• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສີສັນຫຼາກຫຼາຍຂອງງານບຸນວັດທະນະທຳ,ທ່ອງທ່ຽວເຂດຕາເວັນອອກ

      ເຂົ້າຮ່ວມງານບຸນມີການນຳຂັ້ນສູງຂອງພັກ, ລັດ ຫວຽດນາມ. ນີ້ແມ່ນງານບຸນທີ່ມີຂອບຂະຫນາດໃຫຍ່, ໂດຍແຂວງ ຫາຍເຢືອງ ຈັດຕັ້ງເປັນຄັ້ງທຳອິດເພື່ອຂ່ຳນັບຮັບຕ້ອນປີໃໝ່ 2019

ການສະແດງສິລະປະທີ່ງານບຸນ
      ຕອນຄ່ຳວັນທີ 30 ທັນວາ, ຢູ່ນະຄອນ ຫາຍເຢືອງ, ແຂວງ ຫາຍເຢືອງ, ໄດ້ໄຂງານບຸນວັດທະນະທຳ, ທ່ອງທ່ຽວເຂດຕາເວັນອອກ ປີ 2018. ເຂົ້າຮ່ວມງານບຸນມີການນຳຂັ້ນສູງຂອງພັກ, ລັດ ຫວຽດນາມ. ນີ້ແມ່ນງານບຸນທີ່ມີຂອບຂະຫນາດໃຫຍ່, ໂດຍແຂວງ ຫາຍເຢືອງ ຈັດຕັ້ງເປັນຄັ້ງທຳອິດເພື່ອຂ່ຳນັບຮັບຕ້ອນປີໃໝ່ 2019 ດ້ວຍຫົວຂໍ້ວ່າ “Carnaval - ຫາຍເຢືອງ ລະດູບານໃໝ່”. ທ່ານ ຫງວຽນເຢືອງທ໊າຍ, ປະທານຄະນະກຳມະການປະຊາຊົນແຂວງ ຫາຍເຢືອງ, ໃຫ້ຮູ້ວ່າ:
        ການເຄື່ອນໄຫວຕ່າງໆຂອງງານບຸນວັດທະນະທຳ ທ່ອງທ່ຽວເຂດຕາເວັນອອກຄັ້ງທີໜຶ່ງ ໄດ້ສະແດງໃຫ້ເຫັນສ່ວນໜຶ່ງຂອງຜົນງານຮອບດ້ານກ່ຽວກັບເສດຖະກິດ ຂອງສັງຄົມ, ແນະນຳຄວາມສາມາດບົ່ມຊ້ອນກ່ຽວກັບກະສິກຳ, ອຸດສາຫະກຳ, ການບໍລິການ, ການທ່ອງທ່ຽວຂອງແຂວງ ຫາຍເຢືອງ. ພ້ອມທັງເຊີດຊູບັນດາຄຸນຄ່າວັດທະນະທຳທີ່ເປັນມູນເຊື້ອທີ່ໄດ້ເຕົ້າໂຮມກັ່ນຕອງຜ່ານຫຼາຍລຸ້ນຄົນ. ງານບຸນ Carnaval 2019 ແມ່ນໂອກາດເພື່ອໃຫ້ປະຊາຊົນໃນທົ່ວປະເທດມີຄວາມຮັກ ແລະ ຄວາມເຂົ້າໃຈກ່ຽວກັບເຂດດິນແດນ, ປະຊາຊົນ ຫາຍເຢືອງ ຂະຫຍັນຂັນເຄື່ອນ, ມີມູນເຊື້ອການປະຕິວັດ, ຮັກແພງແຂກຄົນ ແລະ ເຂັ້ມຂົ້ນໄປດ້ວຍສີສັນຊາດ.
 (ແຫຼ່ງຄັດຈາກ VOV)

UNESCO ຮັບ​ຮອງ​ເອົາ​ມະ​ຕິ​ເຊີດ​ຊູ​ນັກ​ວັດ​ທະ​ນະ​ທຳ ເລ​ກຸຍ​ໂດນ

UNESCO ຮັບ​ຮອງ​ເອົາ​ມະ​ຕິ​ເຊີດ​ຊູ​ນັກ​ວັດ​ທະ​ນະ​ທຳ ເລ​ກຸຍ​ໂດນ

ວັນທີ 31 ຕຸລາ, ກອງປະຊຸມຄັ້ງທີ 43 ຂອງສະມັດຊາໃຫຍ່ ອົງການວິທະຍາສາດ, ການສຶກສາ ແລະ ວັດທະນະທຳຂອງ ສປຊ (UNESCO) ໄດ້ດຳເນີນຢູ່ນະຄອນ Samarkand, ອູເບກິດສະຖານ, ຮັບຮອງເອົາມະຕິວ່າດ້ວຍການເຊີດຊູ ແລະ ພ້ອມກັນເຂົ້າຮ່ວມພິທີສະເຫຼີມສະຫຼອງ 300 ປີແຫ່ງວັນຄ້າຍວັນເກີດຂອງນັກວັດທະນະທຳ ເລກຸຍໂດນ.

Top