• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສັນຍາ ການຄ້າເສລີ ຫວຽດນາມ - ອັງກິດ ຈະມີຜົນສັກສິດໂດຍໄວ

      ເພື່ອໃຫ້ສັນຍາສະບັບດັ່ງກ່າວມີຜົນສັກສິດຢ່າງເປັນທາງການ, ລັດຖະບານ ຫວຽດນາມ ໄດ້ປະກາດມະຕິວ່າດ້ວຍການອະນຸມັດຜ່ານສັນຍາສະບັບດັ່ງກ່າວ ແລະ ຈະສຳເລັດລະບຽບການໃນເດືອນ ມີນານີ້.
ການໂອ້ລົມສົນທະນາທາງໂທລະສັບ (ພາບ: BNEWS/TTXVN) 
      ສັນຍາການຄ້າເສລີ ຫວຽດນາມ - ອັງກິດ (UKVFTA) ເລີ່ມມີຜົນບັງຄັບໃຊ້ຊົ່ວຄາວນັບແຕ່ວັນທີ 1 ມັງກອນ ປີ 2021 ເພື່ອແນໃສ່ຮັບປະກັນການເຄື່ອນໄຫວທາງດ້ານການຄ້າສອງຝ່າຍລະຫວ່າງ ຫວຽດນາມ ແລະ ອັງກິດ ໃຫ້ບໍ່ຖືກຂາດວັກຂາດຕອນ. ນອກຈາກນັ້ນ, ເພື່ອໃຫ້ສັນຍາສະບັບດັ່ງກ່າວມີຜົນສັກສິດຢ່າງເປັນທາງການ, ລັດຖະບານ ຫວຽດນາມ ໄດ້ປະກາດມະຕິວ່າດ້ວຍການອະນຸມັດຜ່ານສັນຍາສະບັບດັ່ງກ່າວ ແລະ ຈະສຳເລັດລະບຽບການໃນເດືອນ ມີນານີ້.
            ນີ້ແມ່ນການແບ່ງປັນຂອງທ່ານຮອງລັດຖະມົນຕີກະຊວງງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ດັ້ງຮວ່າງອານ ໃນການໂອ້ລົມສົນທະນາທາງໂທລະສັບກັບ ທ່ານ Greg Hands ຜູ້ວ່າການຮັບຜິດຊອບກ່ຽວກັບນະໂຍບາຍການຄ້າ ອັງກິດ ໃນຕອນບ່າຍວັນທີ 16 ມີນາ ເພື່ອແລກປ່ຽນກ່ຽວກັບບາງເນື້ອໃນ; ໃນນັ້ນ ໄດ້ສຸມໃສ່ການຈັດຕັ້ງ ກອງປະຊຸມຄັ້ງທີ 12 ຄະນະກຳມະການປະສົມ ຫວຽດນາມ ອັງກິດ ກ່ຽວກັບການຮ່ວມມືດ້ານເສດຖະກິດ, ການຄ້າ ໃນເດືອນສິງຫາ ປີ 2021. ທ່ານຮອງລັດຖະມົນຕີ ດັ້ງຮວ່າງອານ ກໍໃຫ້ຮູ້ວ່າ, ຝ່າຍ ຫວຽດນາມ ຈະປະຕິບັດສຳເລັດລະບຽບການປະກາດກ່ຽວກັບການອະນຸມັດຜ່ານ ສັນຍາ ສະບັບດັ່ງກ່າວ ໃຫ້ແກ່ ອັງກິດ ພາຍໃນເດືອນ ມີນານີ້ ເພື່ອໃຫ້ສັນຍາສະບັບດັ່ງກ່າວ ມີຜົນສັກສິດໃນວັນທີ 1 ພຶດສະພາ 2021 ເປັນຕົ້ນໄປ. 
(ແຫຼ່ງຄັດຈາກ VOV)

ທ່ານນາຍົກລັດຖະມົນຕີຮຽກຮ້ອງຊຸກຍູ້ ການລົງທຶນຂອງລັດໃຫ້ກາຍເປັນກຳລັງເສີມຂະຫຍາຍ

ທ່ານນາຍົກລັດຖະມົນຕີຮຽກຮ້ອງຊຸກຍູ້ ການລົງທຶນຂອງລັດໃຫ້ກາຍເປັນກຳລັງເສີມຂະຫຍາຍ

ທ່ານນາຍົກ ໄດ້ຊີ້ແຈ້ງວ່າການປ່ອຍເງິນຂອງລັດ ປີ 2025 ມີບາດກ້າວພັດທະນາ. ໃນ 8 ເດືອນ ທີ່ຜ່ານມາ, ການປ່ອຍເງິນທຶນລົງທຶນຂອງລັດ ບັນລຸໄດ້ 46 % ຕາມແຜນທີ່ນາຍົກໄດ້ມອບໃຫ້, ເພີ່ມຂຶ້ນ 6% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ.

Top