• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສະເຫຼີມສະຫຼອງ 88 ປີແຫ່ງວັນສ້າງຕັ້ງຄະນະຊາວໜຸ່ມກອມມູນິດ ໂຮ່ຈິມິນ

ຕອນຄ່ຳວັນທີ 23 ມີນາ, ຢູ່ແຂວງຮ່າຕິ້ງ ໄດ້ດຳເນີນພິທີ ສະເຫຼີມສະຫຼອງ 88 ປີແຫ່ງວັນສ້າງຕັ້ງຄະນະຊາວໜຸ່ມກອມມູນິດໂຮ່ຈິມິນ ແລະ ມອບລາງວັນຫຼີຕຶຈ້ອງປີ 2019.

 ທ່ານເລກ໋ວກຟອງ ເລຂາທີ 1 ສູນກາງຊາວໜຸ່ມກອມມູນິດໂຮ່ຈິມິນ

ກ່າວຄຳເຫັນທີ່ພິທີສະເຫຼີມສະໃນຫຼອງ, ທ່ານນາງ ເຈືອງທິມາຍ ຫົວໜ້າຄະນະຂົນຂວາຍປະຊາຊົນສູນກາງ ໄດ້ສະແດງຄວາມເຊື່ອໝັ້ນວ່າ ລຸ່ນໜຸ່ມຈະເຊີດຊູຈິດໃຈຫຼີຕຶຈ້ອງ, ອຸທິດສ່ວນໃຫ້ແກ່ປະເທດຊາດຢ່າງບໍ່ຢຸດຢັ້ງ. ສ່ວນທ່ານເລກ໋ວກຟອງ ເລຂາທີ 1 ສູນກາງຄະນະຊາວໜຸ່ມກອມມູນິດໂຮ່ຈິມິນ ໄດ້ຮຽກຮ້ອງໃຫ້ຊາວໜຸ່ມ, ໄວໜຸ່ມໃນທົ່ວປະເທດ ຈົ່ງເຊີດຊູນ້ຳໃຈອາສາສະໝັກ, ເສີມຂະຫຍາຍຄວາມສາມາດ, ປະດິດຄິດສ້າງຂອງຕົນເອງ, ບໍ່ຫວາດຫວັ່ນຕໍ່ຄວາມຫຍຸ້ງຍາກ, ຮ່ວມແຮງຮ່ວມໃຈປະຕິບັດບັນດາໜ້າທີ່ ແລະ ຄາດໝາຍທີ່ສຳຄັນຂອງປີຊາວໜຸ່ມອາສາສະໝັກ 2019 ໃຫ້ສຳເລັດຜົນ.

      ເນື່ອງໃນໂອກາດນີ້, ສູນກາງຄະນະຊາວໜຸ່ມກອມມູນິດໂຮ່ຈິມິນໄດ້ມອບລາງວັນ ຫຼີຕຶຈ້ອງ ໃຫ້ແກ່ພະນັກງານຊາວໜຸ່ມ 72 ຄົນທີ່ມີຜົນງານດີເດັ່ນໃນການອອກແຮງງານ, ເຮັດວຽກ, ໃນວຽກງານຊາວໜຸ່ມ ແລະ ຂະບວນການຊາວໜຸ່ມເຍົາວະຊົນ. ທ່ານ ເຢືອງມິນຕ້ວນ, ເລຂາຄະນະຊາວໜຸ່ມຕາແສງ ຊວນດີງ ເມືອງບັກຕືລຽມ, ຮ່າໂນ້ຍ ແບ່ງປັນວ່າ :

       “ ເມື່ອໄດ້ຮັບລາງວັນນີ້, ເຮົາເຫັນວ່າ ຕົນເອງຕ້ອງມີຄວາມຮັບຜິດຊອບຫຼາຍກ່ວາເມື່ອໄດ້ຮັບກຽດນີ້, ຜ່ານນັ້ນ ກໍແມ່ນກຳລັງໜູນເພື່ອໃຫ້ເຮົາສູ້ຊົນ, ຝຶກຝົນຫຼໍ່ຫຼອມ, ມານະພະຍາຍາມຫຼາຍກ່ວາອີກເພື່ອຈັດຕັ້ງຂະບວນການເຄື່ອນໄຫວ, ເພື່ອກໍ່ສ້າງອົງການຊາວໜຸ່ມໃຫ້ນັບມື້ນັບພັດທະນາ”.
 (ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 58 ຢູ່ Kuala Lumpur (ມາເລເຊຍ), ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ໄດ້ພົບປະກັບທ່ານລັດຖະມົນຕີການຕ່າງປະເທດ ບັນດາປະເທດ ຍີ່ປຸ່ນ, ຈີນ, ສະວິດ.

Top