
(ພາບປະກອບ: TTXVN)
ໜັງສືພິມຝລັ່ງ ໃຫ້ຮູ້ວ່າ, ຫວຽດນາມ ບັນລຸໄດ້ລະດັບເຕີບໂຕເສດຖະກິດສູງທີ່ສຸດ, ຂຶ້ນເຖິງ 6,81% ໃນປີ 2017 ແລະ ລື່ນກາຍລະດັບຄາດຄະເນແມ່ນ 6,7%. ບັນດາຂົງເຂດທີ່ປະກອບສ່ວນຢ່າງຕັ້ງໜ້າໃຫ້ແກ່ການເຕີບໂຕດ້ານເສດຖະກິດຂອງຫວຽດນາມ ໃນປີ 2017 ແມ່ນການຜະລິດກະສິກຳ, ການສົ່ງອອກ. ວິວັດທະນາການຫັນເປັນຫຸ້ນສ່ວນ ແລະ ຫັນເປັນພາກເອກະຊົນແມ່ນໜຶ່ງໃນບັນດາປັດໃຈຮັກສາລະດັບເຕີບໂຕສູງຂອງຫວຽດນາມ ໃນຊຸມປີຜ່ານມາ.
ສື່ມວນຊົນຝລັ່ງ ໄດ້ຄັດສະເໜີຂໍ້ສັງເກດຂອງທະນາຄານໂລກ ໂດຍຖືວ່າ, ຫວຽດນາມ ຄວນມານະພະຍາຍາມເພື່ອຮັກສາທ່າເຕີບໂຕສູງໃນປີ 2018 ແລະ ຄາດຄະເນວ່າ ເສດຖະກິດຫວຽດນາມ ອາດຈະບັນລຸໄດ້ລະດັບເຕີບໂຕ 6,5% ໃນປີ 2018.
(ແຫຼ່ງຄັດຈາກ VOV)