• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສັບປະດາທະເລ ແລະ ໝູ່ເກາະ ຫວຽດນາມ: ປົກປັກຮັກສາມະຫາສະໝຸດ, ພັດທະນາການຫາເງິນລ້ຽງຊີບຢູ່ທະເລແບບຍືນຍົງ

ດ້ວຍບົດບາດເປັນອົງການປະຈຳການຄະນະຊີ້ນຳແຫ່ງຊາດກ່ຽວກັບການພັດທະນາຍຸດທະສາດດັ່ງກ່າວ, ທາງກະຊວງໄດ້ຕັ້ງໜ້າ, ເປັນເຈົ້າການສົມທົບກັບບັນດາອົງການທີ່ກ່ຽວຂ້ອງ ຈັດຕັ້ງການຜັນຂະຫຍາຍການປະຕິບັດມະຕິເລກທີ 36.
(ພາບປະກອບ: baosoctrang)

ກະຊວງຊັບພະຍາກອນ ແລະ ສິ່ງແວດລ້ອມຫວຽດນາມ ໄດ້ເລືອກເອົາຫົວເລື່ອງ “ສັບປະດາທະເລແລະໝູ່ເກາະຫວຽດນາມ: ປົກປັກຮັກສາມະຫາສະໝຸດ, ພັດທະນາການຫາເງິນລ້ຽງຊີບຢູ່ທະເລແບບຍືນຍົງ” ໃຫ້ແກ່ສັບປະດາທະເລແລະໝູ່ເກາະ ຫວຽດນາມ ປີ 2021 ເຊິ່ງດຳເນີນໃນລະຫວ່າງວັນທີ 01 - 08 ມິຖຸນາ. ນີ້ກໍ່ແມ່ນໂອກາດເພື່ອໃຫ້ທຸກຂັ້ນ, ທຸກຂະແໜງການ ແລະ ທ້ອງຖິ່ນຕ່າງໆປະຕິບັດເຈດຈຳນົງ, ຄວາມຕັດສິນໃຈປະຕິບັດຍຸດທະສາດພັດທະນາເສດຖະກິດຫວຽດນາມ ແບບຍືນຍົງໂດຍໄວ, ນຳປະເທດຊາດໃຫ້ກາຍເປັນປະເທດມີຄວາມເຂັ້ມແຂງຈາກທະເລ, ສ້າງຄວາມຮັ່ງມີຈາກທະເລ, ປົກປັກຮັກສາອະທິປະໄຕຂອງປະເທດຊາດຢູ່ບັນດາເຂດທະເລ, ໝູ່ເກາະ.

        ມະຕິເລກທີ 36 ຂອງຄະນະບໍລິຫານງານສູນກາງພັກກອມມູນິດຫຽດນາມ ຊຸດທີ XII ກ່ຽວກັບຍຸດທະສາດພັດທະນາເສດຖະກິດທະເລຫວຽດນາມ ຮອດປີ 2030, ວິໄສທັດຮອດປີ 2045 ແບບຍືນຍົງ ໄດ້ຊີ້ແຈ້ງທິດທາງພັດທະນາເສດຖະກິດທະເລກ່ຽວກັບສິ່ງແວດລ້ອມ ແລະ ການຫາເງິນລ້ຽງຊີບຢູ່ທະເລແບບຍືນຍົງຂອງປະຊາຊົນ. ທ່ານລັດຖະມົນຕີກະຊວງຊັບພະຍາກອນ ແລະ ສິ່ງແວດລ້ອມຫວຽດນາມ ເຈິ່ນຮົ່ງຮ່າ ໃຫ້ຮູ້ວ່າ, ດ້ວຍບົດບາດເປັນອົງການປະຈຳການຄະນະຊີ້ນຳແຫ່ງຊາດກ່ຽວກັບການພັດທະນາຍຸດທະສາດດັ່ງກ່າວ, ທາງກະຊວງໄດ້ຕັ້ງໜ້າ, ເປັນເຈົ້າການສົມທົບກັບບັນດາອົງການທີ່ກ່ຽວຂ້ອງ ຈັດຕັ້ງການຜັນຂະຫຍາຍການປະຕິບັດມະຕິເລກທີ 36; ເປັນເຈົ້າການ, ສົມທົບກັບບັນດາອົງການທີ່ກ່ຽວຂ້ອງເພື່ອສ້າງ, ຍື່ນສະເໜີຕໍ່ລັດຖະບານປະກາດໃຊ້ແຜນການສັງລວມ ແລະ ແຜນການໄລຍະ 5 ປີຂອງລັດຖະບານໃນປະຕິບັດມະຕິ.

(ແຫຼ່ງຄັດຈາກ VOV)

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ແລະ ບັນ​ດາ​ການ​ນຳ ອາ​ຊຽນ ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ ອາ​ຊຽນ - ຈີນ ຄັ້ງ​ທີ 28

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ແລະ ບັນ​ດາ​ການ​ນຳ ອາ​ຊຽນ ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ ອາ​ຊຽນ - ຈີນ ຄັ້ງ​ທີ 28

ໂດຍສືບຕໍ່ບັນດາການເຄື່ອນໄຫວໃນຂອບເຂດກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ, ຕອນເຊົ້າວັນທີ 28 ຕຸລາ, ຢູ່ ກົວລາ ລຳເປີ ປະເທດ ມາເລເຊຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ພ້ອມດ້ວຍບັນດາການນຳ ອາຊຽນ ແລະ ທ່ານນາຍົກລັດຖະມົນຕີ ຈີນ ຫຼີຊຽນ ໄດ້ເຂົ້າຮ່ວມກອງປະຊຸມສຸດຍອດ ອາຊຽນ - ຈີນ ຄັ້ງທີ 28.

Top