• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສູນກາງຄະນະຊາວໜຸ່ມ ຍູ້ແຮງການຮ່ວມມືກັບອົງການອະນາໄມໂລກ ຢູ່ ຫວຽດນາມ

      ທ່ານ ຫງວຽນແອັງຕວັນ ໄດ້ສະແດງຄວາມຂອບອົກຂອບໃຈຕໍ່ WHO ປະຈຳຫວຽດນາມ ແລະ ອົງການ ສປຊ ທີ່ມີການເຄື່ອນໄຫວທີ່ມີຄວາມໝາຍຫຼາຍຢ່າງ, ຮ່ວມເດີນທາງ ພ້ອມກັບອົງການຊາວໜຸ່ມ, ສະມາຄົມຕ່າງໆໃນບັນດາໂຄງການຕ່າງໆ
ທ່ານ ເລຂາຜູ້ທີໜຶ່ງຂອງສູນກາງຄະນະຊາວໜຸ່ມກອມມູນິດ ໂຮ່ຈີມິນ ຫງວຽນແອັງຕວັນ ໃຫ້ການຕ້ອນຮັບທ່ານ Kidong Park
ຜູ້ຕາງໜ້າອົງການອະນາໄມໂລກ (WHO) ປະຈຳ ຫວຽດນາມ
      ວັນທີ 5 ກຸມພາ, ຢູ່ຮ່າໂນ້ຍ, ທ່ານ ເລຂາຜູ້ທີໜຶ່ງຂອງສູນກາງຄະນະຊາວໜຸ່ມກອມມູນິດ ໂຮ່ຈີມິນ, ປະທານສູນກາງສະຫະພັນ ຊາວໜຸ່ມ ຫວຽດນາມ ຫງວຽນແອັງຕວັນ ໄດ້ໃຫ້ການຕ້ອນຮັບທ່ານ Kidong Park ຜູ້ຕາງໜ້າອົງການອະນາໄມໂລກ (WHO) ປະຈຳ ຫວຽດນາມ. ທີ່ການຕ້ອນຮັບ, ສອງຝ່າຍໄດ້ເຫັນດີເປັນເອກະພາບ ຍູ້ແຮງການເຄື່ອນໄຫວ ເບິ່ງແຍງສຸຂະພາບກ່ອນການສົມລົດໃຫ້ແກ່ຊາວໜຸ່ມ, ສຸຂະພາບຂອງແມ່ແລະເດັກ, ການເຄື່ອນໄຫວຫຼຸດຜ່ອນການບໍລິໂພກ ເຫຼົ້າ, ເບຍ ແລະ ຢາສູບ.
            ທ່ານ ຫງວຽນແອັງຕວັນ ໄດ້ສະແດງຄວາມຂອບອົກຂອບໃຈຕໍ່ WHO ປະຈຳຫວຽດນາມ ແລະ ອົງການ ສປຊ ທີ່ມີການເຄື່ອນໄຫວທີ່ມີຄວາມໝາຍຫຼາຍຢ່າງ, ຮ່ວມເດີນທາງ ພ້ອມກັບອົງການຊາວໜຸ່ມ, ສະມາຄົມຕ່າງໆໃນບັນດາໂຄງການຕ່າງໆ, ພິເສດແມ່ນ ບັນດາການເຄື່ອນໄຫວໜູນຊ່ວຍສະມາຄົມທ່ານໝໍໜຸ່ມ ຫວຽດນາມ ເຂົ້າຮ່ວມການປ້ອງກັນ, ສະກັດກັ້ນໂລກລະບາດ ໂຄວິດ - 19… ໃນໄລຍະທີ່ຜ່ານມາ.
            ສ່ວນທ່ານ Kidong Park ໄດ້ສະເໜີ ສົມທົບກັນກໍ່ສ້າງຊັບພະຍາກອນມະນຸດ ໃຫ້ແກ່ລະບົບຄະນະຊາວໜຸ່ມ ແລະ ສະມາຄົມ ທ່ານໝໍໜຸ່ມ ຫວຽດນາມ ໃນຂົງເຂດສຸຂະພາບທົ່ວໂລກ ຍ້ອນວ່າ ຫວຽດນາມ ນັບມື້ນັບມີສ່ວນກ່ຽວຂ້ອງບັນດານະໂຍບາຍສາກົນຫຼາຍກ່ວາອີກ, ຜັນຂະຫຍາຍບັ້ນເຄື່ອນໄຫວບໍ່ສູບຢາ.
(ແຫຼ່ງຄັດຈາກ VOV)
 

ທ່ານເລຂາທິການໃຫຍ່ ໂຕເລິມ ເຂົ້າຮ່ວມງານສະແດງສິລະປະ ຈົດຈຳຄຳສັ່ງສອນຂອງປະທານ ໂຮ່ຈີມິນ - ສຽງທະຫານເຄື່ອນທັບດັງກ້ອງ

ທ່ານເລຂາທິການໃຫຍ່ ໂຕເລິມ ເຂົ້າຮ່ວມງານສະແດງສິລະປະ “ຈົດຈຳຄຳສັ່ງສອນຂອງປະທານ ໂຮ່ຈີມິນ - ສຽງທະຫານເຄື່ອນທັບດັງກ້ອງ”

ບັນດາຜູ້ແທນໄດ້ຮັບຊົມບັນດາຮູບພາບກ່ຽວກັບຜົນງານທີ່ພົ້ນເດັ່ນໃນໄລຍະ 10 ປີແຫ່ງການປະຕິບັດຄຳສັ່ງເລກທີ 05 ຂອງກົມການເມືອງ ກ່ຽວກັບການຍູ້ແຮງການຮໍ່າຮຽນ ແລະ ປະຕິບັດຕາມແນວຄິດ, ຄຸນສົມບັດ, ວິຖີຊີວິດຂອງ ປະທານ ໂຮ່ຈີມິນ

Top