• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສ້າງກາລະໂອກາດໃຫ້ຜູ້ທຸກຍາກ,ຜູ້ມີລາຍຮັບຕ່ຳໃຫ້ມີເຮືອນຢູ່

ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ​
​ຢ້ຽມຢາມ​ເຂດ​ຕົວ​ເມືອງ​ເຮືອນ​ຢູ່ ດັ້ງ​ຊາ, ​ເມື​ອງ ຢາ​ເລີມ ຮ່າ​ໂນ​້ຍ
      ຕອນ​ເຊົ້າ​ວັນ​ທີ 06/12 ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ​ໄດ້​ໄປ​ຢ້ຽມຢາມ​ເຂດ​ຕົວ​ເມືອງ​ເຮືອນ​ຢູ່ ດັ້ງ​ຊາ, ​ເມື​ອງ ຢາ​ເລີມ ຮ່າ​ໂນ​້ຍ ​ເພື່ອ​ຊອກ​ຮູ້​ສະພາບ​ການ ຊີວິດ​ຂອງ​ປະຊາຊົນ ​ແລະ ​ເຮັດ​ວຽກ​ກັບ​ອົງການ​ກ່ຽວຂ້ອງ​ກ່ຽວ​ກັບ​ຮູບ​ແບບ​ນີ້, ພາຍຫລັງ​​ເຂດ​ຕົວ​ເມືອງ​ໄດ້​ນຳ​ເຂົ້າ​ເຄື່ອນ​ໄຫວ​ໃນໄລຍະ​ໜຶ່ງ. ນະ​ທີ່​ນີ້ ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ຢັ້ງຢືນ​ວ່າ: ການ​ຜັນ​ຂະຫຍາຍ​ໂຄງການ​ເຮືອ​ນຢູ່​ສັງຄົມ, ​ແມ່ນ​ແຜນ​ນະ​ໂຍບາຍ​ໃຫຍ່​ຂອງ​ພັກ ​ເພື່ອ​ແນ​ໃສ່​ສ້າງ​ເງື່ອນ​ໄຂ​ຜູ​້​ທີ່​ມີ​ລາຍ​ຮັບ​ຕ່ຳ​ມີ​ເງື່ອນ​ໄຂ​ເປັນ​ເຈົ້າ​ຂອງ​ເຮື​ອນຢູ່. ​ໄລ​ຍະ​ຈະ​ມາ​ເຖິງ ລັດຖ​ະບານ​ຈະ​ມານະ​ພະ​ຍາ​ຍາມ​ຜັນ​ຂະຫຍາຍ​ໃຫ້​ກ້ວາງ​ຂວາງ​ກ່ວາ​ບັນດາ​ຮູບ​ແບບ​ເຮືອນ​ຢູ່ສັງຄົ​ມຄືຢູ່​ເຂດ​ຕົວ​ເມືອງ ​ດ​ັ້ງຊາ ​ເພື່ອ​ສ້າງ​ຫລາຍ​ກາລະ​ໂອກາ​ດຕື່ມ​ອີກ​ໃຫ້​ຜູ້​ທຸກ​ຍາກ, ຜູ້ມີ​ລາຍ​ຮັບ​ຕ່ຳ​ໄດ້​ມີ​​ເຮືອ​ນຢູ່​ຢ່າງ​ຖາວອນ ​ແລະ ຍົກ​ສູງ​ຊີ​ວິ​ດການ​ເປັນ​ຢູ່. ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ຕີ​ລາຄາ​ວ່າ: ນີ້​ແມ່ນຮູບ​ແບບ​ທີ່​ດີ ອາດ​ຈະ​ຍົກ​ອອກ​ທີ່​ກອງປະຊຸ​ມທົ່ວ​ປະ​ເທດ​ກ່ຽວ​ກັບ​ເຮ​ືອນຢູ່ສັງຄົມ ​ເຊິ່ງ​ຈະໄດ້​ຮັບ​ການຈັດ​ຕັ້ງ​ໃນ​ວັນ​ທີ 07/12 ​ເພື່ອ​ຈາກ​ຮູບ​ແບບ​ນີ້ ຖອ​ດຖອນ​ໄດ້​ບົດຮຽນ, ​ແຜ່​ຂະຫຍາຍ​ໃນ​ທົ່ວ​ປະ​ເທດ.
(ແຫຼ່ງຄັດຈາກ VOV)

10 ເຫດການທ່ີພົ້ນເດັ່ນ ຂອງ ໂລກ ໃນປີ 2025 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

10 ເຫດການທ່ີພົ້ນເດັ່ນ ຂອງ ໂລກ ໃນປີ 2025 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

ຂໍເປັນກຽດ ນຳສະເໜີ 10 ເຫດການ ທີ່ພົ້ນເດັ່ນທີ່ສຸດຂອງ ໂລກ ໃນປີ 202ຸ5 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ ຄັດເລືອກ:

Top