• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສາມັກຄີເພື່ອປົກປັກຮັກສາໜ່ວຍພິພົບໃຫ້ເຂັ້ມແຂງ, ຂຽວສົດ


(ທ່ານ​ນາງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫງວຽນ​ທິ​ກິມ​ເງິນ 
​ກ່າວ​ປາ​ໄສ​ໃນ​ວາ​ລະ​ປະ​ຊຸມ)
      ​​ຕອນຄ່ຳ​ວັນ​ທີ 12/12, ທ່ານ​ນາງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ ຫງວຽນ​ທິ​ກິມ​ເງິນ ໄດ້​ມີ​ບົດ​ກ່າວ​ປາ​ໄສ​ໃນ​ວາ​ລະ​ປະ​ຊຸມ​ຄັ້ງ​ທີ 3 ຢູ່​ກອງ​ປະ​ຊຸ​ມ​ສຸດຍອດ​ບັນ​ດາ​ປະ​ທານ​ສະ​ພາ​ແຫ່ງ​ຊາດ​ຍິງ​ໂລກ ຄັ້ງ​ທີ 11. ທ່ານ​ນາງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫງວຽນ​ທິ​ກິມ​ເງິນ ສະ​ເໜີ​ໃຫ້​ບັນ​ດາ​ປະ​ເທດ ຕ້ອງ​ເພີ່​ມ​ທະ​ວີ​ການ​ຮ່ວມ​ມື​ສາ​ກົນ, ແບ່ງ​ປັນ​ບົດ​ຮຽນ, ໜູນ​ຊ່ວຍ​ດ້ານ​ເຕັກ​ນິກ, ມອບ​ສົ່ງ​ເຕັກ​ໂນ​ໂລ​ຊີ ແລະ ສຳ​ພັດ​ບັນ​ດາ​ແຫຼ່ງ​ການ​ເງິນ​ເພື່ອ​ພ້ອມ​ກັນ​ກໍ່​ສ້າງ​ບັນ​ດາ​ລາຍ​ການ, ໂຄງ​ການ ​ກ້າ​ວ​ໄປ​ເຖິງ​ພື້ຶ້ນ​ຖານ​ເສດ​ຖະ​ກິດ ກ໋າກບອນ ຕ່ຳ, ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ ມີ​ລັກ​ສະ​ນະ​ຄົບ​ຖ້ວນ​ ແລະ ການ​ປະ​ຕິ​ບັດ​ຄວາມ​ສະ​ເໝີ​ພາບ​ລະ​ຫວ່າງ​ຍິງ - ຊ​າຍ. ທ່ານ​ນາງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຖື​ວ່າ, ຫວຽດ​ນາມ ແມ່ນ​ໜຶ່ງ​ໃນ​ບັນ​ດາ​ປະ​ເທດ​ຖືກ​ຜົນ​ກະ​ທົບ​ຢ່າງ​ໜັກ​ໜ່ວງຈາກ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ, ພິ​ເສດ​ແມ່ນ​ສະ​ພາບ​ນ້ຳ​ທະ​ເລ​ຂຶ້ນ​ສູງ, ກ​ໍ​ຜົນ​ສະ​ທ້ອນ​ເຖິງ​ສິ່ງ​ແວ​ດ​ລ້ອມ ແລະ ຄວາມ​ໝັ້ນ​ຄົງ​ແຫ່ງ​ຊາດ. ຫວຽດ​ນາມ ໄດ້​​ເຊັນ​ຂໍ້​ຕົກ​ລົງ ປາ​ຣີ ໃນ​ວັນ​ທີ 03/11/2016, ກ່ອນ​ທີ່​ຂໍ້​ຕົກ​ລົງ​ມີ​ຜົນ​ສັກ​ສິດ.
        “ດ້ວຍຄວາມ​ຮັບ​ຜິ​ດ​ຊອບ​ຮ່ວມ​ແຮງ​ຮ່ວມ​ໃຈ​​ເພື່ອ​ໜ່ວຍ​ພິ​ພົບ​ຂ​ຽວ​ສົດ, ປະ​ຊາ​ຄົມ​ສາ​ກົນ​ຮ່ວມ​ແຮງ​ຮ່ວມ​ໃຈ​ເພື່ອ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ ແລະ ການ​ໜູນ​ຊ່ວຍ​ຂອງ​ປະ​ຊາ​ຄົມ​ສາ​ກົນ, ຫວຽດ​ນາມ ພວມ​ຜັນ​ຂະ​ຫຍາຍ​ຍຸດ​ທະ​ສາດ​ແຫ່ງ​ຊາດ ກ່ຽວ​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ ແລະ ຍຸດ​ທະ​ສາດ​ແຫ່ງ​ຊາດ​ກ່ຽວ​ກັບ​ການ​ເຕີບ​ໂຕ​ຂຽວ. ຫວຽດ​ນາມ ໄດ​້​ຮັບ​ຮອງ​ເອົາ​ກົ​ດ​ໝາຍ​ວ່າ​ດ້ວຍ​ການ​ປົກ​ປັກ​ຮັກ​ສາ​ສິ່ງ​ແວ​ດ​ລ້ອມ, ໃນ​ນັ້ນ​ມີ​ໂຄງ​ການ​ສະ​ເພາະ​ກ່ຽວ​ກັບ​ການ​ຮັບ​ມ​ື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ ແລະ ບັນ​ດາ​ກົດ​ໝາຍ​ອື່ນໆ”.
        ທ່ານ​ນາງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫງວຽນ​ທິ​ກິມ​ເງິນ ຖື​ວ່າ, ຫວຽດ​ນາມ ພວ​ມ​ຜັນ​ຂະ​ຫຍາຍ​ການ​ປະ​ຕິ​ບັດ​ບັນ​ດາ​ຄຳ​ໝັ້ນ​ສັນ​ຍາ​ຂອງ​ຕົນ ນັ້ນ​ແມ່ນ​​ປະ​ຕິ​ບັດຍຸ​ດ​ທະ​ສາດ​ຮັບ​ມື​ແຫ່ງ​ຊາດ​ກ່ຽວ​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ; ຍຸດ​ທະ​ສາດ​ເຕີບ​ໂຕ​ຂຽວ. ລັດ​ຖະ​ບານ​ຫວຽດ​ນາມ ພວມ​ສ້າງ​ນະ​ໂຍ​ບາຍ​ຫັນ​ເປັນ​ລະ​ອຽດ​ການ​ປະຕິ​ບັດ​ດ້ວຍ 5 ໝວດ​ລາຍ​ການ. ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ ມີ​ຄວາມ​ເອົາ​ໃຈ​ໃສ່​ທີ່​ສຸດ ແລະ ສະ​ໜັບ​ສະ​ໜ​ູນ, ຕິດ​ຕາມ​ການ​ປະ​ຕິ​ບັດ​ຂອງ​ລັດ​ຖະ​ບານ.
        “ສະ​ພາ​ແຫ່ງ​ຊາດ​ຕ້ອງ​ຕິດ​ຕາມກວດ​ກາວຽກ​ງານ​ປະ​ຕິ​ບັດ​ຂອງ​ລັດ​ຖະ​ບານ ເພື່ອ​ຮັບ​ປະ​ກັນ​ບັນ​ດາ​ຄຳ​ໝັ້​ນ​ສັນ​ຍາ​ເຊິ່ງ​ຫວຽດ​ນາມ ໄດ້​ຮັບ​ຮອງ​ເອົາ, ມີ​ຜົນ​ສັກ​ສິດ ແລະ ມີ​ປະ​ສິດ​ທິ​ຜົນ. ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ ພວມເຮັດ​ໃຫ້​ທັດ​ສະ​ນະ​​ເປັນ​ການ​ກະ​ທຳ​ ຄື​ດັ່ງ​ຖະ​ແຫຼງ​ການ ຮ່າ​ໂນ້ຍ IPU 132 ປີ 2015. ບັນ​ດາ​ວຽກ​ງານດັ່ງ​ກ່າວ​ຈະ​ປະ​ກອບ​ສ່ວນ​ສ້າງ​ ແລະ ປົກ​​ປັກ​ຮັກ​ສາ​ໜ່ວຍ​ພິ​ພົບ​ຂອງ​ພວກ​ເຮົາ​ໃຫ້​ນັບ​ມື້​ນັບ​ເຂັ້ມ​ແຂງກວ່າ.”
(ແຫຼ່ງຄັດຈາກ VOV)

ສະ​ພາ​ສູງ ອາ​ເມ​ລິ​ກາ ຮັບ​ຮອງ​ເອົາ​ນະ​ໂຍ​ບາຍພົວ​ພັນ​ພາຍ​ໃນ​ປະ​ເທດ​ແບບ​ຮອບ​ດ້ານ​ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Donald Trump

ສະ​ພາ​ສູງ ອາ​ເມ​ລິ​ກາ ຮັບ​ຮອງ​ເອົາ​ນະ​ໂຍ​ບາຍພົວ​ພັນ​ພາຍ​ໃນ​ປະ​ເທດ​ແບບ​ຮອບ​ດ້ານ​ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Donald Trump

ວັນທີ 1 ກໍລະກົດ, ຢູ່ ວໍຊິງຕັນ, ສະພາສູງ ອາເມລິກາ ໂດຍພັກສາທາລະນະຄວບຄຸມໄດ້ຮັບຮອງເອົານະໂຍບາຍພົວພັນພາຍໃນປະເທດຢ່າງຮອບດ້ານຂອງທ່ານປະທານາທິບໍດີ Donald Trump ດ້ວຍອັດຕາບັດສະໜັບສະໜູນ 51 ບັດ ແລະ ບັດຄ້ານ 50 ບັດ.

Top