງວຽດອ໋າງ, ເລົ່າສູ່ຟັງວ່າ:
  “ໃນໝູ່ບ້ານມີພໍ່ເຖົ້າ ຫງວຽນແຢງຖໍ້ ແມ່ນຜູ້ທຳອິດທີ່ເສັງໄດ້ປະລິຍາເອກໃນປີ 1631. ເພິ່ນກໍ່ໄດ້ຮັບດຳລົງຕຳແໜ່ງເປັນ ໂບ່ຍຕຸ້ງ (ເທົ່າກັບຕຳແໜ່ງຮອງນາຍົກລັດຖະມົນຕີໃນປັດຈຸບັນ). ສ່ວນພໍ່ເຖົ້າອື່ນ 5 ຄົນທີ່ເສັງໄດ້ປະລິຍາເອກແມ່ນ ຫງວຽນດິ່ງຈຸ, ຫງວຽນກວົກຈິງ, ຫງວຽນດິ່ງແບກ, ຫງວຽນຍືອີ໋, ຫງວຽນດິ່ງກວີ໋. ສະເພາະພໍ່ເຖົ້າ ຫງວຽນດິ່ງຈຸ ເສັງໄດ້ເມື່ອຕົ້ນປີ 1656, ແຕ່ໜ້າເສຍດາຍປີນັ້ນເຈົ້າຊີວິດ ເລ ບໍ່ປະດັບນາມມະຍົດ ຈໍຫງວນ, ຖ້າຫາກຍັງມີນາມມະຍົດນັ້ນພໍ່ເຖົ້າ ຫງວຽນດິ່ງຈຸ ຈະເປັນ ຈໍຫງວນ ຢ່າງແນ່ນອນ“.
 
ທ່ານ ຫງວຽນດິ່ງກຽມ
      ປັດຈຸບັນ, ປະຊາຊົນໃນໝູ່ບ້ານ ຫງວຽດອ໋າງ ສືບຕໍ່ເສີມຂະຫຍາຍມູນເຊື້ອມັກຮຳ່ມັກຮຽນຈາກບັນພະບຸລຸດ. ເຖິງວ່ານີ້ແມ່ນໝູ່ບ້ານນ້ອຍໆດ້ວຍພົນລະເມືອງບໍ່ຮອດ 1000 ຄົນກໍ່ຕາມ, ແຕ່ພັດມີຮອງສາສະດາຈານຜູ້ໜຶ່ງ, ປະລິຍາເອກ 5 ຄົນ, ປະລິຍາໂທ 20 ຄົນ ແລະ ປະລິຍາຕີ, ນັກວິສາວະກອນປະມານ 100 ຄົນ. ຊາວໝູ່ບ້ານ ຫງວຽດອ໋າງ ຮຸ່ນຕ່າງໆຍາມໃດກໍ່ມີສະຕິບືນຕົວຂຶ້ນ, ເພື່ອພິຊິດຈຸດສູງທາງພູມປັນຍາ, ສ້າງຊື່ສຽງຮຽງນາມໃຫ້ໝູ່ບ້ານມັກຮຳ່ມັກຮຽນທີ່ມີຊື່ສຽງຂອງເມືອງຫຼວງ ທັງລອງ ໃນເມື່ອກ່ອນ.
 (ແຫຼ່ງຄັດຈາກ VOV)

ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ: ສືບ​ຕໍ່​ປຸກ​ລຸກ​ນ້ຳ​ໃຈ​ປ່ຽນ​ແປງ​ໃໝ່​ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ວັນ​ລິງ

ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ: ສືບ​ຕໍ່​ປຸກ​ລຸກ​ນ້ຳ​ໃຈ​ປ່ຽນ​ແປງ​ໃໝ່​ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ວັນ​ລິງ

ຊີວິດ ແລະ ພາລະກິດຂອງທ່ານເລຂາທິການໃຫຍ່ ຫງວຽນວັນລິງ ຕິດພັນກັບຂະບວນການປະຕິວັດແຕ່ຊຸມປີ 1930 ຢູ່ພາກເໜືອ ຫວຽດນາມ ແລະ ຫຼາຍປີຢູ່ພາກໃຕ້ ຫວຽດນາມ ກ່ອນທີ່ຮັບດຳລົງຕຳແໜ່ງເປັນເລຂາທິການໃຫຍ່ພັກຄອມມູນິດ ຫວຽດນາມ ເມື່ອປີ 1986.

Top