• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສະພາແຫ່ງຊາດກຳປູເຈຍຍາມໃດກໍ່ສະໜັບສະໜູນຊຸກຍູ້ ແລະ ພັດທະນາການພົວພັນຮ່ວມມືກຳປູເຈຍ - ຫວຽດນາມ

      ຕອນເຊົ້າວັນທີ 29 ກັນຍາ, ທີ່ສຳນັກງານສະພາແຫ່ງຊາດກຳປູເຈຍ ຢູ່ນະຄອນຫຼວງພະນົມເປັນ ປະເທດກຳປູເຈຍ, ທ່ານປະທານສະພາແຫ່ງຊາດກຳປູເຈຍ ສົມເດັດ ເຮັງຊຳລິນ ໄດ້ໃຫ້ການຕ້ອນຮັບທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳລາຊະອານາຈັກກຳປູເຈຍ ແທັກຢື ເຂົ້າຢ້ຽມອຳລາ ເນື່ອງໃນໂອກາດສິ້ນສຸດອາຍຸການປະຕິບັດງານ. 


ທ່ານປະທານສະພາແຫ່ງຊາດກຳປູເຈຍ ສົມເດັດ ເຮັງຊຳລິນ ຕ້ອນຮັບທ່ານ ແທັກຢື
      ນະທີ່ນີ້, ທ່ານປະທານສະພາແຫ່ງຊາດກຳປູເຈຍ ສົມເດັດ ເຮັງຊຳລິນ ຢືນຢັນວ່າ ສະພາແຫ່ງຊາດກຳປູເຈຍ ແລະ ກະໂຕ ສົມເດັດ ເຮັງຊຳລິນ ເອງ ຍາມໃດກໍ່ສະໜັບສະໜູນ ແລະ ຊຸກຍູ້ການພົວພັນຮ່ວມມືລະຫວ່າງລັດຖະບານ, ລັດ, ສະພາແຫ່ງຊາດ ແລະ ປະຊາຊົນສອງປະເທດ ໃຫ້ນັບມື້ນັບພັດທະນາກວ່າອີກ. ສົມເດັດ ເຮັງຊຳລິນ ເຊື່ອໝັ້ນວ່າ ເຖິງວ່າສິ້ນສຸດອາຍຸການປະຕິບັດງານຢູ່ກຳປູເຈຍກໍ່ຕາມ, ແຕ່ດ້ວຍຖານະຕຳແໜ່ງໃໝ່, ທ່ານ ແທັກຢື ຈະສືບຕໍ່ມີບັນດາການປະກອບສ່ວນຢ່າງຕັ້ງໜ້າ, ປະກອບສ່ວນເພີ່ມພູນຄູນສ້າງ ແລະ ພັດທະນາການພົວພັນສອງປະເທດ.
      ສ່ວນທ່ານເອກອັກຄະລັດຖະທູດ ແທັກຢື ກໍ່ໄດ້ອວຍພອນປະເທດຊາດ ແລະ ປະຊາຊົນກຳປູເຈຍ ຈະສືບຕໍ່ຍາດໄດ້ບັນດາໄຊຊະນະໃຫຍ່ຫຼວງກວ່າອີກ ໃນພາລະກິດສ້າງສາ ແລະ ພັດທະນາປະເທດແຫ່ງສັນຕິພາບ, ສະຖຽນລະພາບ, ຮຸ່ງເຮືອງສີວິໄລ ແລະ ວັດທະນາຖາວອນ.
(ແຫຼ່ງຄັດຈາກ VOV)

ໄຂ​ກອງ​ປະ​ຊຸມ​ຄັ້ງ​ທີ 12 ຂອງ ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ຊຸດ​ທີ XIII

ໄຂ​ກອງ​ປະ​ຊຸມ​ຄັ້ງ​ທີ 12 ຂອງ ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ຊຸດ​ທີ XIII

ຕອນເຊົ້າວັນທີ 18 ກໍລະກົດ, ຢູ່ສຳນັກງານສູນກາງພັກ (ຮ່າໂນ້ຍ), ໄດ້ດຳເນີນວາລະໄຂກອງປະຊຸມຄັ້ງທີ 12 ຄະນະບໍລິຫານງານສູນກາງພັກຊຸດທີ XIII. ທ່ານເລຂາທິການໃຫຍ່ ໂຕເລິມ ເປັນປະທານ ແລະ ມີບົດກ່າວປາໄສສຳຄັນທີ່ການໄຂກອງປະຊຸມ.

Top