ກອງປະຊຸມບັນດາຜູ້ນຳ ອາຊຽນ ໄດ້ໄຂຂຶ້ນໃນວັນທີ 24 ເມ ສາ 2021 ທີ່ນະຄອນຫຼວງ ຈາກາຕາ, ອິນໂດເນເຊຍ. ໃນ ກອງປະຊຸມ, ຜູ້ນຳບັນດາປະເທດ ອາຊຽນ ໄດ້ສຸມໃສ່ ແລກ ປ່ຽນ ກ່ຽວກັບ 3 ເນື້ອໃນຕົ້ນຕໍ ຄື ການຮ່ວມມື ສ້າງປະຊາ ຄົມ ອາຊຽນ, ການພົວພັນຕ່າງປະເທດ ຂອງ ອາຊຽນ ແລະ ບັນຫາໃນພາກພື້ນ ແລະ ສາກົນ ພວມໄດ້ຮັບຄວາມສົນໃຈ.
ນີ້ແມ່ນກອງປະຊຸມໂດຍກົງ ຄັ້ງທຳອິດ ລະຫວ່າງຜູ້ນຳ ບັນ ດາປະເທດ ອາຊຽນ ໃນປີ 2021 ແລະ ພາຍຫຼັງເກືອບ 18 ເດືອນ ບັນດາກອງປະຊຸມ ອາຊຽນ ຕ້ອງຈັດຕາມຮູບແບບ ທາງໄກ ຍ້ອນການລະບາດໂຄວິດ-19. |
ກ່ຽວກັບບັນຫາການຮ່ວມມືສ້າງປະຊາຄົມ ອາຊຽນ, ຜູ້ນຳ ບັນດາປະເທດສະມາຊິກ ລ້ວນແຕ່ມີຄວາມເຫັນວ່າ ອາ ຊຽນ ກໍາລັງປະເຊີນໜ້າກັບສິ່ງທ້າທາຍຫຼາຍຢ່າງ ເປັນໄພ ຂົ່ມຂູ່ ຕໍ່ສັນຕິພາບ, ສະຖຽນລະພາບ, ການພັດທະນາຂອງບັນດາປະເທດແລະຊີວິດການເປັນຢູ່ຂອງປະຊາຊົນ. ເພາະ ສະນັ້ນ, ອາຊຽນ ຕ້ອງຍູ້ແຮງຄວາມສາມັກຄີ, ຄວາມເປັນ ເອກະພາບ, ການຊ່ວຍເຫຼືອເຊິ່ງກັນ ແລະ ກັນ ເພື່ອພ້ອມ ກັນແກ້ໄຂຄວາມຫຍຸ້ງຍາກ, ສິ່ງທ້າທາຍໃນປັດຈຸບັນ, ຮັກ ສາ ບົດບາດເປັນໃຈກາງ, ອິດທິພົນ ແລະ ຖານະບົດບາດ ຂອງ ອາຊຽນ.
ກ່ອນເຂົ້າຮ່ວມກອງປະຊຸມ ຜູ້ນຳບັນດາປະເທດອາຊຽນ, ຕອນບ່າຍວັນທີ 23 ເມສາ 2021, ທີ່ນະຄອນຫຼວງ ຈາກາ ຕາ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ໄດ້ເຂົ້າສະແດງ ຄວາມຂໍ່ານັບຕໍ່ປະທານາທິບໍດີ ອິນໂດເນເຊຍ Joko Wido do. ໃນພາບ: ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ແລະ ປະທານາທິບໍດີ ອິນໂດເນເຊຍ Joko Widodo. ພາບ: ເຢືອງຢາງ/VNA
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ແລະ ປະທານາ ທິບໍດີ ອິນໂດເນເຊຍ Joko Widodo ໃນງານພົບປະເຈລະຈາ. ພາບ: ເຢືອງຢາງ/VNA
ຕອນເຊົ້າວັນທີ 24 ເມສາ 2021, ທີ່ນະຄອນຫຼວງ ຈາກາ ຕາ, ອິນໂດເນເຊຍ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ໄດ້ພົບປະແລກປ່ຽນຄຳຄິດຄຳເຫັນກັບ ເຈົ້າຊີວິດ ບຣູໄນ Haji Hassanal Bolkiah, ປະທານ ອາຊຽນ 2021. ພາບ: ເຢືອງຢາງ/VNA
ຕອນທ່ຽງວັນທີ 24 ເມສາ 2021, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ໄດ້ພົບປະແລກປ່ຽນຄຳຄິດຄຳເຫັນກັບທ່ານ
ນາຍົກລັດຖະມົນຕີ ສິງກະໂປ ລີຊຽນລຸງ. ໃນພາບ: ທ່ານ ນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ພົບປະແລກປ່ຽນ ຄຳຄິດ ຄຳເຫັນກັບທ່ານນາຍົກລັດຖະມົນຕີ ສິງກະໂປ ລີຊຽນລຸງ. ພາບ: ເຢືອງຢາງ/VNA
ຕອນບ່າຍວັນທີ 24 ເມສາ 2021, ທີ່ນະຄອນຫຼວງ ຈາກາ ຕາ, ອິນໂດເນເຊຍ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ໄດ້ພົບປະແລກປ່ຽນຄຳຄິດຄຳເຫັນກັບທ່ານນາຍົກ ລັດຖະມົນຕີ ມາເລເຊຍ Muhyiddin Yassin. ພາບ: ເຢືອງຢາງ/VNA
ຕອນບ່າຍວັນທີ 24 ເມສາ 2021, ທີ່ນະຄອນຫຼວງ ຈາກາ ຕາ, ອິນໂດເນເຊຍ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ໄດ້ພົບປະແລກປ່ຽນຄຳຄິດຄຳເຫັນກັບທ່ານນາຍົກ ລັດ ຖະ ມົນຕີ ກຳປູເຈຍ Samdech Techo Hun Sen. ພາບ: ເຢືອງຢາງ/VNA
|
ຜູ້ນຳບັນດາປະເທດ ອາຊຽນ ໄດ້ເປັນເອກະສັນກັນວ່າ ຈະ ສືບຕໍ່ຜັນຂະຫຍາຍບັນດາຫົວຄິດປະດິດສ້າງ ເພື່ອຮັບມືກັບ ໂຄວິດ-19 ທີ່ໄດ້ຮັບຮອງເອົາເມື່ອປີ 2020 ຢ່າງມີ ປະສິດ ທິຜົນ, ໃນຕໍ່ໜ້າຕ້ອງສຳເລັດ ແລະ ປະຕິບັດແຜນ ການນຳ ໃຊ້ກອງທຶນ ອາຊຽນ ຮັບມືກັບໂຄວິດ-19 ເພື່ອຊື້ ວັກຊີນ ປ້ອງກັນ ແລະ ຕ້ານໂຄວິດ-19 ໃຫ້ແກ່ປະຊາຊົນ ກໍ່ຄືຊ່ວຍ ເຫຼືອ ປະຊາຊົນ ແລະ ວິສາຫະກິດ ໃຫ້ມີຊີວິດການ ເປັນຢູ່ ທ່ີໝັ້ນຄົງ, ສາມາດຟື້ນຟູການຜະລິດ, ເຮັດທຸລະກິດ.
ຜູ້ນຳບັນດາປະເທດ ອາຊຽນ ສະແດງຄວາມສະໜັບສະໜູນ ຂໍ້ສະເໜີຂອງບັນດາປະເທດ ສປ ຈີນ, ອົດສະຕຣາລີ, ສ ອາ ເມລິກາ ແລະ ອັງກິດ ເພີ່ມທະວີການ ພົວພັນກັບ ອາຊຽນ. |
ຜູ້ນຳບັນດາປະເທດ ອາຊຽນ ໄດ້ສະແດງຄວາມວິຕົກກັງວົນ, ໂດຍເຫັນວ່າ ສະພາບການສືບຕໍ່ຊຸດໂຊມ, ສ້າງຜົນສະທ້ອນ ຢ່າງຮ້າຍແຮງເຖິງຊີວິດການເປັນຢູ່ ແລະ ຊີວິດຂອງ ປະຊາ ຊົນ, ຮຽກຮ້ອງທຸກຝ່າຍຄວນຄວບຄຸມຕົນເອງ, ຢຸດຕິການນຳ ໃຊ້ກຳລັງທາງທະຫານ, ສ້າງເງື່ອນໄຂອຳນວຍຄວາມ ສະ ດວກ ໃຫ້ແກ່ການຊອກຫາວິທີແກ້ໄຂວິກິດການຢູ່ ມຽນມາ.
ຜູ້ນຳບັນດາປະເທດ ອາຊຽນ ໄດ້ເປັນເອກະສັນກັນວ່າ ອາ ຊຽນ ຕ້ອງເສີມຂະຫຍາຍບົດບາດ ແລະ ໝູນໃຊ້ບັນດາ ກົນ ໄກທີ່ມີ ຈົນສຸດຄວາມສາມາດ ເພື່ອຊ່ວຍເຫຼືອ ມຽນມາ ບົນ ຈິດໃຈຄວາມສາມັກຄີ ອາຊຽນ ແລະ ບໍ່ແຊກແຊງເຂົ້າ ວຽກ ງານພາຍໃນຂອງປະເທດ ມຽນມາ, ຄວນ ສົ່ງຜູ້ຕາງ ໜ້າ ອາ ຊຽນ ມາຍັງ ມຽນມາ ເພື່ອຊອກຮູ້ສະພາບການ, ພົບປະກັບ ບັນດາຝ່າຍທີ່ກ່ຽວຂ້ອງ, ສະເໜີອອກ ບັນດາວິທີ ແກ້ໄຂ, ມາດຕະການຊຸກຍູ້ການສົນທະນາ, ໄກ່ເກ່ຍ.
ຕອນບ່າຍວັນທີ 24 ເມສາ 2021, ທີ່ສຳນັກງານ ຄະນະເລ ຂາ ອາຊຽນ ຢູ່ນະຄອນຫຼວງ ຈາກາຕາ, ອິນໂດເນເຊຍ, ທ່ານ ນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ໄດ້ພົບປະແລກ ປ່ຽນ ຄຳຄິດຄຳເຫັນກັບທ່ານເລຂາທິການໃຫຍ່ ອາຊຽນ Lim Jock Hoi.ພາບ: ເຢືອງຢາງ/VNA
ຕອນບ່າຍວັນທີ 24 ເມສາ 2021, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ໄດ້ເຂົ້າຮ່ວມກອງປະຊຸມ ຜູ້ນຳບັນດາປະເທດ ອາຊຽນ ເຊິ່ງໄດ້ຈັດຂຶ້ນທີ່ສຳນັກງານ ຄະນະເລຂາ ອາຊຽນ ຢູ່ນະຄອນຫຼວງ ຈາກາຕາ, ອິນໂດເນເຊຍ. ໃນພາບ: ທ່ານ ນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ໄດ້ເຂົ້າຮ່ວມ ກອງປະຊຸມ ຜູ້ນຳບັນດາປະເທດ ອາຊຽນ. ພາບ: ເຢືອງຢາງ/VNA
ເຂົ້າຮ່ວມກອງປະຊຸມ ມີຜູ້ນຳ 10 ປະເທດ ສະມາຊິກ ອາ ຊຽນປະກອບມີ: ປະເທດເຈົ້າພາບ ອິນໂດເນເຊຍ, ບຣູໄນ, ກຳປູເຈຍ, ລາວ, ມາເລເຊຍ, ຟິລິບປິນ, ສິງກະໂປ, ຫວຽດ ນາມ, ໄທ ແລະ ຜູ້ນຳກອງທັບ ມຽນມາ Min Aung Hlaing. ພາບ: ເຢືອງຢາງ/VNA
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ລົງນາມໃນສະໝຸດ ບັນທຶກຢູ່ສຳນັກງານ ຄະນະເລຂາ ອາຊຽນ ຢູ່ນະຄອນຫຼວງ ຈາກາຕາ, ອິນໂດເນເຊຍ. ພາບ: VNA
|
ຜູ້ນຳບັນດາປະເທດ ອາຊຽນ ໄດ້ເປັນເອກະສັນ ທ່ີຈະສືບຕໍ່ ຍູ້ແຮງ ຊ່ວຍເຫຼືອປະຊາຊົນ ມຽນມາ ໂດຍຜ່ານສູນປະສານ ງານ ການຊ່ວຍເຫຼືອດ້ານ ມະນຸດສະທຳ ອາຊຽນ (AHA).
ເປັນການປະຕິບັດງານຢູ່ຕ່າງປະເທດຄັ້ງທຳອິດ ໃນຖານະ ຕຳແໜ່ງໃໝ່, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ມີຫຼາຍ ການເຄື່ອນໄຫວຄື: ເຂົ້າຮ່ວມກອງປະຊຸມຜູ້ນຳບັນດາ ປະ ເທດ ອາຊຽນ; ພົບປະເຈລະຈາກັບປະທານາທິບໍດີ ອິນໂດ ເນເຊຍ Joko Widodo; ພົບປະແລກປ່ຽນຄວາມຄິດຄວາມ ເຫັນກັບເຈົ້າຊີວິດ ບຣູໄນ Darussalam Haji Hassanal Bolkiah; ພົບປະສອງຝ່າຍກັບນາຍົກ ລັດຖະມົນຕີ ກຳປູ ເຈຍ Hun Sen, ນາຍົກລັດຖະມົນຕີ ສິງກະໂປ ລີຊຽນລຸງ, ນາຍົກລັດຖະມົນຕີ ມາເລເຊຍ Muhyiddin Yassin; ພົບ ປະກັບ ເລຂາທິການໃຫຍ່ ອາຊຽນ Lim Jock Hoi... |
ແບ່ງປັນຄວາມຄິດເຫັນຂອງ ຜູ້ນຳບັນດາປະເທດ ອາຊຽນ ຕໍ່ສະພາບການຢູ່ ມຽນມາ ແລະ ບົດບາດ ຂອງ ອາຊຽນ, ທ່ານ ນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ໄດ້ຢືນຢັນວ່າ ໃນຖາ ນະ ສະມາຊິກບໍ່ຖາວອນ ແລະ ພວມເປັນປະທານ ສະພາ ຄວາມໝັ້ນຄົງ ເດືອນ ເມສາ 2021, ຫວຽດນາມ ພວມ ພະ ຍາຍາມ ສ້າງເງື່ອນໄຂອຳນວຍຄວາມສະດວກ ໃຫ້ແກ່ວຽກ ງານຊອກຫາວິທີແກ້ໄຂທີ່ເໝາະສົມ ສະພາບການຢູ່ ມຽນ ມາ.
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ຮຽກຮ້ອງບັນດາ ປະ ເທດ ອາຊຽນ ຕ້ອງປະສານສົມທົບກັນຢ່າງແໜ້ນແຟ້ນ ໃນ ບັນດາເວທີ ຂອງ ສະຫະປະຊາຊາດ ພ້ອມກັບ ຫວຽດນາມ ລະດົມບັນດາຄູ່ຮ່ວມມື ສະໜັບສະໜູນ ແລະ ສະໜັບສະ ໜູນ ຄວາມພະຍາຍາມຂອງ ອາຊຽນ ໃນການເຂົ້າຫາ ແລະ ຊອກ ວິທີແກ້ໄຂທີ່ເໝາະສົມໃຫ້ແກ່ ມຽນມາ.
ບັນດາຄວາມຄິດເຫັນ ແລະ ຂໍ້ສະເໜີຂອງທ່ານ ນາຍົກລັດ ຖະມົນຕີ ຟ້າມມິງຈິ໊ງ ໃນກອງປະຊຸມ, ອີກເທື່ອໜຶ່ງ ຍົກໃຫ້ ເຫັນການປະກອບສ່ວນຢ່າງຕັ້ງໜ້າຂອງ ຫວຽດນາມ ໃຫ້ແກ່ ການສ້າງປະຊາຄົມອາຊຽນ, ໃນນັ້ນສືບທອດບັນດາຜົນງານທີ່ບັນລຸໄດ້ ໃນປີປະທານ ອາຊຽນ 2020, ກໍ່ຄືນະໂຍ ບາຍຊຸກຍູ້ການຮ່ວມມືລະຫວ່າງ ບັນດາປະເທດອາຊຽນ ເພື່ອແກ້ໄຂບັນດາສິ່ງທ້າທາຍລວມ, ເປັນຕົ້ນ ແມ່ນການ ລະບາດ ໂຄວິດ-19.