ລາຍການສະແດງສິລະປະໃນພິທີສະເຫຼີມສະຫຼອງ 110 ປີ
ແຫ່ງວັນຄ້າຍວັນເກີດຂອງເລຂາທິການໃຫຍ່ ເຈື່ອງຈິງ
(ພາບປະກອບ: TTXVN)
ຕອນເຊົ້າວັນທີ 9/2, ຢູ່ນະຄອນ ນາມດິ້ງ ໄດ້ດຳເນີນພິທີສະເຫຼີມສະຫຼອງ 110 ປີແຫ່ງວັນຄ້າຍວັນເກີດຂອງເລຂາທິການໃຫຍ່ ເຈື່ອງຈິງ (9-2-1907/9-2-2017). ເຂົ້າຮ່ວມພິທີມີທ່ານ ເລຂາທິການໃຫຍ່ພັກກອມມູນິດ ຫວຽດນາມ ຫງວຽນຟູ໋ຈ້ອງ, ທ່ານປະທານປະເທດ ເຈິ່ນດ້າຍກວາງ; ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ຫງວຽນທ້ຽນເຍິນ, ພ້ອມກັບການນຳ, ອະດີດການນຳພັກ, ລັດ ແລະ ການນຳບັນດາກະຊວງ, ຂະແໜງການ, ອົງການຈັດຕັ້ງມະຫາຊົນຂັ້ນສູນກາງ ແລະ ແຂວງ ນາມດິ້ງ.
ອ່ານສູນທອນພົດທີ່ພິທີສະເຫຼີມສະຫຼອງ, ທ່ານ ດ່ວານຮົ່ງຟອງ, ເລຂາຄະນະພັກແຂວງ ນາມດິ້ງ, ຢືນຢັນວ່າ:
“ໃນພາລະກິດສ້າງສາປະເທດຊາດ, ເຈື່ອງຈິງ ແມ່ນຜູ້ສ້າງພື້ນຖານໃຫ້ພາລະກິດປ່ຽນໃໝ່ຂອງປະເທດຊາດ. ການປ່ຽນໃໝ່ຈີນຕະນາການ, ໂດຍສະເພາະແມ່ນຈີນຕະນາການເສດຖະກິດແມ່ນການອຸທິດດີເດັ່ນພິເສດ ກ່ຽວກັບແນວຄິດ, ທິດສະດີຂອງທ່ານ ເລຂາທິການໃຫຍ່ ເຈື່ອງຈິງ, ເປັນຂີດໝາຍບາດກ້າວຫັນປ່ຽນໃໝ່ໃນຈີນຕະນາການທິດສະດີຂອງພັກ; ແມ່ນການໝູນໃຊ້ລັດທິ ມາກ - ເລນິນ ເຂົ້າໃນສະພາບຕົວຈິງຂອງ ຫວຽດນາມ ຢ່າງມີຫົວຄິດປະດິດສ້າງ. ກອງປະຊຸມໃຫຍ່ຄັ້ງທີ 6 ຂອງພັກ ແມ່ນກອງປະຊຸມໃຫຍ່ແຫ່ງການປ່ຽນໃໝ່, ໄດ້ເປັນຂີດໝາຍແຫ່ງບາດກ້າວພັດທະນາໃໝ່ຂອງການປະຕິວັດ ຫວຽດນາມ. ອາດເວົ້າໄດ້ວ່າ, ບັນດາຜົນງານອັນໃຫຍ່ຫຼວງ, ມີຄວາມໝາຍປະຫວັດສາດຂອງປະເທດຊາດພາຍຫຼັງ 30 ປີແຫ່ງການປ່ຽນໃໝ່ ໄດ້ເປັນການຢືນຢັນເຖິງລັກສະນະຖືກຕ້ອງຂອງພາລະກິດປ່ຽນໃໝ່, ເຊິ່ງທ່ານເລຂາທິການໃຫຍ່ ເຈື່ອງຈິງ ແມ່ນຜູ້ສະເໜີ ແລະ ລິເລີ່ມ“.
ສ່ວນໃນໜັງສືພິມ ກວນໂດ້ຍເຍິນ (ສຽງຂອງກອງທັບປະຊາຊົນ ຫວຽດນາມ) ສະບັບອອກວັນທີ 9/2 ມີບົດຂຽນ ແລະ ຮູບພາບ, ຍ້ອງຍໍທ່ານ, ນັກຮົບກອມມູນິດທີ່ເປັນແບບຢ່າງ, ລູກສິດທີ່ດີເດັ່ນຂອງປະທານ ໂຮ່ຈີມິນ. ທ່ານ ເລຂາທິການໃຫຍ່ ເຈື່ອງຈິງ ເຂົ້າຮ່ວມການປະຕິວັດນັບແຕ່ເວລາມີອາຍຸ 18 ປີ; ທ່ານແມ່ນລູກສິດທີ່ດີເດັ່ນ, ເປັນສະຫາຍທີ່ໄວ້ເນື້ອເຊື່ອໃຈຂອງປະທານ ໂຮ່ຈີມິນ. ທ່ານໄດ້ມີລັດຖະນະໂຍບາຍທີ່ຖືກຕ້ອງ, ມີຫົວຄິດປະດິດສ້າງຫຼາຍຢ່າງ, ໂດຍສະເພາະແມ່ນໃນບັນດາບາດລ້ຽວຂອງການປະຕິວັດ, ພິເສດແມ່ນໃນຖານະຕຳແໜ່ງເປັນ ເລຂາທິການໃຫຍ່ ພັກກອມມູນິດ ຫວຽດນາມ. ດ້ວຍຈີນຕະນາການດ້ານການເມືອງຢ່າງຊຳນິຊຳນານ, ດ້ວຍປັນຍາທີ່ແຫຼມຄົມ, ທ່ານ ເລຂາທິການໃຫຍ່ ເຈື່ອງຈິງໄດ້ຮັບຮູ້ທ່າອ່ຽງພັດທະນາຂອງຍຸກສະໄໝໂດຍໄວ, ເຂົ້າໃຈສະພາບຕົວຈິງຂອງປະເທດຊາດ ແລະ ຄວາມຮຽກຮ້ອງ, ຄວາມມຸງມາດປາຖະໜາອັນຊອບທຳຂອງປະຊາຊົນ, ພ້ອມກັບສູນກາງພັກ ແລະ ກົມການເມືອງວາງອອກແຜນນະໂຍບາຍປ່ຽນໃໝ່. ບັນດາທັດສະນະປ່ຽນໃໝ່ຈີນຕະນາການ ເຊິ່ງທ່ານແມ່ນຜູ້ສະເໜີ, ໄດ້ກາຍເປັນພື້ນຖານວິທີທິດສະດາໃຫ້ແກ່ເລື່ອງຮັບຮູ້ ແລະ ແກ້ໄຂບັນດາບັນຫາທິດສະດີ ແລະ ພຶດຕິກຳຕົວຈິງຂອງ ຫວຽດນາມໃນກິດຈະການປ່ຽນໃໝ່.

(ແຫຼ່ງຄັດຈາກ VOV)