• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສະເຫຼີມສະຫຼອງວັນກຳມະກອນສາກົນຄົບຮອບ 135 ປີ ແລະ ປຸກລະດົມເດືອນກຳມະກອນ

      ຕອນເຊົ້າວັນທີ 28 ເມສາ, ຢູ່ຮ່າໂນ້ຍ, ສະຫະພັນໃຫຍ່ແຮງງານ ຫວຽດນາມ ໄດ້ຈັດຕັ້ງພິທີສະເຫຼີມສະຫຼອງວັນກຳມະກອນສາກົນ ຄົບຮອບ 135 ປີ (01/05/1886 – 01/05/2021) ແລະ ປຸກລະດົມເດືອນກຳມະກອນ.
ພິທີສະເຫຼີມສະຫຼອງວັນກຳມະກອນສາກົນຄົບຮອບ 135 ປີ ແລະ ປຸກລະດົມເດືອນກຳມະກອນ
      ກ່າວຄຳເຫັນທີ່ພິທີ, ທ່ານປະທານປະເທດຫວຽດນາມ ຫງວຽນຊວັນຟຸກ ຊີ້ແຈ້ງວ່າ: ຫວຽດນາມ ຍາມໃດກໍມີຄວາມເອົາໃຈໃສ່ ແລະ ດູແລກໍາມະກອນ, ຊາວຜູ້ອອກແຮງງານ ແລະ ອົງການຈັດຕັ້ງກຳມະບານ ເປັນພິເສດ. ທ່ານປະທານປະເທດ ຕີລາຄາສູງບັນດາຂໍ້ລິເລີ່ມຂອງສະມາຊິກຊາວໜຸ່ມ, ຊາວຜູ້ອອແຮງງານໃນທົ່ວປະເທດແກ່ການພັດທະນາຢ່າງໝັ້ນຄົງເຂັ້ມແຂງຂອງວິສາຫະກິດ, ຂອງອົງການ ແລະ ເພື່ອການພັດທະນາຂອງປະເທດ. ທ່ານປະທານປະເທດ ຫງວຽນຊວັນຟຸກ ເນັ້ນໜັກວ່າ:
        ພວກເຮົາມີຄວາມເຂົ້າໃຈຢ່າງເລິກເຊິ່ງຕໍ່ບັນດາຄວາມຫຍຸ້ງຍາກລຳບາກ ເຊິ່ງກຳມະກອນເວົ້າສະເພາະ ແລະ ແຮງງານເວົ້າລວມ ໄດ້ ແລະ ກຳລັງຜ່ານຜ່າໃນໄລຍະທີ່ ທັງ ຫວຽດນາມ ກໍຄື ທົ່ວໂລກພວມຕໍ່ສູ້ເພື່ອປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19. ພັກ, ລັດ ມີຄວາມເອົາໃຈໃສ່ທີ່ສຸດຕໍ່ການປະຕິບັດມາດຕະການປ້ອງກັນ, ສະກັດກັ້ນໂລກລະບາດຢ່າງມີປະສິດທິຜົນ, ປະຕິບັດສຳເລັດເປົ້າໝາຍຄວບຄູ່ ເພື່ອໃຫ້ເສດຖະກິດໄດ້ຮັບການຟື້ນຟູໂດຍໄວ, ລາຍຮັບຈະເພີ່ມຂຶ້ນຄືນໃໝ່ ແລະ ມີວຽກເຮັດງານທຳໃໝ່ ເພື່ອທົດແທນໃຫ້ແກ່ໄລຍະຜ່ານມາ ແລະ ສ້າງກຳລັງແຮງໃຫ້ແກ່ການພັດທະນາ, ການເຕີບໂຕເສດຖະກິດຢ່າງວ່ອງໄວ ແລະ ຍືນຍົງ”.
        ບົນເນື້ອໃນຈິດໃຈດັ່ງກ່າວ, ປະທານປະເທດ ກໍສະເໜີໃຫ້ອົງການກຳມະບານ ຕ້ອງສ້າງລາຍການເຄື່ອນໄຫວຂອງກຳມະບານ ຫວຽດນາມ ໂດຍໄວ ຕາມເນື້ອໃນຈິດໃຈຂອງມະຕິກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກກອມມູນິດ ຫວຽດນາມ ໄດ້ວາງອອກ.
(ແຫຼ່ງຄັດຈາກ VOV)

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໃຫ້​ການ​ຕ້ອນ​ຮັບ​ລັດ​ຖະ​ມົນ​ຕີກະ​ຊວງກ​ະ​ສິ​ກຳ ບ​ຣາ​ຊິນ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໃຫ້​ການ​ຕ້ອນ​ຮັບ​ລັດ​ຖະ​ມົນ​ຕີກະ​ຊວງກ​ະ​ສິ​ກຳ ບ​ຣາ​ຊິນ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສະເໜີກະຊວງກະສິກຳສອງປະເທດສ້າງກຸ່ມປະຕິບັດງານຮ່ວມ, ສົມທົບກັນຢ່າງແໜ້ນແຟ້ນ ເພື່ອຜັນຂະຫຍາຍບັນດາຄຳໝັ້ນສັນຍາຂັ້ນສູງ, ລວມມີການເປີດຕະຫຼາດໃຫ້ຫຼາຍກ່ວາອີກເພື່ອໃຫ້ຜະລິດຕະພັນກະເສດທີ່ເປັນຂອງທ່າແຮງຂອງກັນ

Top