• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສະພາປຶກສາການເມືອງແຫ່ງຊາດຈີນຖືການພັດທະນາການພົວພັນມິດຕະພາບກັບແນວໂຮມປະເທດຊາດຫວຽດນາມເປັນສຳຄັນ

      ຕອນບ່າຍວັນທີ 26 ກັນຍາ ຢູ່ ຈີນ, ທ່ານ ຢູເຈິງເສິງ ປະທານສະພາປຶກສາການເມືອງ ແຫ່ງຊາດຈີນ ໄດ້ໃຫ້ການຕ້ອນຮັບທ່ານນາງ  ເຈືອງທິງອກແອງ ຮອງປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ແລະ ຄະນະຜູ້ແທນຂັ້ນສູງ ຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ  ພວມຢ້ຽມຢາມ ແລະ ເຮັດວຽກຢູ່ຈີນແຕ່ວັນທີ 22-27 ກັນຍາ ພ້ອມກັບທ່ານ ດັ້ງມີຄອຍ, ເອກອັກຄະລັດຖະທູດ ຫວຽດນາມ ປະຈຳຈີນ. 

ທ່ານນາງ  ເຈືອງທິງອກແອງ ຮອງປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ
ພົບປະກັບທ່ານ ຢູເຈິງເສິງ ປະທານສະພາປຶກສາການເມືອງ ແຫ່ງຊາດຈີນ
      ທີ່ການຕ້ອນຮັບ, ທ່ານນາງ ເຈືອງທິງອກແອງ ຖືວ່າ ໃນໄລຍະຜ່ານມາ, ສອງຝ່າຍສືບຕໍ່ເພີ່ມທະວີການພົບປະແລກປ່ຽນຄະນະຜູ້ແທນຢູ່ທຸກຂັ້ນ, ບັນດາທ້ອງຖິ່ນ, ຮ່ວມມືດ້ານການສຶກສາ, ບຳລຸງພະນັກງານເຮັດວຽກງານແນວໂຮມ, ເພີ່ມທະວີການໂຄສະນາກ່ຽວກັບນ້ຳໃຈມິດຕະພາບລະຫວ່າງປະຊາຊົນສອງປະເທດ, ປະກອບສ່ວນເຂົ້າໃນການປັບປຸງ, ເພີ່ມທະວີການພົວພັນມິດຕະພາບ ຫວຽດນາມ - ຈີນ.
      ສ່ວນທ່ານ ຢູເຈິງເສິງ ໄດ້ຢືນຢັນວ່າ: ພັກ, ລັດ ຈີນ ຖືການພົວພັນມິດຕະພາບກັບຫວຽດນາມເປັນສຳຄັນ ແລະ ປາດຖະຫນາຈະພ້ອມກັບຫວຽດນາມ ເພີ່ມທະວີການພົບປະແລກປ່ຽນ, ການຮ່ວມມືແທດຈິງໃນຫລາຍຂົງເຂດ, ໃນນັ້ນ ມີການພົວພັນຮ່ວມມືລະຫວ່າງ ສະພາປຶກສາການເມືອງແຫ່ງຊາດຈີນ ແລະ ແນວໂຮມປະເທດຊາດຫວຽດນາມ, ຜ່ານນັ້ນ ນຳມາເຊິ່ງຜົນປະໂຫຍດແທດຈິງໃຫ້ແກ່ປະຊາຊົນສອງປະເທດ, ປະກອບສ່ວນເຂົ້າໃນສັນຕິພາບ, ສະຖຽນລະພາບຂອງພາກພື້ນ ແລະ ໃນໂລກ.
 (ແຫຼ່ງຄັດຈາກ VOV)

ມີ​ວິ​ສາ​ຫະ​ກິດ​ນິວ​ຊີ​ແລນ​ກ່​ວາ 20 ແຫ່ງ​ຈະ​​ແລກ​ປ່ຽນການ​ຄ້າ​ໂດຍ​ກົງ​ຢູ່​ງານ​ຕະຫຼາດ​ນັດ​ລະ​ດູ​ໃບ​ໄມ້ຫຼົ່ນ 2025

ມີ​ວິ​ສາ​ຫະ​ກິດ​ນິວ​ຊີ​ແລນ​ກ່​ວາ 20 ແຫ່ງ​ຈະ​​ແລກ​ປ່ຽນການ​ຄ້າ​ໂດຍ​ກົງ​ຢູ່​ງານ​ຕະຫຼາດ​ນັດ​ລະ​ດູ​ໃບ​ໄມ້ຫຼົ່ນ 2025

ເຫດການມີການເຂົ້າຮ່ວມຂອງກ່ວາ 20 ວິສາຫະກິດທີ່ມາຈາກນິວຊີແລນ ໃນຫຼາຍຂົງເຂດຄື: ການອອກແບບ, ກໍ່ສ້າງ, ເຕັກໂນໂລຢີ, ຊອບແວ, ຜະລິດຕະພັນກະເສດ (ໝາກໄມ້), ຜະລິດຕະພັນອາຫານເສີມເພື່ອສຸຂະພາບ, ການລົງທຶນ ແລະ ການບໍລິຫານໂຮງແຮມ, ການສຶກສາ, ການບໍລິການການຄ້ານຳເຂົ້າສົ່ງອອກ…

Top