• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສິນ​ຄ້າ ຫວຽດ​ນາມ ຢັ້ງ​ຢືນເຄື່ອງໝາຍການຄ້າຢູ່ຕະຫຼາດ ອົດ​ສະ​ຕາ​ລີ

ສິນຄ້າ ຫວຽດນາມບໍ່ພຽງແຕ່ປະກົດຢູ່ບັນດາຮ້ານສັບພະສິນຄ້າ ອາຊີ ຢູ່ ອົດສະຕາລີ ເທົ່ນນັ້ນ ຫາກຍັງໄດ້ຂາຍໃນບັນດາລະບົບຮ້ານສັບພະສິນຄ້າໃຫຍ່ທີ່ສຸດຢູ່ ອົດສະຕາລີ ອີກດ້ວຍ.
ສິນຄ້າ ຫວຽດນາມ ຢັ້ງຢືນເຄື່ອງໝາຍການຄ້າຢູ່ຕະຫຼາດ ອົດສະຕາລີ

ບໍ່ພຽງແຕ່ຢູ່ ຊິດນີ, ເຊິ່ງຫຼາຍນະຄອນອື່ນຄື Perth, ລັດອົດສະຕາລີ ຕາເວັນຕົກ , ພວມວາງຂາຍສິນຄ້າຜະລິດຕະພັນກະເສດ, ສິນໃນນ້ຳຫຼາຍຢ່າງທີ່ນຳເຂົ້າຈາກ ຫວຽດນາມ. ທ່ານ ຮ່ວາງລວດ, ບໍລິສັດນຳເຂົ້າສົ່ງອອກ M, ໃຫ້ຮູ້ວ່າ: ນັບມື້ນັບມີສິນຄ້າ ຫວຽດນາມ ຫຼາຍຢ່າງນຳເຂົ້າມາ ອົດສະຕາລີ ແລະ ໄດ້ຈຳໝ່າຍໃນບັນດາລະບົບຮ້ານສັບພະສິນຄ້າ ອາຊີ ໃນລັດ.

        ສິນຄ້າ ຫວຽດນາມບໍ່ພຽງແຕ່ປະກົດຢູ່ບັນດາຮ້ານສັບພະສິນຄ້າ ອາຊີ ຢູ່ ອົດສະຕາລີ ເທົ່ນນັ້ນ ຫາກຍັງໄດ້ຂາຍໃນບັນດາລະບົບຮ້ານສັບພະສິນຄ້າໃຫຍ່ທີ່ສຸດຢູ່ ອົດສະຕາລີ ອີກດ້ວຍ. ທ່ານ ຫງວຽນຟູຮ່ວາ, ຫົວໜ້າອົງການການຄ້າ ຫວຽດນາມ ປະຈຳ ອົດສະຕາລີ ໃຫ້ຮູ້ວ່າ:

        ໂຄສະນາເຄື່ອງໝາຍການຄ້າສິນຄ້າ ຫວຽດນາມ ຍາມໃດກໍ່ແມ່ນການເຄື່ອນໄຫວຈຸດສຸມຂອງອົງການການຄ້າ ຫວຽດນາມ ປະຈຳ ອົດສະຕາລີ. ອົງການການຄ້າໄດ້ຜັນຂະຫຍາຍຍຸດທະສາດໂຄສະນາເຄື່ອງໝາຍການຄ້າ ຫວຽດນາມ ອີງຕາມແຜນການການກະທຳລະອຽດ, ຕາມບັນດາໝາກຜົນການຄົ້ນຄວ້າ ແລະ ຍູ້ແຮງການນຳໃຊ້ເຕັກໂນໂລຢີຫັນເປັນດີຈີຕອນ. ພ້ອມທັງອົງການການຄ້າກໍ່ເຮັດຫຼາຍວິທີ່ໜູນຊ່ວຍບັນດາສະຫະສະມາຄົມວິສາຫະກິດ ອົດສະຕາລີ ແລະ ບັນດານັກທຸລະກິດຊາວ ຫວຽດນາມ ອາໄສຢູ່ ອົດສະຕາລີ ນຳເຂົ້າ ແລະ ຂາຍສິນຄ້າ ຫວຽດນາມ, ພິເສດໃນສະພາບການປະຈຸບັນທີ່ບັນດາວິສາຫະກິດ ອົດສະຕາລີ ຢາກມີແຫຼ່ງສິນຄ້ານຳເຂົ້າຫຼາຍຮູບຫຼາຍແບບ.

(ແຫຼ່ງຄັດຈາກ VOV)

ຂີ​ດ​ໝາຍ​ສຳ​ຄັນ​ໃນ​ວິ​ວັດ​ການ​ຊຸກ​ຍູ້​ຄວາມ​ສະ​ເໝີ​ພາບ​ລະ​ຫວ່າງ​ຍິງ​ຊາຍ ແລະ ການມອບ​ສິດ​ໃຫ້​ແກ່​ແມ່​ຍິງ​ຂອງ ຫວຽດ​ນາມ

ຂີ​ດ​ໝາຍ​ສຳ​ຄັນ​ໃນ​ວິ​ວັດ​ການ​ຊຸກ​ຍູ້​ຄວາມ​ສະ​ເໝີ​ພາບ​ລະ​ຫວ່າງ​ຍິງ​ຊາຍ ແລະ ການມອບ​ສິດ​ໃຫ້​ແກ່​ແມ່​ຍິງ​ຂອງ ຫວຽດ​ນາມ

ຕາມບົດລາຍງານແລ້ວ, ໃນ 3 ທົດສະວັດຜ່ານມາ, ລັດຖະບານຫວຽດນາມ ໄດ້ສະແດງໃຫ້ເຫັນຄວາມຕັດສິນໃຈຢ່າງແຮງໃນການຊຸກຍູ້ສິດຄວາມສະເໝີພາບລະຫວ່າງຍິງ - ຊາຍ ຜ່ານການສ້າງລະບົບກົດໝາຍໃຫ້ສົມບູນແບບ.

Top