• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສະພາບໂລກລະບາດໂຄວິດ-19 ໃນທົ່ວໂລກ

      ທົ່ວໂລກມີຜູ້ຕິດເຊື້ອພະຍາດໂຄວິດ-19 ກວ່າ 30,3 ລ້ານຄົນ, ໃນນັ້ນມີຜູ້ເສຍຊີວິດ 950.000 ຄົນ.

(ພາບປະກອບ: AFP/TTXVN)
      ຕາມເວັບໄຊສະຖິຕິ worldometers.info ແລ້ວ, ໄລ່ຮອດເວລາ 18 ໂມງຂອງວັນທີ 18 ກັນຍາ, ທົ່ວໂລກມີຜູ້ຕິດເຊື້ອພະຍາດໂຄວິດ-19 ກວ່າ 30,3 ລ້ານຄົນ, ໃນນັ້ນມີຜູ້ເສຍຊີວິດ 950.000 ຄົນ. ອາເມລິກາ ຍັງແມ່ນປະເທດຖືກຜົນສະທ້ອນຢ່າງໜັກໜ່ວງທີ່ສຸດຈາກໂລກລະບາດໂຄວິດ-19, ຖັດຈາກນັ້ນແມ່ນອິນເດຍ ແລະ ບຣາຊິນ.
          ອາເມລິກາລາຕິງ ແມ່ນໜຶ່ງໃນບັນດາພາກພື້ນທີ່ຖືກຜົນສະທ້ອນຢ່າງໜັກໜ່ວງທີ່ສຸດຈາກໂລກລະບາດໂຄວິດ-19, ດ້ວຍຜູ້ຕິດເຊື້ອພະຍາດໂຄວິດ-19 ກວ່າ 8 ລ້ານຄົນ, ໃນນັ້ນມີຜູ້ເສຍຊີວິດກວ່າ 300.000 ຄົນ.
          ສຳລັບພາກພື້ນເອີລົບ, ວັນທີ 17 ກັນຍາ, ທ່ານ Hans Kluge, ຜູ້ອຳນວຍການອົງການອະນາໄມໂລກ (WHO) ປະຈຳເອີລົບ ໄດ້ສະແດງຄວາມວິຕົກກັງວົນກ່ຽວກັບອັດຕາການຕິດແປດເຊື້ອໂຄວິດ-19 ທີ່ເປັນໜ້າເຕືອນໄພຢູ່ພາກພື້ນນີ້. ຕາມທ່ານແລ້ວ, ຈຳນວນຜູ້ຕິດເຊື້ອໂຄວິດ-19 ຢູ່ເອີລົບ ໄດ້ເພີ່ມຂຶ້ນຢ່າງໄວໃນເດືອນກັນຍາ 2020 ເປັນການສະແດງໃຫ້ເຫັນວ່າ ອັດຕາຜູ້ຕິດແປດເປັນໜ້າເຕືອນໄພໃນທົ່ວພາກພື້ນ.
          ໃນເຫດການທີ່ກ່ຽວຂ້ອງ, ດ້ວຍອັດຕາບັດເຫັນດີ 243 ບັດ ແລະ ບັດຄ້ານ 164 ບັດ, ວັນທີ 17 ກັນຍາ, ສະພາຕ່ຳອາເມລິກາ ໄດ້ຮັບຮອງເອົາຮ່າງກົດໝາຍໂດຍທ່ານສະມາຊິກສະພາຕ່ຳພັກປະຊາທິປະໄຕອາເມລິກາ Grace Meng ສະເໜີ ດ້ວຍເນື້ອໃນກ່າວປະນາມ “ທຸກຮູບການສະແດງທັດສະນະຈຳແນກການປະພຶດຕໍ່ຊາວອາຊີ  ທີ່ກ່ຽວຂ້ອງເຖິງໂລກລະບາດໂຄວິດ-19”. ບັນດາຜູ້ສະໜັບສະໜູນຖືນີ້ແມ່ນເອກະສານມີຄວາມຈຳເປັນ ເມື່ອເກີດຄວາມວຸ້ນວາຍ ແລະ ການໃຊ້ຄວາມຮຸນແຮງແນໃສ່ປະຊາຄົມຊາວອາຊີ ໄດ້ເພີ່ມຂຶ້ນຫຼາຍພໍສົມຄວນ ນັບແຕ່ໂລກລະບາດໂຄວິດ-19 ແຜ່ລະບາດ.
(ແຫຼ່ງຄັດຈາກ VOV)

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ແລະ ບັນ​ດາ​ການ​ນຳ ອາ​ຊຽນ ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ ອາ​ຊຽນ - ຈີນ ຄັ້ງ​ທີ 28

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ແລະ ບັນ​ດາ​ການ​ນຳ ອາ​ຊຽນ ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ ອາ​ຊຽນ - ຈີນ ຄັ້ງ​ທີ 28

ໂດຍສືບຕໍ່ບັນດາການເຄື່ອນໄຫວໃນຂອບເຂດກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ, ຕອນເຊົ້າວັນທີ 28 ຕຸລາ, ຢູ່ ກົວລາ ລຳເປີ ປະເທດ ມາເລເຊຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ພ້ອມດ້ວຍບັນດາການນຳ ອາຊຽນ ແລະ ທ່ານນາຍົກລັດຖະມົນຕີ ຈີນ ຫຼີຊຽນ ໄດ້ເຂົ້າຮ່ວມກອງປະຊຸມສຸດຍອດ ອາຊຽນ - ຈີນ ຄັ້ງທີ 28.

Top