• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສື່ມວນຊົນ ລາວ ລົງຫຼາຍຂ່າວ/ບົດກ່ຽວກັບການພົວພັນ ລາວ-ຫວຽດນາມ

ເຖິງວ່າສະພາບໂລກລະບາດໂຄວິດ-19 ພວມມີການຜັນແປໄປຢ່າງສັບສົນກໍ່ຕາມ, ແຕ່ ລາວ ແລະ ຫວຽດນາມ ຍັງສືບຕໍ່ເພີ່ມທະວີສາຍພົວພັນນັບທັງລວງກວ້າງ ແລະ ລວງເລິກ, ຈາກຂັ້ນສູນກາງລົງຮອດຂັ້ນທ້ອງຖິ່ນ ເພື່ອຜົນປະໂຫຍດຂອງປະຊາຊົນລາວ - ຫວຽດນາມ.
(ສື່ມວນຊົນຂອງລາວ ພ້ອມກັນລົງຫຼາຍຂ່າວ/ບົດກ່ຽວກັບສາຍພົວພັນລະຫວ່າງລາວ - ຫວຽດນາມ)

ບັນດາອົງການສື່ມວນຊົນໃຫຍ່ຂອງລາວ ຄື: ໜັງສືພິມປະຊາຊົນ, ປະເທດລາວ ພ້ອມກັນລົງຫຼາຍຂ່າວ/ບົດກ່ຽວກັບສາຍພົວພັນລະຫວ່າງລາວ - ຫວຽດນາມ, ເນື່ອງໃນໂອກາດສະເຫຼີມສະຫຼອງ 44 ປີແຫ່ງວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມືລະຫວ່າງ ລາວ - ຫວຽດນາມ (18 ກໍລະກົດ 1977 – 18 ກໍລະກົດ 2021).

        ໃນໜ້າຫຼັກໜັງສືພິມປະຊາຊົນ, ອົງການກະບອກສຽງຂອງພັກປະຊາຊົນປະຕິວັດລາວ, ສະບັບອອກວັນທີ 16 ກໍລະກົດ, ໄດ້ລົງບົດຂຽນດ້ວຍຫົວຂໍ້ວ່າ “ສືບຕໍ່ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບ, ການຮ່ວມມືຮອບດ້ານ ແລະ ການພົວພັນທາງການທູດລາວ-ຫວຽດນາມ ນັບມື້ນັບພັດທະນາ”. ບົດຂຽນໄດ້ຢືນຢັນວ່າ, ເຖິງວ່າສະພາບໂລກລະບາດໂຄວິດ-19 ພວມມີການຜັນແປໄປຢ່າງສັບສົນກໍ່ຕາມ, ແຕ່ ລາວ ແລະ ຫວຽດນາມ ຍັງສືບຕໍ່ເພີ່ມທະວີສາຍພົວພັນນັບທັງລວງກວ້າງ ແລະ ລວງເລິກ, ຈາກຂັ້ນສູນກາງລົງຮອດຂັ້ນທ້ອງຖິ່ນ ເພື່ອຜົນປະໂຫຍດຂອງປະຊາຊົນລາວ - ຫວຽດນາມ. ສິ່ງດັ່ງກ່າວໄດ້ສະແດງອອກຜ່ານການຢ້ຽມຢາມສັນຖະວະໄມຕີຫວຽດນາມ ຂອງການນຳພັກ, ລັດ ລາວ ຫວ່າງມໍ່ໆມານີ້.

        ສ່ວນໜັງສືພິມ ປະເທດລາວ ຂອງສຳນັກຂ່າວສານລາວ, ສະບັບອອກວັນທີ 16 ກໍລະກົດ ກໍ່ໄດ້ລົງບົດຂຽນຢູ່ໜ້າຫຼັກທີ່ມີຫົວຂໍ້ວ່າ “ສາຍພົວພັນມິດຕະພາບ, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ລາວ - ຫວຽດນາມ ຍື່ນຍົງຕະຫຼອດໄປ”. ບົດຂຽນໃຫ້ຮູ້ວ່າ, ພາຍຫຼັງທີ່ ລາວ ແລະ ຫວຽດນາມ ໄດ້ປົດປ່ອຍຢ່າງສົມບູນ, 2 ຝ່າຍໄດ້ຊຸກຍູ້ການພົວພັນຮ່ວມມືທີ່ນັບມື້ນັບແໜ້ນແຟ້ນ, ເຂົ້າສູ່ລວງເລິກ ແລະ ບັນລຸປະສິດທິຜົນສູງ. ປະຈຸບັນ, ສາຍພົວພັນນີ້ໄດ້ກາຍເປັນມໍລະດົກອັນລຳຄ່າຂອງທັງ 2 ຊາດ, ແມ່ນກົດເກນຂອງການພັດທະນາລະຫວ່າງ 2 ຊາດ, ແມ່ນໜຶ່ງໃນບັນດາປັດໃຈຕັດສິນເຖິງໄຊຊະນະໃນພາລະກິດປະຕິວັດລາວ ແລະ ຫວຽດນາມ. ບົດຂຽນຢືນຢັນວ່າ, ເລື່ອງ 2 ປະເທດລົງນາມໃນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ໄດ້ກາຍເປັນເຫດການມີຄວາມໝາຍສຳຄັນຍິ່ງທາງດ້ານປະຫວັດສາດ, ສາຍພົວພັນດັ່ງກ່າວໄດ້ກາຍເປັນກົດເກນເປັນຕາຍ ແລະ ການພັດທະນາຂອງ 2 ປະເທດ, ແມ່ນສາຍພົວພັນທີ່ຫາຍາກໃນການພົວພັນສາກົນ ແລະ ໃນໂລກ.

(ແຫຼ່ງຄັດຈາກ VOV)

ຂີ​ດ​ໝາຍ​ສຳ​ຄັນ​ໃນ​ວິ​ວັດ​ການ​ຊຸກ​ຍູ້​ຄວາມ​ສະ​ເໝີ​ພາບ​ລະ​ຫວ່າງ​ຍິງ​ຊາຍ ແລະ ການມອບ​ສິດ​ໃຫ້​ແກ່​ແມ່​ຍິງ​ຂອງ ຫວຽດ​ນາມ

ຂີ​ດ​ໝາຍ​ສຳ​ຄັນ​ໃນ​ວິ​ວັດ​ການ​ຊຸກ​ຍູ້​ຄວາມ​ສະ​ເໝີ​ພາບ​ລະ​ຫວ່າງ​ຍິງ​ຊາຍ ແລະ ການມອບ​ສິດ​ໃຫ້​ແກ່​ແມ່​ຍິງ​ຂອງ ຫວຽດ​ນາມ

ຕາມບົດລາຍງານແລ້ວ, ໃນ 3 ທົດສະວັດຜ່ານມາ, ລັດຖະບານຫວຽດນາມ ໄດ້ສະແດງໃຫ້ເຫັນຄວາມຕັດສິນໃຈຢ່າງແຮງໃນການຊຸກຍູ້ສິດຄວາມສະເໝີພາບລະຫວ່າງຍິງ - ຊາຍ ຜ່ານການສ້າງລະບົບກົດໝາຍໃຫ້ສົມບູນແບບ.

Top