• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສະພາແຫ່ງຊາດກຳນົດຄາດໝາຍການເຕີບໂຕເສດຖະກິດ 6,7% ປີ 2017

      ວັນທີ 09 ມິຖຸນາ, ສະພາແຫ່ງຊາດສະຫງວນເວລາໝົດມື້ ເພື່ອປຶກສາຫາລີບັນດາບົດລາຍງານຂອງລັດຖະບານກ່ຽວກັບການພັດທະນາເສດຖະກິກ - ສັງຄົມ. ທີ່ວາລະເຮັດວຽກໄດ້ຮັບການຖ່າຍທອດສົດທາງວິທະຍຸຈະຈາຍສຽງ, ໂທລະພາບນີ້ ເສດຖະກິດຍັງຄົງແມ່ນເນື້ອໃນ ທີ່ໄດ້ຮັບການປະກອບຄຳເຫັນຫລາຍຢ່າງຈາກບັນດາສະມາຊິກສະພາແຫ່ງຊາດ.
ສະພາແຫ່ງຊາດກຳນົດຄາດໝາຍການເຕີບໂຕເສດຖະກິດ 6,7% ປີ 2017 - ảnh 1
ບັນດາສະມາຊິກສະພາແຫ່ງຊາດ
      ເມື່ອປຶກສາຫາລືກ່ຽວກັບຕົວເລກຄາດໝາຍເສດຖະກິດ, ສະມາຊິກສະພາແຫ່ງຊາດຫລາຍທ່ານສະໜັບສະໜູນລັດຖະບານສືບຕໍ່ຄາດໝາຍທີ່ໄດ້ວາງອອກໃຫ້ປີ 2017. ບັນດາສະມາຊິກສະພາແຫ່ງຊາດຖືວ່າ ລັດຖະບານ ຄວນເສີມຂະຫຍາຍບັນດາຈຸດພົ້ນເດັ່ນທີ່ບັນລຸໄດ້ໃນໄລຍະຜ່ານມາ. ນັ້ນແມ່ນການປັບປຸງສະພາບແວດລ້ອມແຫ່ງການລົງທຶນດຳເນີນທຸລະກິດ, ປະຕິຮູບດ້ານບໍລິຫານ ແລະ ສ້າງຕັ້ງບັນດາຫົວໜ່ວຍປະຕິບັດງານ ເພື່ອແກ້ໄຂບັນດາສິ່ງທີ່ຍັງຄົງຄ້າງກ່ຽວກັບນະໂຍບາຍ. ທ່ານ ເຈີ່ນຮ່ວາງເງິນ ສະມາຊິກສະພາແຫ່ງຊາດນະຄອນ ໂຮ່ຈີມິນ ປະກອບຄຳເຫັນວ່າ:
        “ເຖິງວ່າ ປະຈຸບັນໜີ້ສາທາລະນະຢູ່ລະດັບຕິດກັບເພດານກໍ່ຕາມ ແຕ່ ຫວຽດນາມ ຍັງຄົງຮັກສາໄດ້ເສດຖະກິດມະຫາພາກເປັນປົກກະຕິ, ຮັບປະກັນຊີວິດສັງຄົມ ແລະ ປັບປຸງໄດ້ລະດັບລາຍໄດ້ຂອງພະນັກງານ, ພາລະກອນ, ລະດັບເງິນເດືອນໃຫ້ພະນັກງານພັກບຳນານ. ນັ້ນແມ່ນຄວາມມານະພະຍາຍາມໃຫຍ່ຫລວງ ແລະ ນີ້ແມ່ນປີທີ 5 ຢ່າງລຽນຕິດທີ່ ຫວຽດນາມ ຄວບຄຸມໄພເງິນເຟີ້ໄດ້ເປັນຢ່າງດີ, ອັດຕາແລກປ່ຽນເງິນຕາເປັນປົກກະຕິ ”.
        ທີ່ວາລະປະຊຸມ, ທ່ານລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ຫງວຽນຈີ໋ຢຸງ ໃຫ້ຮູ້ວ່າ, ນີ້ແມ່ນປີບານພົບທີ່ສຳຄັນເພື່ອສ້າງປະຖົມປັດໃຈໃຫ້ຊຸມປີຕໍ່ໄປ ແລະ ສາມາດບັນລຸໄດ້ຄາດໝາຍທີ່ໄດ້ວາງອອກໃຫ້ແຜນການ 5 ປີ. ທ່ານລັດຖະມົນຕີ ຫງວຽນຈີ໋ຢຸງ ຖືວ່າ, ຄາດໝາຍເຕີບໂຕ ຈີດີພີ 6,7% ໃນປີ 2017 ແມ່ນຄາດໝາຍສູງແຕ່ມີພື້ນຖານເພື່ອສູ້ຊົນ ດ້ວຍເລື່ອງຜັນຂະຫຍາຍຢ່າງຄົບຊຸດ, ຂ້ຽວຂາດ, ມີການເຂົ້າຮ່ວມຂອງທັງລະບົບການເມືອງ, ປະຊາຊົນ ແລະ ວິສາຫະກິດ.
        “ລັດຖະບານໄດ້ປະກາດໃຊ້ຄຳສັ່ງເລກທີ 24 ເພື່ອຫັນເປັນລະອຽດບັນດາກະຊວງ, ຂະແໜງການ ຈາກນັ້ນບັນດາກະຊວງ, ຂະແໜງການຈະສ້າງແຜນການ ກໍ່ຄືຄາດໝາຍເຕີບໂຕໃຫ້ແຕ່ລະຂົງເຂດ. ຕາມນັ້ນແລ້ວຈະມີສອງມາດຕະການພື້ນຖານ. ທີໜຶ່ງແມ່ນໃນໄລຍະຍາວສືບຕໍ່ຮັກສາສະຖຽນລະພາບດ້ານເສດຖະກິດມະຫາພາກ, ຄວບຄຸມໄພເງິນເຟີ້, ຍູ້ແຮງການສ້າງໂຄງປະກອບເສດຖະກິດຄືນໃໝ່, ປະຕິຮູບລະບອບລະບຽບການ ກໍ່ຄືເພີ່ມສະມັດຕະພາບແຮງງານ. ກ່ຽວກັບໄລຍະສັ້ນ ແມ່ນແກ້ໄຂຄວາມຕິດຂັດໃຫ້ບັນດາວິສາຫະກິດ, ຊຸກຍູ້ບັນດາຂະແໜງການ, ຂົງເຂດພັດທະນາ, ຍູ້ແຮງການປ່ອຍບັນດາແຫຼ່ງທຶນ“.
      ທີ່ວາລະປະຊຸມ, ທ່ານ ດິງຕ໋ຽນຢຸງ, ລັດຖະມົນຕີກະຊວງ ການເງິນ ໃຫ້ຮູ້ວ່າອັດຕາໜີ້ສາທາລະນະປີ 2010 ແມ່ນ 50%, ປີ 2015 ແມ່ນ 62,5%. ຕໍ່ໜ້າສະພາບການຄືດັ່ງກ່າວ, ຫວຽດນາມ ໄດ້ປະກາດໃຊ້ມະຕິ 07 ກ່ຽວກັບການສ້າງໂຄງປະກອບງົບປະມານແຫ່ງລັດ, ຮັບປະກັນຄວາມປອດໄພໃຫ້ໜີ້ສາທາລະນະ.
      “ໃນປີ 2016, 2017, ບັນຫາໜີ້ສາທາລະນະ ໄດ້ຮັບການຄວບຄຸມໂດຍຜ່ານການຈຳໜ່າຍທະນາບັດໄລຍະຍາວ. ນີ້ແມ່ນຜົນງານດີທີ່ສຸດ ສາມາດຄວບຄຸມອັດຕາໜີ້ສາທາລະນະໄດ້. ສິ່ງທີສອງສຳຄັນທີ່ສຸດນັ້ນແມ່ນບ້ວງໜິ້ສາທາລະນະທັງໝົດຂອງໄລຍະ 2011, 2013 ດ້ວຍອັດຕາດອກເບ້ຍສູງທີ່ສຸດນັ້ນ, ຫວ່າງແລ້ວນີ້ສາມາດແກ້ໄຂໄດ້. ເປັນອັນວ່າວິວັດການແກ້ໄຂໜີ້ສາທາລະນະໃນໄລຍະຜ່ານມາແມ່ນດີທີ່ສຸດ“.
      ປະຈຸບັນ, ກະຊວງການເງິນພວມຜັນຂະຫຍາຍໂຄງປະກອບແຫຼ່ງລາຍຮັບຄືນໃໝ່ຢ່າງຂ້ຽວຂາດ, ພ້ອມທັງສຸມໃສ່ຄວບຄຸມລາຍຈ່າຍເປັນປະຈຳ. ທາງກະຊວງຈະຍື່ນສະເໜີລັດຖະບານປະກາດໃຊ້ຂໍ້ຕົກລົງເຮັດໃຫ້ກົງຈັກລັດກະທັດລັດ, ບັນດາມາດຕະການແກ້ໄຂບ້ວງໃຊ້ຈ່າຍ, … ດຳເນີນບັນດາມາດຕະການນີ້ຢ່າງຄົບຊຸດຈະບັນລຸປະສິດທິຜົນ, ຮັບປະກັນຄວາມປອດໄພດ້ານໜີ້ສາທາລະນະ.
(ແຫຼ່ງຄັດຈາກ VOV)
 
 

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໃຫ້​ການ​ຕ້ອນ​ຮັບ​ລັດ​ຖະ​ມົນ​ຕີກະ​ຊວງກ​ະ​ສິ​ກຳ ບ​ຣາ​ຊິນ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໃຫ້​ການ​ຕ້ອນ​ຮັບ​ລັດ​ຖະ​ມົນ​ຕີກະ​ຊວງກ​ະ​ສິ​ກຳ ບ​ຣາ​ຊິນ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສະເໜີກະຊວງກະສິກຳສອງປະເທດສ້າງກຸ່ມປະຕິບັດງານຮ່ວມ, ສົມທົບກັນຢ່າງແໜ້ນແຟ້ນ ເພື່ອຜັນຂະຫຍາຍບັນດາຄຳໝັ້ນສັນຍາຂັ້ນສູງ, ລວມມີການເປີດຕະຫຼາດໃຫ້ຫຼາຍກ່ວາອີກເພື່ອໃຫ້ຜະລິດຕະພັນກະເສດທີ່ເປັນຂອງທ່າແຮງຂອງກັນ

Top