14/10/2019 11:02 GMT+7 Email Print Like 0

ສະໂມສອນບານເຕະນັກສິລະປິນ-ແຫ່ງເຊື່ອມຕໍ່ຄວາມເມົາມົວ

      ມາແຫ່ງນີ້, ທຸກຄົນຈະພົບເຫັນບັນດາຜູ້ທີ່ຕົນນິຍົມຊົມຊອບ, ເປັນເທບພະບຸດ, ແທນທີ່ເຂົາເຈົ້າຈະນຸ່ງຊຸດໂສ້ງເສື້ອງາມ, ພັດມານຸ່ງຊຸດໂສ້ງເສື້ອແຂ່ງຂັນທຳມະດາ ແລະ ໃບໜ້າເຕັມໄປດ້ວຍເຫື່ອແຕ່ມີຄວາມສຸກຫຼາຍ.

ເດີ່ນບານເຕະ ຕາວດ່ານ, ນະຄອນໂຮ່ຈີມິນ
(ພາບ: sporta.vn)
      ສຳລັບບັນດານັກສະແດງ, ນັກສິລະປິນ, ເລື່ອງເຮັດວຽກໃນຊົ່ວໂມງຜິດປົກກະຕິໄດ້ກາຍເປັນເລື່ອງປະຈຳວັນ ແລະ ບໍ່ສາມາດຫຼີກລ້ຽງໄດ້. ເພື່ອຮັບປະກັນສຸຂະພາບໃຫ້ແກ່ຕົນເອງ ແລະ ວຽກງານ, ມີກຸ່ມນັກສິລະປິນກຸ່ມໜຶ່ງຢູ່ນະຄອນໂຮ່ຈີມິນ ໄດ້ສ້າງຕັ້ງທິມບານເຕະຂຶ້ນດ້ວຍການເຂົ້າຮ່ວມຂອງນັກສິລະປິນ, ນັກສະແດງ, ນາຍແບບເປັນຈຳນວນຫຼາຍ… ທັງແມ່ນແຫ່ງຝຶກຝົນສຸຂະພາບ, ທັງແມ່ນແຫ່ງພົບປະແລກປ່ຽນ ແລະ ສ້າງສັນ.
        ເດີ່ນບານເຕະ ຕາວດ່ານ, ນະຄອນໂຮ່ຈີມິນ ແຕ່ດົນນານມາແລ້ວໄດ້ເປັນສະຖານທີ່ລື້ງເຄີຍຂອງບັນດາທິມບານເຕະທີ່ສ້າງຂະບວນການ, ໃນນັ້ນມີທິມບານເຕະຂອງນັກສິລະປິນ. ມາແຫ່ງນີ້, ທຸກຄົນຈະພົບເຫັນບັນດາຜູ້ທີ່ຕົນນິຍົມຊົມຊອບ, ເປັນເທບພະບຸດ, ແທນທີ່ເຂົາເຈົ້າຈະນຸ່ງຊຸດໂສ້ງເສື້ອງາມ, ພັດມານຸ່ງຊຸດໂສ້ງເສື້ອແຂ່ງຂັນທຳມະດາ ແລະ ໃບໜ້າເຕັມໄປດ້ວຍເຫື່ອແຕ່ມີຄວາມສຸກຫຼາຍ. ນັກຮ້ອງ ຮ່ວາງແບັກ, ຮັບເຕະຢູ່ກອງກາງຂອງທິມບານເຕະ, ແບ່ງປັນວ່າ.
        “ແຕ່ລະອາທິດເມື່ອມາແຂ່ງຂັນຢູ່ເດີ່ນນີ້ ຕົນເອງພັດມີຄວາມຫ້າວຫັນກະຕືລືລົ້ນ, ຕື່ນເຕັ້ນ, ມັນມີຄວາມຮູ້ສຶກຄ້າຍຄືຕອນຂຶ້ນສະແດງຢູ່ເວທີຄັ້ງທຳອິດ. ແຕ່ມາບັດນີ້, ຂຶ້ນເວທີສະແດງແມ່ນບໍ່ມີຄວາມຕື່ນເຕັ້ນຄືເມື່ອກ່ອນອີກແລ້ວ, ແຕ່ເມື່ອມາເຕະບານນັ້ນ ຍາມໃດກໍ່ມີຄວາມຮູ້ສຶກວ່າ ຕົນເອງບໍ່ຕ້ອງການຫຍັງຕື່ມອີກ”.
        ສ່ວນນັກຮ້ອງ ຕິ້ງເຕິມ, ຫຼີ້ນຕຳແໜ່ງກອງໜ້າ, ໄດ້ແບ່ງປັນຄວາມເມົາມົວທີ່ມີຕໍ່ກິລາບານເຕະວ່າ.
        “ແຕ່ລະເທື່ອ, ເມື່ອລຸ້ນອ້າຍແຈ້ງວ່າໄດ້ເຊົ່າເດີ່ນບານເຕະແລ້ວ, ຂ້າພະເຈົ້າພະຍາຍາມສັບຊ້ອນລາຍການສະແດງເພື່ອເຂົ້າຮ່ວມເຕະບານກັບທຸກຄົນ”.
        ເວລາ 17 ໂມງ, ອາກາດຍັງຮ້ອນເອົາ ແລະ ຍັງມີແສງແດດຢູ່, ບັນດານັກສິລະປິນ, ນັກສະແດງ, ນາຍແບບ… ເລີ່ມວອມຮ່າງກາຍ ແລະ ກະກຽມເຂົ້າຮ່ວມການແຂ່ງຂັນ. ເຂົາເຈົ້າເຕະບານແມ່ນບໍ່ຄືກັບນັກເຕະບານອາຊີບ, ແຕ່ເມື່ອເວົ້າເຖິງຄວາມເມົາມົວຂອງເຂົາເຈົ້າທີ່ມີຕໍ່ກິລາບານເຕະນັ້ນແມ່ນໃຫຍ່ຫຼວງ.
-      ແຕ່ລະເທື່ອເມື່ອໄດ້ເຂົ້າຮ່ວມເຕະບານກັບພວກອ້າຍນ້ອງແມ່ນສິ່ງທີ່ຍອດຍິ່ງທີ່ສຸດ, ແຕ່ລະອາທິດ, ທິມບານເຕະພະຍາຍາມໃຫ້ໄດ້ເຕະບານແຕ່ 1 ຫາ 2 ນັດ.
-      ເມື່ອເຕະບານ, ເຮົາບໍ່ມີຄວາມເປັນຫ່ວງຫຍັງເລີຍ… ຕອນນັ້ນພຽງແຕ່ຕັ້ງໃຈເຕະບານເທົ່ານັ້ນ.
-      ບານເຕະມີຄວາມສຳຄັນພິເສດສຳລັບຂ້າພະເຈົ້າເອງ
-      ແຕ່ລະເທື່ອ, ເມື່ອເຕະບານຂ້າພະເຈົ້າຈະຫຼີ້ນຈົນສຸດຄວາມສາມາດຂອງຕົນ. ແຕ່ລະນັດທີ່ພະຍາມຍາມນັ້ນ ຖ້າວ່າໂຊກດີກໍ່ຍິງເຂົ້າ 1 ປະຕູ, ມີບາງນັດຍິງເຂົ້າ 3 ປະຕູ.
-      ສຳລັບ ຮ່ວາງແບັກແລ້ວ, ເລື່ອງເຕະບານຍິງໄດ້ປະຕູ ຫຼື ບໍ່ນັ້ນ ແມ່ນບໍ່ສຳຄັນປານໃດ, ສຳຄັນແມ່ນໄດ້ເຕະບານ. ຖ້າຫາກໂຊກດີກໍ່ຍິງໄດ້ 1 ປະຕູ, ເມື່ອຍິງເຂົ້າແລ້ວ ຂ້າພະເຈົ້າດີໃຈທີ່ສຸດ, ແຕ່ວ່າອ້າຍນ້ອງໃນທິມດີໃຈກວ່າຂ້າພະເຈົ້ານັບ 10 ເທົ່າ.
ເມື່ອມາເຕະບານ, ໄດ້ເຫັນປະຈັກຕາບັນດານັກສະແດງ, ນັກສິລະປິນ, ນາຍແບບ… ໄດ້ເຕະບານຈຶ່ງມີຄວາມເຂົ້າໃຈຕື່ມອີກວ່າ: ຢູ່ເບືອງຫຼັງເວທີສະແດງ, ບັນດານັກສະແດງ, ນັກສິລະປິນ… ກໍ່ແມ່ນຄົນທຳມະດາສາມັນທົ່ວໄປ, ມີຄວາມມ່ວນຊື່ນເມື່ອໄດ້ຮັບໄຊຊະນະ ແລະ ມີຄວາມຜິດຫວັງໂສກເສົ້າເມື່ອບໍ່ໄດ້ຮັບໄຊຊະນະ… ຮິວເຊີນ, ແມ່ນຜູ້ຄຸ້ມຄອງທິມບານເຕະນັກສິລະປິນຊຸດທຳອິດໄດ້ແບ່ງປັນວ່າ.
    “ທິມບານເຕະໄດ້ຮັບການສ້າງຕັ້ງເມື່ອປີ 2010, ໃນຄາວນັ້ນມີສະມາຊິກ 32 ຄົນ ແລະ ມານັດນີ້ສະມາຊິກເຂົ້າຮ່ວມນັບແຕ່ຕອນທຳອິດຍັງເຫຼືອພຽງແຕ່ 6 – 7 ຄົນເທົ່ານັ້ນ. ຍ້ອນວ່າ, ນັກສິລະປິນ, ນັກສະແດງພ້ອມກັນມາເຕະບານແມ່ນຍາກຫຼາຍ, ຍ້ອນວຽກງານຂອງເຂົາເຈົ້າ, ບາງເທື່ອກໍ່ຍ້ອນຖືກຮັບບາດເຈັບແລ້ວກໍ່ເຊົາເຕະເລີຍ. ແຕ່ລະເດືອນ, ຂ້າພະເຈົ້າໄດ້ຈັດການແຂ່ງຂັນປະມານ 4 ນັດຢູ່ເດີ່ນໃຫຍ່ ແລະ ເດີ່ນເຕະ 7 ຄົນກໍ່ຈັດ 2 ຫາ 3 ນັດ.”
    ເມື່ອແບ່ງປັນຄວາມເມົາມົວທີ່ມີຕໍ່ກິລາບານເຕະ, ບັນດານັກສິລະປິນ, ນັກສະແດງບໍ່ພຽງແຕ່ມີເວລານາທີທີ່ສະໜຸກສະໜາມ, ຝຶກຝົນຮ່າງກາຍເທົ່ານັ້ນ, ຫາກຍັງໄດ້ສ້າງບັນດາກາລະໂອກາດເຮັດວຽກ, ດຳເນີນທຸລະກິດອີກດ້ວຍ.
-      ເຕະບານໄດ້ນຳເອົາການພົວພັນໃນວຽກງານ, ສ້າງກຳລັງແຮງ ແລະ ຄວາມມ່ວນຊື່ນມາໃຫ້ ຕ໊ວນ ຫຼາຍທີ່ສຸດ.
-      ແຕ່ລະເທື່ອເມື່ອມາເຕະບານ ພວກອ້າຍນ້ອງໄດ້ປຶກສາຫາລືກ່ຽວກັບການແຂ່ງຂັນທີ່ຫາກໍ່ແລ້ວໄປນັ້ນ ໄດ້ຊ່ວຍໃຫ້ພວກອ້າຍນ້ອງມີຄວາມເບີກບານມ່ວນຊື່ນ ແລະ ສາມັກຄີກັນກວ່າ. ນັ້ນແມ່ນສິ່ງທີ່ເປັນໜ້າຈັບໃຈ.
-      ຮ່ວາງແບັກ ມີຄວາມຕັ້ງໃຈເຕະບານທີ່ສຸດ, ມາເດີ່ນເຕະບານໄດ້ພົບປະກັນ, ມີຄວາມເບີກບ່ານມ່ວນຊື່ນເຖິງວ່າໄດ້ເຕະ ຫຼື ບໍ່ໄດ້ເຕະກໍ່ຕາມ, ກໍຄືການຊ່ວຍເຫຼືອກັນຂອງພວກອ້າຍນ້ອງໃນການດຳລົງຊີວິດ… ຂ້າພະເຈົ້າມັກສິ່ງເຫຼົ່ານັ້ນທີ່ສຸດ.
ຈາກເດີ່ນບານເຕະຕະຫຼອດຮອດເວທີການສະແດງ, ຫຼາຍຄົນບໍ່ພຽງແຕ່ສວມບົດບາດເປັນເພື່ອນໃນທິມດຽວກັນເທົ່ານັ້ນ, ຫາກຍັງກາຍເປັນບັນດາເພື່ອນທີ່ຕັ້ງໜ້າໜູນຊ່ວຍເຊິ່ງກັນ ແລະ ກັນໃນວຽກງານ ແລະ ໃນການດຳລົງຊີວິດອີກດ້ວຍ.
 (ແຫຼ່ງຄັດຈາກ VOV)