• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສ.ເກົາຫຼີ ມີຄວາມວິຕົກກັງວົນຕໍ່ບັນດາເຫດຍິງລູກສອນໄຟຄັ້ງຫຼ້າສຸດຂອງ ສປປ.ເກົາຫຼີ

      ວັນທີ 24 ສິງຫາ, ສະພາເສນາທິການກຳລັງທະຫານປະສົມ (JCS) ສ.ເກົາຫຼີ ໃຫ້ຮູ້ວ່າ: ສປປ.ເກົາຫຼີ ໄດ້ຍິງວັດຖຸບິນຍັງບໍ່ທັນໄດ້ຮັບການຢັ້ງຢືນເທື່ອ 2 ຄັ້ງ ໃສ່ເຂດທະເລທາງທິດຕາເວັນອອກຂອງປະເທດນີ້ (ທະເລ ຍີ່ປຸ່ນ). 
            ນີ້ແມ່ນເຫດຍິງຄັ້ງທີ 7 ໃນຮອບເວລາບໍ່ຮອດ 1 ເດືອນຂອງ ສປປ.ເກົາຫຼີ. ແຈ້ງການຂອງ JCS ໃຫ້ຮູ້ວ່າ: ເຫດຍິງໄດ້ດຳເນີນໃນຕອນເຊົ້າວັນທີ 24 ສິງຫາ ຢູ່ແຂວງ Hamgyong ໃຕ້. JCS ຢັ້ງຢືນວ່າ ພວມຕິດຕາມສະພາບການ ເພື່ອມີຄວາມລະມັດລະວັງຕໍ່ບັນດາເຫດຍິງອື່ນ ແລະ ຮັກສາກໍລະນີກຽມພ້ອມສູ້ຮົບ.
        ບັນດາເຈົ້າໜ້າທີ່ປ້ອງກັນຄວາມສະຫງົບແຖວໜ້າຂອງ ສ.ເກົາຫຼີ ໄດ້ສະແດງຄວາມວິຕົກກັງວົນກ່ຽວກັບເລື່ອງ ສປປ.ເກົາຫຼີ ສືບຕໍ່ຍິງບັນດາວັດຖຸບິນທີ່ຍັງບໍ່ທັນໄດ້ຮັບການຢັ້ງຢືນເທື່ອ. ທີ່ກອງປະຊຸມດ່ວນຂອງຄະນະກຳມະການປະຈຳສະພາຄວາມໝັ້ນຄົງແຫ່ງຊາດ ສ.ເກົາຫຼີ (NSC) ໃນຕອນເຊົ້າວັນທີ 24 ສິງຫາ, ບັນດາເຈົ້າໜ້າທີ່ໄດ້ກະຕຸກຊຸກຍູ້ໃຫ້ ສປປ.ເກົາຫຼີ ຢຸດຕິບັນດາການກະທຳທີ່ເຮັດໃຫ້ຄວາມເຄັ່ງຕຶງດ້ານການທະຫານປີນຂັ້ນໄດໃນແຫຼມ ເກົາຫຼີ.
 (ແຫຼ່ງຄັດຈາກ VOV)
 

ການ​ສົ່ງ​ອອກ​ເຄື່ອງເອ​ເລັກ​ໂຕ​ນິກ​ມຸ່ງ​ໄປ​ເຖິງ​ເປົ້າ​ໝາຍບັນ​ລຸ​ 145 ຕື້ USD

ການ​ສົ່ງ​ອອກ​ເຄື່ອງເອ​ເລັກ​ໂຕ​ນິກ​ມຸ່ງ​ໄປ​ເຖິງ​ເປົ້າ​ໝາຍບັນ​ລຸ​ 145 ຕື້ USD

ໃນສະພາບການພູມສາດການເມືອງ ແລະ ເຕັກໂນໂລຢີທົ່ວໂລກ ມີການປ່ຽນແປງຢ່າງລຽນຕິດນັ້ນ, ຫວຽດນາມ ພວມຫັນປ່ຽນຈາກ “ໂຮງງານຜະລິດ” ກາຍເປັນສູນນະວັດຕະກໍາເຕັກໂນໂລຢີສູງຂອງພາກພື້ນ” ເທື່ອລະກ້າວ. ດ້ວຍວົງເງິນສົ່ງອອກເຄື່ອງເອເລັກໂຕນິກບັນລຸກວ່າ 125 ຕື້ USD ໃນປີ 2024 ແລະ ທ່າອຽງພວມເຕີບໂຕຢ່າງວ່ອງໄວ, ພ້ອມກັບການປະກົດຕົວຂອງສູນຄົ້ນຄວ້າ ແລະ ພັດທະນາ (R&D) ຕ່າງປະເທດທີ່ນັບມື້ນັບຫຼາຍ, ຫວຽດນາມ ພວມມຸ່ງໄປເຖິງເປົ້າໝາຍ ສົ່ງອອກເຄື່ອງເອເລັກໂຕນິກໃຫ້ບັນລຸ 145 ຕື້ USD.

Top