• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສະ​ພາບ​ການ​ໂລກ​ລະ​ບາດ​ໂຄວິດ - 19 ຢູ່ ຫວຽດ​ນາມ ແລະ ໃນ​ໂລກ

ນັບແຕ່ເວລາ 6 ໂມງ ຫາເວລາ 18 ໂມງຂອງວັນທີ 12 ສິງຫາ, ກະຊວງສາທາລະນະສຸກ ຫວຽດນາມ ປະກາດວ່າ ຫວຽດນາມ ຢັ້ງຢືນມີຜູ້ຕິດເຊື້ອຕື່ມອີກ 5.025 ຄົນ.
ພະນັກງານການແພດເອົາຕົວຢ່າງຫາເຊື້ອໃຫ້ແກ່ປະຊາຊົນຢູ່ຈີນ (ພາບ:THX/TTXVN)

ນັບແຕ່ເວລາ 6 ໂມງ ຫາເວລາ 18 ໂມງຂອງວັນທີ 12 ສິງຫາ, ກະຊວງສາທາລະນະສຸກ ຫວຽດນາມ ປະກາດວ່າ ຫວຽດນາມ ຢັ້ງຢືນມີຜູ້ຕິດເຊື້ອຕື່ມອີກ 5.025 ຄົນ. ໄລ່ຮອດຕອນບ່າຍວັນທີ 12 ສິງຫາ, ທົ່ວປະເທດມີຜູ້ຕິດເຊື້ອພະຍາດໂຄວິດ - 19 ລວມທັງໝົດ 246.568 ຄົນ, ໃນນັ້ນມີຜູ້ໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິແມ່ນ 89.145 ຄົນ, ມີຜູ້ເສຍຊີວິດ 4.813 ຄົນ.

ສ່ວນຢູ່ໃນໂລກ, ໄລ່ຮອດຕອນເຊົ້າວັນທີ 12 ສິງຫາ, ໂລກໄດ້ຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ກ່ວາ 205,3 ລ້ານຄົນ, ໃນນັ້ນມີຜູ້ເສຍຊີວິດກ່ວາ 4,33 ລ້ານຄົນ. ອາເມລິກາຍັງຄົງແມ່ນປະເທດຖືກຜົນກະທົບຢ່າງໜັກໜ່ວງທີ່ສຸດຈາກໂລກລະບາດໂຄວິດ - 19, ຖັດຈາກນັ້ນແມ່ນ ອິນເດຍ ແລະ ບຣາຊິນ.

ປັດຈຸບັນ, ອາຊີພວມແມ່ນຈຸດຮ້ອນເຮັງຂອງ ໂລກລະບາດໂຄວິດ - 19 ດ້ວຍຈຳນວນຜູ້ຕິດເຊື້ອພະຍາດຕື່ມອີກ ນັບມື້ນັບເພີ່ມຂຶ້ນສູງໃນແຕ່ລະມື້ຢູ່ບາງປະເທດຄື: ອີຣານ, ອິນໂດເນເຊຍ, ໄທ, ມາເລເຊຍ, ຟີລິບປິນ, ຍີປຸ່ນ. ໃນຮອບເວລາ 24 ຊົ່ວໂມງທີ່ຜ່ານມາ, ທົ່ວພາກພື້ນຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ເກືອບ 189.000 ຄົນ ແລະ ມີຜູ້ເສຍຊີວິດປະມານ 3.300 ຄົນ.

(ແຫຼ່ງຄັດຈາກ VOV)

ຂີ​ດ​ໝາຍ​ສຳ​ຄັນ​ໃນ​ວິ​ວັດ​ການ​ຊຸກ​ຍູ້​ຄວາມ​ສະ​ເໝີ​ພາບ​ລະ​ຫວ່າງ​ຍິງ​ຊາຍ ແລະ ການມອບ​ສິດ​ໃຫ້​ແກ່​ແມ່​ຍິງ​ຂອງ ຫວຽດ​ນາມ

ຂີ​ດ​ໝາຍ​ສຳ​ຄັນ​ໃນ​ວິ​ວັດ​ການ​ຊຸກ​ຍູ້​ຄວາມ​ສະ​ເໝີ​ພາບ​ລະ​ຫວ່າງ​ຍິງ​ຊາຍ ແລະ ການມອບ​ສິດ​ໃຫ້​ແກ່​ແມ່​ຍິງ​ຂອງ ຫວຽດ​ນາມ

ຕາມບົດລາຍງານແລ້ວ, ໃນ 3 ທົດສະວັດຜ່ານມາ, ລັດຖະບານຫວຽດນາມ ໄດ້ສະແດງໃຫ້ເຫັນຄວາມຕັດສິນໃຈຢ່າງແຮງໃນການຊຸກຍູ້ສິດຄວາມສະເໝີພາບລະຫວ່າງຍິງ - ຊາຍ ຜ່ານການສ້າງລະບົບກົດໝາຍໃຫ້ສົມບູນແບບ.

Top