• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສ້າງເຄື່ອງໝາຍການຄ້າເຂົ້າສານ ກາເມົາ

      ກາເມົາ ພວມສຸມໃສ່ສ້າງເຄື່ອງໝາຍການຄ້າເຂົ້າສານພິເສດສະເພາະຂອງທ້ອງຖິ່ນ; ພ້ອມທັງເອົາໃຈໃສ່ສົ່ງເສີມການຄ້າ, ໂຄສະນາ, ແນະນຳບັນດາຜະລິດຕະພັນ

 (ພາບປະກອບ)
      ທີ່ມີເຄື່ອງໝາຍການຄ້າເຂົ້າສານ ກາເມົາ ຢ່າງກ້ວາງຂວາງ ພາຍຫລັງໄດ້ຮັບການຢັ້ງຢືນບັນລຸມາດຕະຖານຄຸນນະພາບສູງຕໍ່ຕະຫລາດພາຍໃນປະເທດ ແລະ ຕ່າງປະເທດ. ແຂວງ ກາເມົາ ພວມເອົາໃຈໃສ່ປະຕິບັດແຜນນະໂຍບາຍສ້າງໂຄງປະກອບຂະແໜງຜະລິດເຂົ້າເປັນສິນຄ້າຄຸນນະພາບສູງເປັນຢ່າງດີ, ຍູ້ແຮງການສົ່ງເສີມກໍ່ສ້າງເຄື່ອງໝາຍການຄ້າເຂົ້າສານ ກາເມົາ. ທາງແຂວງກໍ່ເອົາໃຈໃສ່ເຊື່ອມຕໍ່ກັບວິສາຫະກິດ ເພື່ອໂຄສະນາ, ແນະນຳກ້ວາງຂວາງບັນດາຜະລິດຕະພັນເຂົ້າສານພິເສດທີ່ມີເຄື່ອງໝາຍການຄ້າ ກາເມົາ ຢູ່ບັນດາສາຂາ, ຮ້ານຄ້າ, ຮ້ານຊັບພະສິນຄ້າພາຍໃນ ແລະ ຕ່າງແຂວງ. ປະຈຸບັນ ພະແນກກະສິກຳ ແລະ ພັດທະນາຊົນນະບົດແຂວງ ມີແຜນການປະຕິບັດສ້າງໂຄງປະກອບຂະແໜງຜະລິດເຂົ້າເປັນສິນຄ້າຄຸນນະພາບສູງຄືນໃໝ່ໃນປີ 2020.
(ແຫຼ່ງຄັດຈາກ VOV)

ປະ​ທາ​ນາ​ທິ​ບໍ​ດີ ແຟງ​ລັງ ເປັນ​ປະ​ທານ​ພິ​ທີ​ຕ້ອນ​ຮັບ​ທ່ານ​ເລ​ຂ​າ​ທິ​ການ​ໃຫຍ່ ໂຕ​ເລິມ ພ້ອມ​ດ້ວຍ​ພັນ​ລະ​ຍາ ແລະ ຄະ​ນະ​ຜູ້​ແທນ ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ

ປະ​ທາ​ນາ​ທິ​ບໍ​ດີ ແຟງ​ລັງ ເປັນ​ປະ​ທານ​ພິ​ທີ​ຕ້ອນ​ຮັບ​ທ່ານ​ເລ​ຂ​າ​ທິ​ການ​ໃຫຍ່ ໂຕ​ເລິມ ພ້ອມ​ດ້ວຍ​ພັນ​ລະ​ຍາ ແລະ ຄະ​ນະ​ຜູ້​ແທນ ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ

ຕອນເຊົ້າວັນທີ 21 ຕຸລາ (ຕາມເວລາທ້ອງຖິ່ນ, ກົງກັບຕອນບ່າຍຕາມເວລາ ຮ່າໂນ້ຍ), ຢູ່ທຳນຽບປະທານາທິບໍດີ ຢູ່ ນະຄອນຫຼວງ Helsinki, ທ່ານປະທານາທິບໍດີ ສ. ແຟງລັງ Alexander Stubb ແລະ ພັນລະຍາ ໄດ້ເປັນປະທານພິທີຕ້ອນຮັບທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໂຕເລິມ ແລະ ພັນລະຍາ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ຫວຽດນາມ ມາຢ້ຽມຢາມ ແຟງລັງ ຢ່າງເປັນທາງການ ແຕ່ວັນທີ 20 – 22 ຕຸລາ.

Top