• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສື່ມວນຊົນລາວໃຫ້ຂ່າວ ກ່ຽວກັບການຢ້ຽມຢາມລາວຂອງທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ


ການ​ເຄື່ອນ​ໄຫວ​ຢ້ຽມ​ຢາມ​ລາວ​ຢ່າງ​ເປັນ​ທາງ​ການຂອງ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີຫວຽດ​ນາມ ຫງວ​ຽນຊວນ​ຟຸກ
 
​          ໜັງ​ສື​ພິມ​ລາວສະ​ບັບ​ຕ່າງໆ​ອອກ​ເມື່ອ​ວັນ​ທີ 27 ແລະ 28/4 ໄດ້​ລົງ​ພິມ​ຂ່າວ, ບົດ ແລະ ຮູບ​ພາບ​ຢ່າງຫຼວງຫຼາຍໃນ​ໜ້າ​ທຳ​ອິດກ່ຽວ​ກັບ​ການ​ເຄື່ອນ​ໄຫວ​ຢ້ຽມ​ຢາມ​ລາວ​ຢ່າງ​ເປັນ​ທາງ​ການຂອງ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີຫວຽດ​ນາມ ຫງວ​ຽນຊວນ​ຟຸກ, ພິ​ເສດ​ແມ່ນ​ໄດ້​ຕີ​ລາ​ຄາ​ສູງ​ບັນ​ດາ​ໝາກ​ຜົນ​ທີ່​ບັນ​ລຸ​ໄດ້​ໃນ​ການ​ຢ້ຽມ​ຢາມ. ໜັງ​ສື​ພິມ​ປະ​ຊາ​ຊົນ​ສະ​ບັບ​ອອກວັນ​ທີ 28/4 ແລະ ໜັງ​ສື​ພິມ​ປະ​ເທດ​ລາວ​ສະ​ບັບ​ອອກວັນ​ທີ 27/4 ໄດ້​ລົງ​ພິມ​ຖະ​ແຫຼງ​ການ​ຮ່ວມ​ຫວຽດ​ນາມ-ລາວ ແລະ ຢືນ​ຢັນ​ການ​ຢ້ຽມ​ຢາມ​ໄດ້​ປະ​ສົບ​ຜົນ​ສຳ​ເລັດ​ຢ່າງ​ດີ​ງາມ​ດ້ວຍ​ການ​ລົງ​ນາມ​ໃນ​ເອ​ກະ​ສານ​ຮ່ວມ​ມື​ທີ່​ສຳ​ຄັນ 9 ສະ​ບັບ.
    ສ່ວນ​ໜັງ​ສື​ພິມ​ວຽງ​ຈັນ​ທາມ​ ສະ​ບັບ​ອອກວັນ​ທີ 27 ແລະ 28/4 ກໍ​ໄດ້​ລົງ​ພິມ 2 ບົດ​ຂຽນ​ທີ່​ພາດ​ຫົວ​ຂໍ້ : “ ຂໍ້​ຕົກ​ລົງໃຫ​ຍ່ຫຼາຍ​ສະ​ບັບໄດ້​ຮັບ​ການ​ລົງ​ນາມ​ໃນ​ຂອບ​ເຂດ​ການ​ເຄື່ອນ​ໄຫວ​ຢ້ຽມ​ຢາມ​ລາວ​ຢ່າງ​ເປັນ​ທາງ​ການຂອງ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີຫວຽດ​ນາມ ” ແລະ “ການ​ຢ້ຽມ​ຢາມ​ຂອງ ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີຫວຽດ​ນາມ ຫງວ​ຽນຊວນ​ຟຸກໄດ້​ເຮັດ​ໃຫ້​ການ​ພົວ​ພັນ​ຮ່ວມ​ມື​ລະ​ຫວ່າງ 2 ປະ​ເທດ​ເລິກ​ເຊິ່ງ​ຂຶ້ນ​ຕື່ມ”
     ໃນ​ຂະ​ນະ​ນັ້ນ, ໜັງ​ສື​ພິມ​ວຽງ​ຈັນ​ໃໝ່ ສະ​ບັບ​ອອກວັນ​ທີ 27/4 ໄດ້​ລົງ​ພິມ​ຄຳ​ໃຫ້​ສັງ​ເກດ​ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫ​ຍ່, ປະ​ທານ​ປະ​ເທດ​ລາວ ບຸນ​ຍັງ ວໍ​ລະ​ຈິດ ກ່ຽວ​ກັບ​ການ​ເຄື່ອນ​ໄຫວ​ຢ້ຽມ​ຢາມ​ລາວ​ຢ່າງ​ເປັນ​ທາງ​ການຂອງ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີຫວຽດ​ນາມ ຫງວຽນ​ຊວນ​ຟຸກ, ໃນ​ນັ້ນ​ໄດ້​ຕີ​ລາ​ຄາ​ສູງ​ການ​ຢ້ຽມ​ຢາມ​ລາວ​ເປັນ​ຄັ້ງ​ທຳ​ອິດພາຍຫຼັງ​ດຳ​ລົງ​ຕຳ​ແໜ່ງ​ເປັນ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ແລະ ຢືນ​ຢັນ​ການ​ຢ້ຽມ​ຢາມ​ເປັນ​ການ​ຊ່ວຍ​ເພີ່ມ​ທະ​ວີ ແລະ ເຮັດ​ໃຫ້​ການ​ພົວ​ພັນ​ຮ່ວມ​ມື​ລະ​ຫວ່າງ 2 ພັກ, 2 ລັດເລິກ​ເຊິ່ງ​ຂຶ້ນ​ຕື່ມ.
 (ແຫຼ່ງຄັດຈາກ VOV)

ທ່ານເລຂາທິການໃຫຍ່ ໂຕເລິມ ເຂົ້າຮ່ວມງານສະແດງສິລະປະ ຈົດຈຳຄຳສັ່ງສອນຂອງປະທານ ໂຮ່ຈີມິນ - ສຽງທະຫານເຄື່ອນທັບດັງກ້ອງ

ທ່ານເລຂາທິການໃຫຍ່ ໂຕເລິມ ເຂົ້າຮ່ວມງານສະແດງສິລະປະ “ຈົດຈຳຄຳສັ່ງສອນຂອງປະທານ ໂຮ່ຈີມິນ - ສຽງທະຫານເຄື່ອນທັບດັງກ້ອງ”

ບັນດາຜູ້ແທນໄດ້ຮັບຊົມບັນດາຮູບພາບກ່ຽວກັບຜົນງານທີ່ພົ້ນເດັ່ນໃນໄລຍະ 10 ປີແຫ່ງການປະຕິບັດຄຳສັ່ງເລກທີ 05 ຂອງກົມການເມືອງ ກ່ຽວກັບການຍູ້ແຮງການຮໍ່າຮຽນ ແລະ ປະຕິບັດຕາມແນວຄິດ, ຄຸນສົມບັດ, ວິຖີຊີວິດຂອງ ປະທານ ໂຮ່ຈີມິນ

Top