• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສ້າງເງື່ອນໄຂສະດວກໃຫ້ວິສາຫະກິດ ຫວຽດນາມ ລົງທຶນດຳເນີນທຸລະກິດຢູ່ ກຳປູເຈຍ

ທ່ານ​ຮອງ​ນາຍົກລັດຖະມົນຕີ ຟ້າ​ມບີ​ງມິ​ງ ​​ແລະ ​ທ່ານ​ປະທານ​ສະພາ
​ແຫ່ງ​ຊາດ​ລາຊະ​ອານາຈັກ ກຳປູ​ເຈຍ Samdech Heng Samrin
(ພາບ: VGP)
           ຕອນ​ເຊົ້າ​ວັນ​ທີ 15/03, ທ່ານ​ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ ຫວຽດນາມ ຟ້າ​ມບີ​ງມິ​ງ ​ໄດ້​ເຂົ້າ​ຢ້ຽມ​ຂ່ຳນັບ​ທ່ານ​ປະທານ​ສະພາ​ແຫ່ງ​ຊາດ​ລາຊະ​ອານາຈັກ ກຳປູ​ເຈຍ Samdech Heng Samrin ຕາມ​ພິທີທາງການ​ທູດ. ທ່າ​ນຮອງ​ນາຍົກລັດຖະມົນຕີ ຟ້າ​ມບີ​ງມິ​ງ ​ໃຫ້​ຮູ້​ວ່າ: ທີ່​ກອງ​ປະຊຸມ​ສະ​ໄໝ​ສາມັນ​ເທື່ອ​ທີ 15 ຄະນະ​ກຳ​ມະ​ການ​ປະສົມ ຫວຽດນາມ - ກຳປູ​ເຈຍ ​ແລະ ກອງ​ປະຊຸມ​ຮ່ວມ​ມື ​ແລະ ພັດທະນາ​ບັນດາ​ແຂວງ​ຊາຍ​ແດນ ຫວຽດນາມ - ກຳປູ​ເຈຍ ຄັ້ງ​ທີ 9, 2 ຝ່າຍ​ໄດ້​ແລກປ່ຽນ, ຊອກ​ຫາ​ບັນດາ​ມາດ​ຕະການ​ເໝາະ​ສົມ ​ເພື່ອ​ຊຸກ​ຍູ້​ການ​ພົວພັນ 2 ປະ​ເທດ​ພັດທະນາ​ໃນ​ທຸກ​ຂົງ​ເຂດ, ພິ​ເສດ​ແມ່ນ​ໃນ​ຂົງ​ເຂດ​ເສດຖະກິດ ​ເພື່ອ​​ເຮັດ​ແນວ​ໃດ ​ໃຫ້ການ​ຮ່ວມ​ມື​ເສດຖະກິດ 2 ປະ​ເທດ​ສົ​ມ​ກັບການ​ພົວພັນດ້ານ​ການ​ເມືອງ​ອັນ​ດີງາມ​ລະຫວ່າງ 2 ປະ​ເທດ. ທ່ານ​ຮອງ​ນາຍົກລັດຖະມົນຕີ ຟ້າ​ມບີ​ງ ມິ​ງ ສະ​ເໜີ​ສະພາ​ແຫ່ງ​ຊາດ​ ກຳປູ​ເຈຍ ສືບ​ຕໍ່​ເອົາ​ໃຈ​ໃສ່, ສ້າງ​ເງື່ອນ​ໄຂ​ສະດວກ​ໃຫ້​ວິ​ສາ​ຫະກິດ ຫວຽດນາມ ມາ​ລົງທຶນ​ດຳ​ເນີນ​ທຸລະ​ກິດ​ຢູ່ ກຳປູ​ເຈຍ ກໍ່​ຄື​ສ້າງ​ເງື່ອນ​​ໄຂ​ສະດວກ​ໃຫ້​ແກ່​ພໍ່​ແມ່​ປະຊາຊົນ​ ຫວຽດນາມ ດຳລົງ​ຊີວິດ ຢູ່ ກຳປູ​ເຈຍ ​ເປັນ​ປົກກະຕິ.
        ສ່ວນ​ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ກຳປູ​ເຈຍ Samdech Heng Samrin ສະ​ແດງຄວາມ​ເພິ່ງ​ພໍ​ໃຈ​ຕໍ່​ການ​ພັດທະນາ​ຢ່າງ​ຕັ້ງໜ້າ​ຂອງການ​ພົວພັນ​ຮ່ວມ​ມື 2 ປະ​ເທດ​ໃນ​ໄລຍະ​ຜ່ານ​ມາ. 2 ຝ່າຍ​ຕີ​ລາຄາ​ສູງ​ເລື່ອງ 2 ປະ​ເທດ​ຈັດ​ຕັ້ງ​ບັນດາ​ການ​ເຄື່ອນ​ໄຫວ​ຂ່ຳນັບ​ຮັບ​ຕ້ອນ 50 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູ​ດ (24/06/1967 – 24/06/2017).
 (ແຫຼ່ງຄັດຈາກ VOV)

ທ່ານເລຂາທິການໃຫຍ່ ໂຕເລິມ ເປັນປະທານກອງປະຊຸມຂອງກົມການເມືອງ, ຄະນະເລຂາກ່ຽວກັບການປະຕິບັດມະຕິສູນກາງ

ທ່ານເລຂາທິການໃຫຍ່ ໂຕເລິມ ເປັນປະທານກອງປະຊຸມຂອງກົມການເມືອງ, ຄະນະເລຂາກ່ຽວກັບການປະຕິບັດມະຕິສູນກາງ

ການສັບສ້ອນ, ຫັນກົງຈັກເປັນກະທັດລັດ, ຜັນຂະຫຍາຍຮູບແບບອຳນາດການປົກຄອງທ້ອງຖິ່ນ 2 ຂັ້ນ ແມ່ນລຸລ່ວງໂດຍພື້ນຖານແລ້ວ

Top