• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສະພາແຫ່ງຊາດປຶກສາຫາລືກ່ຽວກັບຮ່າງກົດໝາຍວ່າດ້ວຍການຮັກສາ ແລະ ພັດທະນາປ່າ(ສະບັບປັບປຸງ)

      ຕອນເຊົ້າວັນທີ 19 ມິຖຸນາ ທີ່ຮ່າໂນ້ຍ, ສະພາແຫ່ງຊາດ ຫວຽດນາມ ໄດ້ປຶກສາຫາລືກ່ຽວກັບຮ່າງກົດໝາຍວ່າດ້ວຍການຮັກສາ ແລະ ພັດທະນາປ່າ (ສະບັບປັບປຸງ)

ທ່ານ ຫງວຽນວັນມານ ສະມາຊິກສະພາແຫ່ງຊາດແຂວງ ກວາງບີງ 
      ປຶກສາຫາລືກ່ຽວກັບການຈັດປະເພດປ່າ, ບາງຄຳເຫັນແມ່ນເຫັນດີຕໍ່ການກຳນົດ 3 ປະເພດຄືຮ່າງກົດໝາຍແມ່ນ: ປ່າຊົມໃຊ້ພິເສດ, ປ່າປ້ອງກັນ ແລະ ປ່າຮັບໃຊ້ການຜະລິດ ທ່ານ ຫງວຽນວັນມານ ສະມາຊິກສະພາແຫ່ງຊາດແຂວງ ກວາງບີງ ໄຈ້ແຍກວ່າ:
        “ເລື່ອງຈັດແບ່ງປະເພດຄືດັ່ງກ່າວແມ່ນເໝາະສົມກັບການຈັດແບ່ງຂອງຫລາຍປະເທດໃນໂລກ. ເຂົາເຈົ້າຈັດເປັນ 2 ປະເພດຕົ້ນຕໍ ນັ້ນແມ່ນ ປ່າເສດຖະກິດ ແລະ ປ່າປ້ອງກັນ ເພື່ອໃນອະນາຄົດ ພວກເຮົາຈະສະດວກໃນວິວັດການເຊື່ອມໂຍງ ແລະ ຮ່ວມມືເຂົ້າກັບສາກົນ. ພິເສດແມ່ນໃນເລື່ອງປະຕິບັດການຄຸ້ມຄອງປ່າແບບຍືນຍົງ ແລະ ມອບໃບຢັ້ງຢືນປ່າ ເພື່ອກຳນົດຕົ້ນກຳເນີດຂອງໄມ້ໃຫ້ຖືກຕ້ອງຕາມກົດໝາຍ ແລະ ບັນດາເນື້ອໃນອື່ນໆ”.
(ແຫຼ່ງຄັດຈາກ VOV)

ຕຳຫຼວດ​ທະ​ເລ​ຮ່ວມ​ເດີນ​ທາງ​ພ້ອມ​ກັບ​ຊາວ​ປະ​ມົງ

ຕຳຫຼວດ​ທະ​ເລ​ຮ່ວມ​ເດີນ​ທາງ​ພ້ອມ​ກັບ​ຊາວ​ປະ​ມົງ

ຕອນເຊົ້າວັນທີ 15 ທັນວາ, ຢູ່ແຂວງ ແທັງຮວ໊າ, ຄະນະປະຈຳຄະນະພັກກອງບັນຊາການຕຳຫຼວດທະເລ ຫວຽດນາມ ໄດ້ສົມທົບກັບຄະນະປະຈຳພັກແຂວງ ແທັງຮວ໊າ ຈັດຕັ້ງກອງປະຊຸມຜັນຂະຫຍາຍໂຄງການສົມທົບວຽກງານຂົນຂວາຍປະຊາຊົນ “ຕຳຫຼວດທະເລຮ່ວມເດີນທາງພ້ອມກັບຊາວປະມົງ” ໄລຍະ 2025 – 2030.

Top