• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສູ້ຊົນບັນລຸຄາດໝາຍເຖິງປີ 2020 ຈະມີພົນລະເມືອງກວ່າ 90%ເຂົ້າຮ່ວມປະກັນສຸຂະພາບ

      ເນື່ອງໃນໂອກາດສະເຫຼີມສະຫຼອງວັນປະກັນສຸຂະພາບ ຫວຽດນາມ 1/7,
     
 ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ກ່າວຄຳເຫັນທີ່ລາຍການ
(ພາບ: ສຳນັກຂ່າວສານ ຫວຽດນາມ)
      ຕອນຄຳ່ວັນທີ 30/6, ຢູ່ຮ່າໂນ້ຍ, ອົງການປະກັນສັງຄົມ ຫວຽດນາມ ແລະ ກະຊວງສາທາລະນະສຸກ ສົມທົບກັນຈັດຕັ້ງລາຍການ “ທົ່ວປວງຊົນປະກັນສຸຂະພາບ-ຮ່ວມແຮງຮ່ວມໃຈເພື່ອສຸຂະພາບປະຊາຄົມ“. ເຂົ້າຮ່ວມ ແລະ ກ່າວຄວາມເຫັນທີ່ລາຍການ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເນັ້ນໜັກວ່າ, ຫວຽດນາມ ຍາມໃດກໍ່ເອົາໃຈໃສ່ເຖິງວຽກງານປົກປັກຮັກສາ, ສົ່ງເສີມສຸຂະພາບຂອງປະຊາຊົນ ແລະ ໄດ້ປະກາດໃຊ້, ຊີ້ນຳປະຕິບັດແຜນນະໂຍບາຍ, ນະໂຍບາຍຫຼາຍຢ່າງ, ໃນນັ້ນເອົາໃຈໃສ່ເປັນພິເສດເຖິງປະກັນສຸຂະພາບ ເພື່ອແນໃສ່ຊ່ວຍປະຊາຊົນແກ້ໄຂຄວາມໂຊກຮ້າຍ, ພະຍາດ ແລະ ຫຼຸດຜ່ອນຄ່າກວດ ແລະ ປິ່ນປົວພະຍາດ. ເພື່ອພັດທະນານະໂຍບາຍປະກັນສຸຂະພາບຢ່າງໝັ້ນຄົງ, ມີປະສິດທິຜົນ, ນຳມາເຊິ່ງຜົນປະໂຫຍດໃຫ້ແກ່ປະຊາຊົນ ແລະ ສັງຄົມ; ທ່ານນາຍົກລັດຖະມົນຕີຊີ້ນຳໄລຍະຈະມາເຖິງ, ສູ້ຊົນບັນລຸຄາດໝາຍເຖິງປີ 2020 ຈະມີພົນລະເມືອງກວ່າ 90% ເຂົ້າຮ່ວມປະກັນສຸຂະພາບ. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເນັ້ນໜັກວ່າ:
        “ປະຈຸບັນ, ພວກເຮົາຍັງມີປະຊາຊົນເກືອບ 20 ລ້ານຄົນ ບໍ່ທັນເຂົ້າຮ່ວມປະກັນສຸຂະພາບ. ດ້ວຍຈິດໃຈຮັກແພງຊ່ວຍເຫຼືອ, ຮ່ວມແຮງຮ່ວມໃຈເພື່ອສຸຂະພາບປະຊາຄົມ. ຂ້າພະເຈົ້າຮຽກຮ້ອງບັນດາຜູ້ໃຈດີໃຈກຸສົນ, ບັນດາວິສາຫະກິດ,ບັນດາອົງການຈັດຕັ້ງສັງຄົມຈົ່ງເຂົ້າຮ່ວມການໜູນຊ່ວຍ ຊື້ ແລະ ມອບບັດປະກັນສຸຂະພາບໃຫ້ແກ່ຜູ້ທຸກຍາກ, ປະກອບສ່ວນສ້າງສັງຄົມໜຶ່ງແຫ່ງປະຊາທິປະໄຕ, ຍຸຕິທຳ, ຈະເລີນຮຸ່ມເຮືອງ ແລະ ຜາສຸກ
 
 (ແຫຼ່ງຄັດຈາກ VOV)

ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ເປັນປະທານກອງປະຊຸມປະຈຳເດືອນ ພະຈິກ ປີ 2025 ຂອງລັດຖະບານ ຫວຽດນາມ

ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ເປັນປະທານກອງປະຊຸມປະຈຳເດືອນ ພະຈິກ ປີ 2025 ຂອງລັດຖະບານ ຫວຽດນາມ

ບັນດາໝາກຜົນລະອຽດເດືອນນີ້ດີກວ່າເດືອນກ່ອນ, ດີກວ່າເມື່ອທຽບໃສ່ກັບໄລຍະດຽວກັນຂອງປີ 2024, ຊີວິດທາງດ້ານວັດຖຸ ແລະ ຈິດໃຈຂອງປະຊາຊົນໄດ້ຮັບການຍົກສູງຂຶ້ນ.

Top