• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສານຂອງ ຫວຽດນາມ ຢູ່ ກອງປະຊຸມສະມັດຊາໃຫຍ່ ສປຊ ມີລັກສະນະສ້າງສັນ ແລະ ມີຄວາມຮັບຜິດຊອບ

      ກອງປະຊຸມ ສະມັດຊາໃຫຍ່ ສປຊ ຊຸດທີ 76 ໄດ້ອັດລົງແລ້ວ, ແຕ່ນັກຮຽນຮູ້ ລັດເຊຍ ສືບຕໍ່ມີການບົດໄຈ້ແຍກ, ວິຈານກ່ຽວກັບບັນດາເນື້ອໃນທີ່ໜ້າສົນໃຈໃນບົດກ່າວປາໄສຂອງຜູ້ຕາງໜ້າບັນດາປະເທດ  ຢູ່ ສປຊ, ໃນນັ້ນ ມີບົດກ່າວປາໄສຂອງທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ.
ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ກ່າວຄຳເຫັນກອງປະຊຸມ ສະມັດຊາໃຫຍ່ ສປຊ ຊຸດທີ 76 (ພາບ: baochinhphu.vn
      ໃນບົດຂຽນຂອງທ່ານ ປອ. ນັກການເມືອງວິທະຍາ Alexander Korolev, ມະຫາວິທະຍາໄລເສດຖະກິດຂັ້ນສູງ (HSE) ດ້ວຍຫົວຂໍ້ “ໂຄງການດຳເນີນງານຂຽວ, ກູບາ, ທະເລ: ບົດກ່າວປາໄສຂອງປະທານປະເທດ ຫວຽດນາມ ໃນກອງປະຊຸມສະມັດຊາໃຫຍ່ ສປຊ” ທີ່ໄດ້ເອົາລົງໃນເວັບໄຊ orientaliarossica.com, ໄດ້ເນັ້ນໜັກວ່າ ບົດກ່າວປາໄສຂອງທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ມີລັກສະນະສ້າງສັນ, ລວມມີບັນດາບັນຫາສະຖານະການ. ທັດສະນະຂອງ ຫວຽດນາມ ແມ່ນສອດຄ່ອງກັບນະໂຍບາຍການຕ່າງປະເທດ ແລະ ເສດຖະກິດ ຂອງປະເທດໃນບັນດາທົດສະວັດມໍ່ໆມານີ້. ນີ້ແມ່ນນະໂຍບາຍ “ຫັນເປັນຫຼາຍຮູບຫຼາຍແບບ ແລະ ຫຼາຍຝ່າຍ”, ເປີດກວ້າງການພົວພັນຄູ່ຮ່ວມມື ແລະ ດຶງດູດນັກລົງທຶນຕ່າງປະເທດ, ສົ່ງເສີມການຜະລິດພາຍໃນປະເທດ ແລະ ເພີ່ມແຫຼ່ງສະໜອງສິນຄ້າສົ່ງອອກ.
        ຫວຽດນາມ ໄດ້ສະແດງໃຫ້ເຫັນວ່າ ແມ່ນປະເທດທີ່ມີຄວາມຮັບຜິດຊອບ, ສະໜັບສະໜູບການແກ້ໄຂການປະທະກັນດ້ວຍອາວຸດໂດຍສັນຕິວິທີ ແລະ ອີງໃສ່ທັດສະນະຍຸດທະສາດ. ສິ່ງດັ່ງກ່າວ ໄດ້ສະແດງໃຫ້ເຫັນຢູ່ໃນທັດສະນະກ່ຽວກັບບັນຫາສະຖຽນລະພາບຢູ່ ອາບການິດສະຖານ.
(ແຫຼ່ງຄັດຈາກ VOV)

ທ່ານເລຂາທິການໃຫຍ່ ໂຕເລິມ ເຂົ້າຮ່ວມງານສະແດງສິລະປະ ຈົດຈຳຄຳສັ່ງສອນຂອງປະທານ ໂຮ່ຈີມິນ - ສຽງທະຫານເຄື່ອນທັບດັງກ້ອງ

ທ່ານເລຂາທິການໃຫຍ່ ໂຕເລິມ ເຂົ້າຮ່ວມງານສະແດງສິລະປະ “ຈົດຈຳຄຳສັ່ງສອນຂອງປະທານ ໂຮ່ຈີມິນ - ສຽງທະຫານເຄື່ອນທັບດັງກ້ອງ”

ບັນດາຜູ້ແທນໄດ້ຮັບຊົມບັນດາຮູບພາບກ່ຽວກັບຜົນງານທີ່ພົ້ນເດັ່ນໃນໄລຍະ 10 ປີແຫ່ງການປະຕິບັດຄຳສັ່ງເລກທີ 05 ຂອງກົມການເມືອງ ກ່ຽວກັບການຍູ້ແຮງການຮໍ່າຮຽນ ແລະ ປະຕິບັດຕາມແນວຄິດ, ຄຸນສົມບັດ, ວິຖີຊີວິດຂອງ ປະທານ ໂຮ່ຈີມິນ

Top