• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສຳນັກຂ່າວສານທົ່ວໂລກ AFP ແລກປ່ຽນ, ຊອກຫາທິດທາງຮ່ວມມືຮອບດ້ານກັບ VOV

(ທ່ານ​ຮອງ​ຜູ້​ອຳ​ນວຍ​ການ​ໃຫຍ່ VOV, ວູ​ຫາຍ ​ຕ້ອນ​ຮັບ
ທ່ານ Emmanuel Hoog, ປະ​ທານ ທັງ​ເປັນ​ຜູ້​ອຳ​ນວຍ​ການ​ໃຫຍ່​ສຳ​ນັກ​ຂ່າວ​ສານ AFP)
      ຕອນ​ເຊົ້າ​ວັນ​ທີ 31/03, ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ​ສຳ​ນັກ​ຂ່າວ​ສານ AFP ໄດ້​ມາ​ຢ້ຽມ​ຢາມ​ສຳ​ນັກ​ງານ​ວິ​ທະ​ຍຸ​ກະ​ຈາຍ​ສຽງ​ຫວຽດ​ນາມ (VOV), ເພື່ອ​ແລກ​ປ່ຽນ, ຊອກ​ຫາ​ທິດ​ທາງ​ຮ່ວມ​ມື​ຢ່າງ​ຮອບ​ດ້ານ​ກັບ VOV. ທ່ານ​ຮອງ​ຜູ້​ອຳ​ນວຍ​ການ​ໃຫຍ່ VOV, ວູ​ຫາຍ ໄດ້​ໃຫ້​ການ​ຕ້ອນ​ຮັບ​ຄະ​ນະ​ຜູ້​ແທນ AFP ໂດຍ​ທ່ານ Emmanuel Hoog, ປະ​ທານ ທັງ​ເປັນ​ຜູ້​ອຳ​ນວຍ​ການ​ໃຫຍ່​ສຳ​ນັກ​ຂ່າວ​ສານ AFP ນຳ​ໜ້າ.
        ທີ່​ການ​ຕ້ອນ​ຮັບ, ທ່ານ​ຮອງ​ຜູ້​ອຳ​ນວຍ​ການ​ໃຫຍ່ ວູ​ຫາຍ ໄດ້​​ແນະ​ນຳ​ໂດຍ​ຫຍໍ້​ກ່ຽວ​ກັບ​ປະ​ຫວັດຄວາມ​ເປັນ​ມາ, ໂຄງ​ປະ​ກອບ​ການ​ຈັດ​ຕັ້ງໃນປະ​ຈຸ​ບັນຂອງ VOV. VOV ພວ​ມ​ມີ​ການ​ພົວ​ພັນ​ຮ່ວມ​ມື​ກັບ​ 60 ກ​ວ່າອົງ​ກາ​ນຈັດ​ຕັ້ງ, ວິ​ທະ​ຍຸ​ກະ​ຈາຍ​ສຽງ, ໂທ​ລະ​ພາບ​ໃນ​​ທົ່ວໂລກ ແລະ ພວມ​ເຂົ້າ​ຮ່ວມ​ບັນ​ດາ​ສະ​ຫະ​ສະ​ມາ​ຄົມ​ກະ​ຈາຍ​ສຽງ​ໂທ​ລະ​ພ​າບ​ໃນ​ທົ່ວ​ໂລກ. ດ້ວຍ​​ທາແຮງ​​ທີ່​ມີຢ​ູ່​ແລ້ວ​ຂອງ​ຕົນ, ທ່ານ​ຮອງ​ຜູ້​ອຳ​ນວຍ​ການ​ໃຫຍ່ VOV ວູ​ຫາຍ ຫວັງ​ວ່າ, ສາ​ມາດ​ຮ່ວມ​ມື​ກັບ AFP ໃນ​ຂົງ​ເຂດ​ສື​່​ສານ, ໂທ​ລະ​ພາບ ແລະ ບຳ​ລຸງ​ສ້າງ:
        “VOV ປາດ​ຖະ​ໜາ​ຢາກ​ຮ່ວມ​ມື​ກັບ AFP, ສາ​ມາດ​ຮ່ວມ​ມື​ໃນ​ການ​ຊື້​ຂ່າວ, ການບ​ຳ​ລຸງ​ສ້າງ​ໃນ​ການ​ຜະ​ລິດ​ບັນ​ດາ​ວີ​ດີ​ໂອ. ປະ​ຈຸ​ບັນ, VOV ແມ່ນ​ອົງ​ການ​ສື​່​ສານ​ຫຼາຍ​ຂະ​ແໜງ ລວມ​ມີ: ໂທ​ລະ​ພາບ, ວິ​ທະ​ຍຸ​ກະ​ຈາຍ​ສຽງ, ສື່​ເອ​ລັກ​ໂຕ​ນິກ, ໜັງ​ສື​ພິມ, ດັ່ງ​ນັ້ນ​ຈຳ​ເປັນຕ້ອງ​ມີ​ການ​ບຳ​ລຸງ​ສ້າງ​ຢ່າງ​ແນ່ນອນ. ພວກ​ຂ້າ​ພະ​ເຈ​ົ້າ​ຫວັງ​ວ່າ​ຈະ​​ໄດ້​ຮັບ​ການ​ບຳ​ລຸງ​ສ້າງ​ຈະ​ນັກ​ຊ່ຽວ​ຊານ​ຕ່າງ​ປະ​ເທດ, ພິ​ເສດ​ແມ່ນ​ຂອງ​ຝ​ລັ່ງ”.
        ສ່ວນ​ທ່ານ​ປະ​ທານ AFP Hoog ໃຫ້​ຮູ​້​ວ່າ: AFP ມີ​ທ່າ​ແຮງ​ພິ​ເສດ​ດ້ານ​ກິ​ລາ ແລະ ພວມ​ເອົາ​ໃຈ​ໃສ່​ລົງ​ທຶນ​ໃຫ້​ແກ່​ການ​ຜະ​ລິດ​ວີ​ດີ​ໂອ ແລະ ຜະ​ລິດ​ຕະ​ພັນ​ຫຼາຍ​ຂະ​ແໜງ. ປະ​ຈຸ​ບັນ AFP ມີ​​ເຖິງ 5.000 ລູກ​ຄ້າ. ຕາມ​ທ່ານ Hoog ແລ້ວ, AFP ພວມ​ເພີ່​ມ​ທະ​ວ​ີ​ການ​ມີ​ໜ້າ​ຢູ່​ອາ​ຊ​ີ, ໃນ​ນັ້ນ​ມີ​ຫວຽດ​ນາມ ແລະ ຫວັງ​ວ່າ, ສາ​ມາດ​ຮ່ວມ​ມື​ກັບ VOV ໃນ​ໄລ​ຍະ​ຈະ​ມາ​ເຖິງ.
 (ແຫຼ່ງຄັດຈາກ VOV)

ງານ​ວາງ​ສະ​ແດງ​ພາບ​ຖ່າຍກ່ຽວ​ກັບ ຫວຽດ​ນາມ ໄດ້​ດຶງ​ດູດ​ເພື່ອນ​ມິດ​ສາ​ກົນປະ​ຈຳ ສ​ປ​ຊ

ງານ​ວາງ​ສະ​ແດງ​ພາບ​ຖ່າຍກ່ຽວ​ກັບ ຫວຽດ​ນາມ ໄດ້​ດຶງ​ດູດ​ເພື່ອນ​ມິດ​ສາ​ກົນປະ​ຈຳ ສ​ປ​ຊ

“ຫວຽດນາມ - ສີສັນ, ວັດທະນະທຳມະນຸດ ແລະ ການເຊື່ອມໂຍງ” ແມ່ນຫົວຂໍ້ຂອງງານວາງສະແດງພາບຖ່າຍໂດຍຫ້ອງການປະຈຳການຄະນະຊີ້ນຳສິດທິມະນຸດຂອງລັດຖະບານໄດ້ສົມທົບກັບຄະນະຜູ້ຕາງໜ້າ ຫວຽດນາມ ຢູ່ ສປຊ ຖືກຈັດຂຶ້ນໃນວັນທີ 30 ມິຖຸນາ, ຢູ່ນະຄອນ ເຊີແນວ, ສະວິດ.

Top