• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສ.ເກົາຫຼີ ໃຫ້ຂໍ້ສັງເກດວ່າ ສປປ.ເກົາຫຼີ ຍິງລູກສອນໄຟໄລຍະສັ້ນ 2 ລູກ

      ຕາມການສັງເກດຂອງ ຫົວໜ້າສະພາເສນາທິການກອງກໍາລັງທະຫານປະສົມສ.ເກົາຫຼີ (JCS) ແລ້ວ,  ເບິ່ງຄືວ່າ ສປປ.ເກົາຫຼີ ໄດ້ຍິງລູກສອນໄຟໄລຍະສັ້ນ 2 ລູກ ໄປສູ່ທິດທະເລຍີ່ປຸ່ນ ໃນຕອນເຊົ້າວັນທີ 29 ມີນາ.

ການຍິງລູກສອນໄຟ ໃນວັນທີ 31/7/2019 ຢູ່ສປປ.ເກົາຫຼີ (ພາບເອກະສານ:  AFP/TTXVN)
              JCS ຖືວ່າ, ລູກສອນໄຟທັງສອງລູກດັ່ງກ່າວ ບິນໄດ້ປະມານ 230 ກິໂລແມັດ ແລະ ບັນລຸລະດັບບິນສູງສຸດແມ່ນ 30 ກິໂລແມັດ. ປັດຈຸບັນ, ວົງການສືບລາສະການລັບ ອາເມລິກາ ແລະ ສ.ເກົາຫຼີ ພວມວິໄຈຂໍ້ມູນຕ່າງໆ ເພື່ອຢັ້ງຢືນຂໍ້ມູນລະອຽດກ່ຽວກັບເຫດຍິງລູກສອນໄຟດັ່ງກ່າວຢ່າງໄວວາ.
        JCS ກໍ ໄດ້ຍົກອອກຖະແຫຼງການຮຽກຮ້ອງ ສປປ.ເກົາລີ ຢຸດຕິການກະທໍາດັ່ງກ່າວຢ່າງທັນທີ, ໃນສະພາບທີ່ໂລກພວມຕ້ອງຜ່ານຜ່າໄລຍະຫຍຸ້ງຍາກທີ່ສຸດ ເພື່ອຮັບມືກັບໂລກລະບາດໂຄວິດ - 19.
        ແລະກໍໃນວັນດຽວກັນ, ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Abe Shinzo ກໍຊີ້ນໍາໃຫ້ບັນດາຝ່າຍທີ່ກ່ຽວຂ້ອງ ເກັບກໍາ ແລະ ໄຈ້ແຍກຂໍ້ມູນກ່ຽວກັບເຫດການດັ່ງກ່າວ. ສ່ວນທ່ານ Taro Kono ລັດຖະມົນຕີກະຊວງປ້ອງກັນປະເທດ ຍີ່ປຸ່ນ ເນັ້ນໜັກວ່າ ການກະທໍາດັ່ງກ່າວແມ່ນການເກາະຜິດຂອງ ສປປ.ເກົາຫຼີ ສໍາລັບປະຊາຄົມສາກົນ. 
 (ແຫຼ່ງຄັດຈາກ VOV)

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ແລະ ບັນ​ດາ​ການ​ນຳ ອາ​ຊຽນ ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ ອາ​ຊຽນ - ຈີນ ຄັ້ງ​ທີ 28

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ແລະ ບັນ​ດາ​ການ​ນຳ ອາ​ຊຽນ ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ ອາ​ຊຽນ - ຈີນ ຄັ້ງ​ທີ 28

ໂດຍສືບຕໍ່ບັນດາການເຄື່ອນໄຫວໃນຂອບເຂດກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ, ຕອນເຊົ້າວັນທີ 28 ຕຸລາ, ຢູ່ ກົວລາ ລຳເປີ ປະເທດ ມາເລເຊຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ພ້ອມດ້ວຍບັນດາການນຳ ອາຊຽນ ແລະ ທ່ານນາຍົກລັດຖະມົນຕີ ຈີນ ຫຼີຊຽນ ໄດ້ເຂົ້າຮ່ວມກອງປະຊຸມສຸດຍອດ ອາຊຽນ - ຈີນ ຄັ້ງທີ 28.

Top