• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສືບຕໍ່ຖືກຜົນເສຍຫາຍທາງດ້ານຊີວິດອິນຊີ ແລະ ຊັບສິນໃນເຫດຝົນຕົກ ແລະ ນ້ຳຖ້ວມ

      ມາຮອດປະຈຸບັນມີຂົວ 4 ແຫ່ງຖືກພັດໄປຕາມກະແສນ້ຳ. ບັນດາເສັ້ນທາງຫຼວງ ແລະ ເສັ້ນທາງຕໍ່ແຂວງ, ຕໍ່ຕາແສງ...

ພາບປະກອບ
      ໃນບົດລາຍງານດ່ວນຂອງຄະນະຊີ້ນຳການປ້ອງກັນ, ຕ້ານໄພພິບັດທຳມະຊາດ ແລະ ຊອກຫາກູ້ໄພກູ້ຊີບແຂວງ ລາຍເຈົາ, ຮອດເວລາ 16 ໂມງຕອນແລງວັນທີ 25 ມິຖຸນາ, ທ້ອງຖິ່ນໄດ້ຮັບຮູ້ຕົວເລກ 22 ຄົນຖືກເສຍຊີວິດ ແລະ ຫາຍສາບສູນ, ໃນນັ້ນ ມີເມືອງຊິ່ນໂຮ່ ແມ່ນທ້ອງຖິ່ນມີຈຳນວນຜູ້ຖືກເສຍຊີວິດ ແລະ ຫາຍສາບສູນຫຼາຍທີ່ສຸດ. ນອກຈາກນັ້ນ, ຝົນຕົກໜັກໃນບໍລິເວນກໍ່ເຮັດໃຫ້ເຮືອນຊານຂອງປະຊາຊົນ 150 ຫຼັງຖືກເປ່ເພ; ສັດປີກກ່ວາ 5.000 ໂຕ, ເຂົ້າສານ, ຜັກພືດເກືອບ 450 ເຮັດຕາ ແລະ ກ່ວາ 40 ກິດຈະກຳຊົນລະປະທານ, ນ້ຳປະປາຖືກກະແສນ້ຳພັດໄປ ແລະ ຖືກດິນຕົມທັບຖົມ. ຄວາມເສຍຫາຍໜັກໜ່ວງທີ່ສຸດແມ່ນກ່ຽວກັບດ້ານຄົມມະນາຄົມ, ມາຮອດປະຈຸບັນມີຂົວ 4 ແຫ່ງຖືກພັດໄປຕາມກະແສນ້ຳ. ບັນດາເສັ້ນທາງຫຼວງ ແລະ ເສັ້ນທາງຕໍ່ແຂວງ, ຕໍ່ຕາແສງ, ຕໍ່ບ້ານຖືກເຊາະເຈື່ອນຢ່າງໜັກໜ່ວງ, ປະລິມານດິນ, ຫີນຂຶ້ນເຖິງກ່ວາ 800.000 ແມັດກ້ອນ.
        ຕໍ່ໜ້າສະພາບການນັ້ນ, ວັນທີ 25 ມິຖຸນາ, ຄະນະປະຈຳຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ໄດ້ໂທລະເລກຢື້ຢາມຖາມຂ່າວຄະນະພັກແຂວງ, ສະພາປະຊາຊົນ, ຄະນະກຳມະການປະຊາຊົນ, ຄະນະກຳມະການແນວໂຮມປະເທດຊາດ ຫວຽດນາມ ແລະ ບັນດາຄອບຄົວຖືກຜົນເສຍຫາຍຍ້ອນຝົນຕົກ ແລະ ນ້ຳຖ້ວມເກີດຂຶ້ນຢູ່ບັນດາແຂວງ: ລາຍເຈົາ, ຮ່າຢາງ, ອ໋ຽນບ໋າຍ, ລາວກາຍ. ຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ກໍ່ສະເໜີໃຫ້ຄະນະປະຈຳຄະນະກຳມະການແນວໂຮມປະເທດຊາດ ຫວຽດນາມ ບັນດາແຂວງ: ລາຍເຈົາ, ຮ່າຢາງ, ອ໋ຽນບ໋າຍ, ລາວກາຍ ສົມທົບກັບອຳນາດການປົກຄອງ, ຄະນະຊີ້ນຳຫ້ອງການຕ້ານໄພພິບັດທຳມະຊາດຂອງແຂວງ ລວບລວມສະຖິຕິຄວາມເສຍຫາຍດ້ານຊີວິດອິນຊີ, ຈຳນວນຜູ້ຖືກຮັບບາດເຈັບ, ຈຳນວນຄອບຄົວຖືກເປ່ເພ, ເສຍຫາຍ ແລະ ລາຍງານຕໍ່ຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ເພື່ອມີມາດຕະການໜູນຊ່ວຍປະຊາຊົນ, ປະກອບສ່ວນແກ້ໄຂຄວາມຫຍຸ້ງຍາກ.
 (ແຫຼ່ງຄັດຈາກ VOV)

ຮີບເຮັ່ງສ້າງບົດລາຍງານຕ້ານການຂຸດຄົ້ນ IUU ໃຫ້ສຳເລັດ

ຮີບເຮັ່ງສ້າງບົດລາຍງານຕ້ານການຂຸດຄົ້ນ IUU ໃຫ້ສຳເລັດ

ກະຊວງກະສິກຳ ແລະ ສິ່ງແວດລ້ອມ ຫວຽດນາມ ໃຫ້ຮູ້ວ່າ ໄດ້ສ້າງຮ່າງບົດລາຍງານຄວາມຄືບໜ້າໃນການຕ້ານການຂຸດຄົ້ນ IUU ເພື່ອສົ່ງໃຫ້ຄະນະກຳມະການ ເອີລົບ (ອີຊີ) ແລະ ສົ່ງໄປຂໍຄຳເຫັນບັນດາສະມາຊິກຄະນະຊີ້ນຳ.

Top