• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສຳນັກຂ່າວສານ ເຢຍລະມັນ DPA ແນະນຳສະຖານທີ່ທ່ຽວທ່ຽວດູດດື່ມຂອງ ຫວຽດນາມ ຕໍ່ມວນຊົນ

      ດ້ວຍຫົວຂໍ້ “ການເດີນທາງຢ້ຽມຢາມປະເທດ ຫວຽດນາມ ແຕ່ເໜືອຮອດໃຕ້”, ບົດຂຽນດັ່ງກ່າວ ໄດ້ຂຽນວ່າ ຝັ່ງທະເລອັນຍາວຢຽດ, ຜາຫີນທີ່ສູງຊັນ, ນາຂັ້ນໄດ, ບັນດາຕົວເມືອງທີ່ຟົດຟື້ນເນືອງນັນ ແຕກຕ່າງກັບບັນດາໝູ່ບ້ານທີ່ສະຫງົບງຽບ ແລະ ລຽບງ່າຍ ຂອງ ຫວຽດນາມ ໄດ້ເຮັດໃຫ້ແຂກທ່ອງທ່ຽວມີຄວາມປະທັບໃຈທີ່ສຸດ. 
ຄວາມງາມຂອງອ່າວ ຮະລອງ (ພາບ: TTXVN)
         ສຳນັກຂ່າວສານ DPA  ຫາກໍມີບົດຂຽນແນະນຳ  ສະຖານທີ່ທ່ອງທ່ຽວ 11 ແຫ່ງທີ່ດູດດື່ມຢູ່ ຫວຽດນາມ ແລະ ໄດ້ເອົາລົງໃນບັນດາໜັງສືພິມເອເລັກໂຕນິກຂອງ ເຢຍລະມັນ, ໃນນັ້ນ ມີ có Sueddeutsche.de, Zeit.de, RNZ.de, Allgemeine-zeitung.de,...
        ດ້ວຍຫົວຂໍ້ “ການເດີນທາງຢ້ຽມຢາມປະເທດ ຫວຽດນາມ ແຕ່ເໜືອຮອດໃຕ້”, ບົດຂຽນດັ່ງກ່າວ ໄດ້ຂຽນວ່າ ຝັ່ງທະເລອັນຍາວຢຽດ, ຜາຫີນທີ່ສູງຊັນ, ນາຂັ້ນໄດ, ບັນດາຕົວເມືອງທີ່ຟົດຟື້ນເນືອງນັນ ແຕກຕ່າງກັບບັນດາໝູ່ບ້ານທີ່ສະຫງົບງຽບ ແລະ ລຽບງ່າຍ ຂອງ ຫວຽດນາມ ໄດ້ເຮັດໃຫ້ແຂກທ່ອງທ່ຽວມີຄວາມປະທັບໃຈທີ່ສຸດ. ບົດຂຽນ ໄດ້ຄັດເລືອກ 11 ສະຖານທີ່ທ່ອງທ່ຽວ ທີ່ເປັນເອກະລັກ ມາແນະນຳໃຫ້ແຂກທ່ອງທ່ຽວຊອກຮູ້ກ່ອນທີ່ຂຶ້ນແຜນໄປທ່ອງທ່ຽວ ພາຍຫຼັງໄລຍະເກີດໂຄວິດ - 19, ໃນນັ້ນ ລ້ວນແຕ່ມີບັນດາສະຖານທີ່ທ່ອງທ່ຽວ ຫຼື ທັດສະນີຍະພາບທີ່ລືຊື່ ແລະ ເປັນເອກະລັກຈາກເຂດພູຜາປ່າໄມ້ທີ່ຮົກເຮື້ອຢູ່ພາກເໜືອ ຕະຫຼອດຮອດເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ແລະ ພາກກາງ ຫວຽດນາມ.
            ສະຖານທີ່ທຳອິດ ທີ່ DPA ໄດ້ເຕື້ອງເຖິງນັ້ນ ແມ່ນ ຊາປາ - ສະຖານທີ່ສະຫງົບງຽບ ເຊິ່ງມີອາກາດໜາວຢູ່ພາກເໜືອ. ຫຼັງຈາກນັ້ນ DPA ຈະພາຜູ້ອ່ານມາຢ້ຽມຢາມ ຮ່າຢາງ - ບ່ອນທີ່ມີທາງກິ່ວ, ທາງຄ້ອຍ ແລະ ຄົດລ້ຽວ ເຊິ່ງໄດ້ອ້ອມຮອບດ້ວຍບັນດາສາຍພູ.  ອ່າວຮະລອງ, ເກາະກາດບ່າ ທີ່ມີສາຍນ້ຳຂຽວໃສເຢັນ; ຖ້ຳ ຟອງຍາ - ເກ໋ບ່າງ ທີ່ຍາວກວ່າ 350 ກິໂລແມັດ, ກຸງເກົ່າ ເຫ້ວ ຫຼື ຄຸ້ມຖະໜົນເກົ່າ ໂຮ້ຍອານ … ກໍນອນໃນບັນຊີລາຍຊື່  ສະຖານທີ່ທ່ອງທ່ຽວ11 ແຫ່ງທີ່ດູດດື່ມ ເຊິ່ງ DPA ແນະນຳໃຫ້ຜູ້ອ່ານຄວນມາທ່ຽວພາຍຫຼັງໄລຍະໂຄວິດ - 19.
     ນອກຈາກນັ້ນ, ສື່ມວນຊົນ ເຢຍລະມັນ ຍັງ ແນະນຳເຖິງຜູ້ອ່ານກ່ຽວກັບດິນຟ້າອາກາດ ແລະ ເວລາຄວນໄປທ່ອງທ່ຽວ ຢູ່ ຫວຽດນາມ, ໃນນັ້ນ ຖືວ່າ ແຂກທ່ອງທ່ຽວ ສາມາດ ມາທ່ຽວ ຫວຽດນາມ ໃນທຸກໆເວລາ.
(ແຫຼ່ງຄັດຈາກ VOV)

ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ: ຕອບ​ບຸນ​ແທນ​ຄຸນ ແມ່ນ​ນະ​ໂຍ​ບາຍ​ໃຫຍ່, ເປັນ​ສຽງ​ເວົ້າ​ຈາກ​ຫົວ​ໃຈ

ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ: “ຕອບ​ບຸນ​ແທນ​ຄຸນ” ແມ່ນ​ນະ​ໂຍ​ບາຍ​ໃຫຍ່, ເປັນ​ສຽງ​ເວົ້າ​ຈາກ​ຫົວ​ໃຈ

ວຽກງານ “ຕອບບຸນແທນຄຸນ”, “ກິນເຂົ້າຄິດຮອດຄຸນນາ, ກິນປາຄິດຮອດຄຸນນ້ຳ” ບໍ່ພຽງແຕ່ແມ່ນນະໂຍບາຍໃຫຍ່ເທົ່ານັ້ນ, ຫາກຍັງແມ່ນສຽງເວົ້າຈາກຫົວໃຈ, ຄວາມຮັບຜິດຊອບດ້ານການເມືອງ, ຫຼັກສິນທຳຂອງທັງລະບົບການເມືອງ ແລະ ທົ່ວສັງຄົມ.

Top