• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສ.ເກົາຫຼີ ແລະ ຍີ່ປຸ່ນແຈ້ງໃຫ້ຊາບກ່ຽວກັບເຫດຍິງຄັ້ງຫຼ້າສຸດຂອງ ສປປ.ເກົາຫຼີ

      ວັນທີ 21 ມີນາ, ກອງທັບ ສ.ເກົາຫຼີໄດ້ແຈ້ງໃຫ້ຊາບວ່າ ສປປ.ເກົາຫຼີ ໄດ້ຍິງວັດຖຸ 2 ຢ່າງຄ້າຍຄືວ່າແມ່ນ ລູກສອນໄຟໄລຍະສັ້ນໄປທະເລທາງທິດຕາເວັນອອກ. ບັນດາລູກສອນໄຟໄລຍະສັ້ນໄດ້ຍິງຈາກແຂວງພາກເໜືອ Pyongan.

ພາບປະກອບ (TTXVN)
      ປັດຈຸບັນ, ກອງທັບສ.ເກົາຫຼີ ພວມຕິດຕາມກວດກາສະພາບການຢ່າງແໜ້ນແຟ້ນ ເພື່ອປ້ອງກັນ ກໍລະນີມີ ການຍິງລູກສອນໄຟຕ່າງໆຕື່ມອີກ ກໍຄືຮັກສາທ່າກຽມພ້ອມ. ແລະກໍ່ໃນວັນດຽວກັນ, ກຳລັງປ້ອງກັນ ຝັ່ງທະເລຍີ່ປຸ່ນໃຫ້ຮູ້ວ່າ ສປປ.ເກົາຫຼີ ເບິ່ງຄືວ່າ ໄດ້ຍິງລູກສອນໄຟໄປຕົກຢູ່ນອກເຂດເສດຖະກິດຈຳເພາະ (EEZ) ຂອງຍີ່ປຸ່ນ.
            ລັດຖະບານຍີ່ປຸ່ນ ໄດ້ຕີລາຄາວ່າ ການຍິງລູກສອນໄຟໃນຄັ້ງນີ້ຂອງ ສປປ.ເກົາຫຼີ ໄດ້ນາບຂູ່ເຖິງຄວາມໝັ້ນຄົງ ແລະ ສັນຕິພາບຂອງ ຍີ່ປຸ່ນ ເວົ້າສະເພາະ ແລະ ພາກພື້ນເວົ້າລວມ, ດັ່ງນັ້ນໂຕກຽວຈຶ່ງ ຄັດຄ້ານຢ່າງແຮງຕໍ່ການກະທຳດັ່ງກ່າວຂອງພຽງຢ່າງ ແລະ ຢັ້ງຢືນວ່າ ການກະທຳນີ້ແມ່ນລະເມີດ ມະຕິວ່າດ້ວຍການລົງໂທດຂອງສະພາຄວາມໝັ້ນຄົງ ສປຊ.
 (ແຫຼ່ງຄັດຈາກ VOV)

ສະພາແຫ່ງຊາດປຶກສາຫາລືຢູ່ກອງປະຊຸມກ່ຽວກັບຮ່າງກົດໝາຍຫຼາຍ​ສະ​ບັບ

ສະພາແຫ່ງຊາດປຶກສາຫາລືຢູ່ກອງປະຊຸມກ່ຽວກັບຮ່າງກົດໝາຍຫຼາຍ​ສະ​ບັບ

ວັນທີ 17 ພະຈິກ ທີ່ ຮ່າໂນ້ຍ, ສະພາແຫ່ງຊາດພິຈາລະນາຫຼາຍເນື້ອໃນ, ຄື: ປຶກສາຫາລືຢູ່ກຸ່ມກ່ຽວກັບຮ່າງກົດໝາຍການຈັດເກັບເອກກະສານແຫ່ງຊາດ (ສະບັບປັບປຸງ); ປຶກສາຫາລືມະຕິຂອງສະພາແຫ່ງຊາດກັບບັນດາກົນໄກ, ນະໂຍບາຍສະເພາະໃນການປະຕິບັດມະຕິ ສະບັບເລກທີ 71 ຂອງກົມການເມືອງ ກ່ຽວກັບການບຸກທະລຸພັດທະນາສຶກສາ ແລະ ບຳລຸງກໍ່ສ້າງ...

Top