• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສານອຸທອນກຳປູເຈຍຮັກສາການຕັດສິນລົງໂທດຂອງສານຊັ້ນຕົ້ນສຳລັບອະດີດປະທານພັກຝ່າຍຄ້ານ Samrainsy

      ຕອນຄຳ່ວັນທີ 11 ສິງຫາ, ສານອຸທອນ ກຳປູເຈຍ ໄດ້ຕົກລົງຮັກສາການຕັດສິນລົງໂທດຂອງສານຊັ້ນຕົ້ນໄວ້, ຕາມນັ້ນແລ້ວ, ທ່ານ Samrainsy, ອະດີດປະທານພັກຝ່າຍຄ້ານ CNRP

ທ່ານ Samrainsy (ພາບ: AFP/TTXVN)
           ຕອນຄຳ່ວັນທີ 11 ສິງຫາ, ສານອຸທອນ ກຳປູເຈຍ ໄດ້ຕົກລົງຮັກສາການຕັດສິນລົງໂທດຂອງສານຊັ້ນຕົ້ນໄວ້, ຕາມນັ້ນແລ້ວ, ທ່ານ Samrainsy, ອະດີດປະທານພັກຝ່າຍຄ້ານ CNRP ຖືກຕັດສິນລົງໂທດຈຳຄຸກໃນໄລຍະ 20 ເດືອນຍ້ອນໂທດໝິ່ນປະໝາດທ່ານນາຍົກລັດຖະມົນຕີ Hun Sen ຄຳກ່າວປະກາດໂທດຂອງຜູ້ພິພາກສາ Nhoung Thul ຊີ້ແຈ້ງວ່າ: “ການຕັດສິນຂອງນະຄອນ ພະນົມເປັນ ສຳລັບທ່ານ Samrainsy ແມ່ນຖືກຕ້ອງ, ສະນັ້ນສານອຸທອນຈຶ່ງຕົກລົງຮັກສາການຕັດສິນລົງໂທດຂອງສານຊັ້ນຕົ້ນໄວ້“. ກ່ອນໜ້ານັ້ນ, ເມື່ອເດືອນມີນາຜ່ານມາ, ສານຊັ້ນຕົ້ນພະນົມເປັນໄດ້ຕັດສິນລົງໂທດຈຳຄຸກທ່ານ Samrainsy 1 ປີ 8 ເດືອນ, ປັບໄໝເງິນ ແລະ ຕ້ອງຊົດເຊີຍຄ່າເສຍຫາຍດ້ານຈິດໃຈໃຫ້ທ່ານນາຍົກລັດຖະມົນຕີ Hun Sen ຍ້ອນກ່ຽວຂ້ອງເຖິງເລື່ອງກ່າວຫາທ່ານນາຍົກລັດຖະມົນຕີ ແລະ ລັດຖະບານລາຊະວົງ ກຳປູເຈຍ ໜູນຫຼັງເຫດຄາດຕະກຳທ່ານ Kem Ley ນັກໄຈ້ແຍກດ້ານການເມືອງທີ່ມີຊື່ສຽງຢູ່ ກຳປູເຈຍ. ຕາມປະມວນກົດໝາຍອາຍາຂອງ ກຳປູເຈຍ. ທ່ານ Samrainsy ຖືກຜູກໂທດວ່າໄດ້ໝິ່ນປະໝາດສາທາລະນະ ແລະ ກະຕຸກຊຸກຍູ້ກໍ່ຜົນສະທ້ອນຢ່າງຮ້າຍແຮງເຖິງຄວາມໝັ້ນຄົງໃນສັງຄົມ.
 (ແຫຼ່ງຄັດຈາກ VOV)
 

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ ໄດ້ອັດລົງດ້ວຍຜົນສຳເລັດອັນຈົບງາມ, ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບຄວາມໄວ້ວາງໃຈໃຫ້ດຳລົງຕຳແໜ່ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ຕໍ່ອີກໜຶ່ງສະໄໝ (2026-2030).

Top