01/11/2021 09:50 GMT+7 Email Print Like 0

ສະ​ຫະ​ກອນ​ຂອງ​ບັນ​ດາ​ນາງສາວ​​ເຜົ່າ​ຢາ້ວ

ນາງສາວເຜົ່າ ຢາ້ວ 11 ຄົນ ຢູ່ບ້ານ ນ້ຳເຢິດ, ຕາແສງ ເຕິນເຊີນ, ເມືອງ ເຈິເມີຍ, ແຂວງ ບັກກ້ານ ໄດ້ສ້າງຮູບແບບສະຫະກອນ, ຫັນບັນດາຜະລິດຕະພັນທ້ອງຖິ່ນກາຍເປັນສິນຄ້າ ເພື່ອພ້ອມກັນບືນຕົວຂຶ້ນຫຼຸດພົ້ນອອກຈາກຄວາມທຸກຍາກ. ຈາກນັ້ນ, ຢັ້ງຢືນທີ່ຕັ້ງບົດບາດ ຂອງແມ່ຍິງຊາວເຜົ່າສ່ວນໜ້ອຍໃນຄອບຄົວ ກໍ່ຄືຢູ່ໃນສັງຄົມ.
ນາງ ລີທິບາ ພ້ອມກັບບັນດາສະມາຊິກຂອງສະຫະກອນ

ຫົວຫນ້າຂອງສະຫະກອນກະສິກຳ ປອດສານພິດ ເຕິນເຊີນແມ່ນ ນາງ ລີທິບາ, ຊາວເຜົ່າ ຢາ້ວ, ເຊິ່ງແມ່ນຜູ້ທີ່ມີມານະຈິດ ແລະ ມີຄວາມຄາດຫວັງສ້າງຄວາມຮັ່ງມີ. ໂດຍແຕ່ງງານແຕ່ຕອນທີ່ມີອາຍຸ 18 ປີແຕ່ເມື່ອມີອາຍຸ 20 ປີ, ນາງ ລີທິບາຍັງຕັດສິນໃຈໄປຮຽນຊຸດຮຽນຫນຶ່ງຢູ່ໂຮງຮຽນກົດໝາຍຊັ້ນກາງດ້ວຍຄວາມປາດຖະໜາຢາກຊອກຫາທິດກ້າວເດີນໃໝ່ໃຫ້ແກ່ຕົນເອງ. ປີ 2016, ໃນຂະນະທີ່ຫາກໍມີອາຍຸ 27 ປີ, ນາງລີທິບາໄດ້ຂົນຂວາຍແມ່ຍິງອີກ 10 ຄົນໃນບ້ານເພື່ອສ້າງຕັ້ງສະຫະກອນກະສິກຳປອດສານພິດ ເຕິນເຊີນ. ນາງສາວເຜົ່າ ຢາ້ວ 11 ຄົນ, ໃນນັ້ນມີບາງຄົນທີ່ຫາກໍ່ມີອາຍຸ 20 ປີໄດ້ຕັດສິນໃຈຕ້ອງປ່ຽນແປງຊີວິດການເປັນຢູ່ຂອງຕົນຕໍ່ໜ້າສາຍຕາທີ່ສົງໄສ, ຊ້ຳບໍ່ໜຳແມ່ນການຄັດຄ້ານຈາກພໍ່ແມ່ພີ່ນ້ອງ. ນາງ ລີທິບາໃຫ້ຮູ້ວ່າ:

ໃນເບື້ອງຕົ້ນຂ້າພະເຈົ້າບໍ່ໄດ້ຮັບການສະໜັບສະໜູນຈາກຄອບຄົວຍ້ອນທັດສະນະຂອງພໍ່ແມ່ປະຊາຊົນເຜົ່າ ຢາ້ວເຂດພູສູງຍັງມີຄວາມຫຍຸ້ງຍາກພໍສົມຄວນເປັນຕົ້ນແມ່ນຜູ້ເປັນຜົວນັ້ນແມ່ນທັດສະນະ ແມ່ຍິງບໍ່ຄວນອອກຈາກເຮືອນຫຼາຍຜູ້ຊາຍຈະຮູ້ສຶກສະບາຍໃຈກ່ວາສຳລັບເສດຖະກິດ ຜູ້ຊາຍຈະແມ່ນຜູ້ບໍລິຫານແມ່ຍິງສ່ວນຫຼາຍບໍ່ມີສິດຫຍັງກ່ຽວກັບການບໍລິຫານເງິນໃນຄອບຄົວ.

ເມື່ອຫາກໍ່ດຳເນີນທຸລະກິດ, ນາງລີທິບາ ພ້ອມກັບສະມາຊິກຄົນອື່ນໆໄດ້ປະກອບທຶນຮອນ, ກູ້ຢືມເງິນໄດ້ 500 ລ້ານດົ່ງເພື່ອປະຕິບັດເປົ້າໝາຍສ້າງສະຫະກອນຕາມແບບສັງລວມ, ປູກຝັງ, ຊື້ຂາຍ, ແລກປ່ຽນບັນດາຜະລິດຕະພັນທ້ອງຖິ່ນ. ເຖິງຢ່າງໃດກໍ່ຕາມ, ເລື່ອງຂາດບັນດາຜະລິດຕະພັນຫຼັກແຫຼ່ງກໍ່ເຮັດໃຫ້ການດຳເນີນທຸລະກິດ ບໍ່ບັນລຸໄດ້ປະສິດທິຜົນຢ່າງແທດຈິງ. ຊ້ຳບໍ່ໜຳບາງໂຄງການປູກຜັກປອດສານພິດຖືກລົ້ມລະລາຍເມື່ອບໍ່ໄດ້ຮັບການຕອບສະໜອງຈາກປະຊາຊົນ. ໂດຍຫັນໄດ້ວ່າຜະລິດຕະພັນເຂົ້າໜຽວໄຮ່ຂອງພໍ່ແມ່ປະຊາຊົນເຜົ່າ ຢາ້ວຢູ່ເຕິນເຊີນໄດ້ຮັບການນິຍົມຊົມຊອບຈາກຕະຫຼາດ, ພັດອາດຈະສ້າງຄວາມແຕກຕ່າງກັນກັບຜະລິດຕະພັນນັບຮ້ອຍຢ່າງທີ່ພວມມີໜ້າຢູ່ຕະຫຼາດ. ສະຫະກອນຕັດສິນໃຈສຸມໃສ່ສ້າງຜະລິດຕະພັນນີ້ກາຍເປັນຜະລິດຕະພັນຫຼັກ. ປັດຈຸບັນ, ສະຫະກອນໄດ້ເປີດກວ້າງການເຊື່ອມຕໍ່ກັບ 30 ຄອບຄົວ, ປູກໃນເນື້ອທີ່ກ່ວາ 20ເຮັກຕາແລະສ້າງສຳເລັດເຄື່ອງໝາຍການຄ້າເຂົ້າໜຽວໄຮ່ Dayzang ຕາມມາດຖານໜຶ່ງຕາແສງໜຶ່ງຜະລິດຕະພັນ (OCOP) 3 ດາວ. ນາງ ລີທິບາອະທິບາຍວ່າ Dayzang ພາສາ ຢາ້ວແມ່ນເຂົ້າໜຽວໄຮ່ຄຳເຊິ່ງແມ່ນເຂົ້າໜຽວທີ່ມີລົດຊາດເອກະລັກສະເພາະໂດຍມີແຕ່ຊາວເຜົ່າ ຢາ້ວ ປູກບົນເນື້ອທີ່ເລັກໆໜ້ອຍໆໃນຕາແສງ.

ຜະລິດຕະພັນເຂົ້າໜຽວ Dayzang ໃນເມື່ອກ່ອນພໍ່ແມ່ປະຊາຊົນໄດ້ປູກເພື່ອກິນຫຼືເຮັດເປັນຂອງຂວັນ, ມີຊ່ວງໜຶ່ງເຂົາເຈົ້າກໍ່ບໍ່ປູກຍ້ອນບໍ່ມີເຕັກນິກໃນການເບິ່ງແຍງດູແລ, ປູກໜ້ອຍດັ່ງນັ້ນພາຍຫຼັງຖືກໜູແລະແມງໄມ້ທຳລາຍກໍ່ບໍ່ສາມາດເກັບກ່ຽວໄດ້. ເມື່ອສະຫະກອນສ້າງຕັ້ງຂຶ້ນໄດ້ເອົາໃຈໃສ່ຮູບແບບ, ການຫຸ້ມຫໍ່ແລະສ້າງເຄື່ອງໝາຍການຄ້າ OCOP 3 ດາວ, ຍ້ອນແນວນັ້ນປັດຈຸບັນຜະລິດຕະພັນບໍ່ສາມາດຕອບສະໜອງໄດ້ຕາມຄວາມຕ້ອງການຂອງການຕະຫຼາດ. ສະມັດຕະພາບກໍ່ເພີ່ມຂຶ້ນສູງແລ້ວຍ້ອນໄດ້ຮັບການແນະນຳວິທີການດ້ານເຕັກນິກ ແລະ ວິທີການບົວລະບັດ.

ດ້ວຍການໜູນຊ່ວຍຂອງອຳນາດການປົກຄອງທ້ອງຖິ່ນ, ສະຫະກອນສືບຕໍ່ເສີມຂະຫຍາຍຜະລິດຕະພັນໝາກແຄ້ງຕາມຮູບແບບວັດຖຸດິບໃນຂອບຂະໜາດ 5 ເຮັກຕາ. ຕາມນາງລີທິບາ ແລ້ວ, ສະໝູນໄພຊະນິດນີ້ມີການປູກຢ່າງງ່າຍດາຍ, ເໝາະສົມກັບເງື່ອນໄຂດິນຟ້າອາກາດແລະພິເສດແມ່ນການຕະຫຼາດຊົມໃຊ້ກໍ່ດີພໍສົມຄວນ. ສະຫະກອນໄດ້ລົງທຶນລະບົບເຮືອນຕາໜ່າງ, ພັດລົມອົບແຫ້ງເພື່ອຮັກສາຜະລິດຕະພັນພາຍຫຼັງການເກັບກ່ຽວ. ປັດຈຸບັນ, ເຂົ້າໜຽວໄຮ່ໄດ້ສະໜອງໃຫ້ແກ່ຮ້ານຊັບພະສິນຄ້າ 2 ແຫ່ງຢູ່ຮ່າໂນ້ຍສ່ວນຜະລິດຕະພັນໝາກແຄ້ງ,ວິສາຫະກິດແຫ່ງໜຶ່ງຢູ່ແຂວງໄທບິ່ງ ກໍ່ໄດ້ຮັບເໝົາຈຳໜ່າຍທັງໝົດ.

ເພື່ອສ້າງ, ພັດທະນາສະຫະກອນ, ບັນດາກອງປະຊຸມແລກປ່ຽນບົດຮຽນ, ປະສົບການ, ການປຶກສາຫາລືວິທີການຜະລິດເຄີຍໄດ້ຜັນຂະຫຍາຍຢູ່ໃນໄຮ່ຢ່າງທັນທີ. ແຕ່ລະຂໍ້ລິເລີ່ມ, ໂຄງການໃໝ່ລ້ວນແຕ່ໄດ້ຮັບຄວາມເຫັນດີເປັນເອກະພາບຈາກທຸກຄົນ, ແບ່ງວຽກງານຢ່າງລະອຽດເພື່ອອາດຈະເໝາະສົມກັບແຕ່ລະກຸ່ມ. ປັດຈຸບັນແຕ່ລະປີ, ສະຫະກອນມີລາຍຮັບແຕ່ 1 – 2 ຕື້ດົ່ງ, ຈຳນວນສະມາຊິກໄດ້ເພີ່ມຂຶ້ນເຖິງ 15 ຄົນແລະການປະຕິບັດການເຊື່ອມຕໍ່ຜະລິດກັບນັບສິບຄອບຄົວໃນ 4 ບ້ານຂອງຕາແສງ. ຍ້ອນເຫດນັ້ນ, ລາຍຮັບ, ການດຳລົງຊີວິດຂອງ ປະຊາຊົນຢູ່ເຕິນເຊີນໂດຍແມ່ນໜຶ່ງໃນບັນດາຕາແສງທີ່ປະສົບກັບຄວາມຫຍຸ້ງຍາກທີ່ສຸດໃນເມືອງເຈີ້ເມີຍກໍ່ໄດ້ຮັບການຍົກສູງຂຶ້ນເທື່ອລະກ້າວດ້ວຍລາຍຮັບສະເລ່ຍ ແຕ່ 5 – 6 ລ້ານດົ່ງ/ເດືອນ.

ໃນໄລຍະຈະມາເຖິງ, ສະຫະກອນບໍ່ພຽງແຕ່ຂາຍວັດຖຸດິບເທົ່ານັ້ນຫາກຍັງຈະລົງທຶນເຄື່ອງຈັກເພື່ອປຸງແຕ່ງຜະລິດຕະພັນຄື: ຊາ, ສະໝູນໄພໝາກແຄ້ງແລະຍົກລະດັບຜະລິດຕະພັນເຂົ້າໜຽວໄຮ່ຂຶ້ນເປັນມາດຖານ OCOP 4 ດາວ, ພ້ອມທັງເປີດກວ້າງຂອບຂະໜາດບັນດາໂຄງການລ້ຽງສັດ, ປູກຜັກສະອາດຕື່ມອີກ. ເມື່ອຕີລາຄາກ່ຽວກັບຮູບແບບເສດຖະກິດແລະຄວາມຕັດສິນໃຈຂອງສາວໆເຜົ່າ ຢາ້ວ, ທ່ານນາງມາທິເມິນ, ຮອງເລຂາຊາວໜຸ່ມແຂວງບັກກ້ານໃຫ້ຮູ້ວ່າ:

ພວກຂ້າພະເຈົ້າຕີລາຄາສູງເນື້ອໃນຈິດໃຈຄວາມຕັດສິນໃຈ Startup ຂອງຊາວໜຸ່ມຍິງເຜົ່າ ຢາ້ວໃນສະຫະກອນສິ່ງນີ້ທັງຢັ້ງຢືນຄວາມມຸ່ງມາດປາດຖະໜາບືນຕົວຂຶ້ນແລະທີ່ຕັ້ງຂອງຊາວໜຸ່ມຍິງເຂດຊົນເຜົ່າສ່ວນໜ້ອຍເຖິງວ່າເສັ້ນທາງ Startup ໃນພາຍພາກໜ້າຍັງມີຄວາມຫຍຸ້ງຍາກຫຼາຍຢ່າງແຕ່ອົງການຊາວໜຸ່ມສະຫະພັນຊາວໜຸ່ມແຂວງກໍ່ເຊື່ອໝັ້ນວ່າພວກເພື່ອນໜຸ່ມນັ້ນຈະແມ່ນຜູ້ກ້າຄິດກ້າທຳຮູ້ເສີມຂະຫຍາຍທ່າໄດ້ປຽບຄວາມສາມາດບົ່ມຊ້ອນທີ່ມີຢູ່ແລ້ວເພື່ອປະກອບສ່ວນໃຫ້ແກ່ການພັດທະນາຂອງທ້ອງຖິ່ນຢ່າງເໝາະສົມ.

ໂດຍຜ່ານຜ່າຄວາມຄິດຕາຍຕົວ, ຜ່ານຜ່າບັນດາຄວາມຫຍຸ້ງຍາກໃນໄລຍະເລີ່ມຕົ້ນ Startup, ບັນດານາງສາວເຜົ່າ ຢາ້ວຢູ່ເຕິນເຊີນໄດ້ປ່ຽນແປງຊີວິດດ້ານເສດຖະກິດຂອງຄອບຄົວ ດ້ວຍຕົນເອງ, ຊ່ວຍພໍ່ແມ່ປະຊາຊົນທ້ອງຖິ່ນພັດທະນາການຜະລິດບັນດາຂະແໜງອາຊີບຢູ່ທ້ອງຖິ່ນແລະຫຼຸດພົ້ນອອກຈາກຄວາມທຸກຍາກແບບຍືນຍົງ.

(ແຫຼ່ງຄັດຈາກ VOV)