• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສະພາຄວາມໝັ້ນຄົງ ສປຊ ຂຶ້ນແຜນການຈັດກອງປະຊຸມກ່ຽວກັບສະພາບການຢູ່ ມຽນມາ

      ໃນວັນດຽວກັນ, ຜູ້ຕາງໜ້າການຄ້າ ອາເມລິກາ (USTR) ໄດ້ປະກາດ ຢຸດຕິທຸກໆຄຳໝັ້ນສັນຍາທາງການຄ້າ ຂອງ ອາເມລິກາ ກັບ ມຽນມາ, ເຊິ່ງຈະມີຜົນສັກສິດຢ່າງທັນທີ. ໃນວັນດຽວກັນ, ທ່ານ Dmitry Peskov  ໂຄສົກວັງ Kremlin ໃຫ້ຮູ້ວ່າ ລັດເຊຍ ກໍ່ມີຄວາມວິຕົກກັງວົນທີ່ສຸດຕໍ່ສະພາບການຢູ່ ມຽນມາ.
ຕຳຫຼວດ ມຽນມາ ປະຕິບັດການປ້ອງກັນຄວາມສະຫງົບຢ່າງເຂັ້ມງວດຢູ່ເມືອງ Hlaingthaya, ນະຄອນ Yangon (ພາບ: AFP/TTXVN)
      ໃນວັນທີ 29 ມີນາ ບັນດາແຫຼ່ງຂ່າວການຕ່າງປະເທດ ໃຫ້ຮູ້ວ່າ ອັງກິດ ໄດ້ຮຽກຮ້ອງໃຫ້ຮຽກໂຮມສະພາຄວາມໝັ້ນຄົງ ສປຊ ຈັດກອງປະຊຸມດ່ວນ ກ່ຽວກັບສະພາບການຢູ່ ມຽນມາ. ຕາມແຫຼ່ງຂ່າວດັ່ງກ່າວແລ້ວ, 15 ປະເທດສະມາຊິກ ສະພາຄວາມໝັ້ນຄົງ ສປຊ ຈະເລີ່ມກອງປະຊຸມລັບໃນວັນທີ 31 ມີນາ ແລະ ຮັບຟັງບົດລາຍງານສະພາບການຂອງທ່ານ  Christine Schraner Burgener ທູດພິເສດ ສປຊ ກ່ຽວກັບ ມຽນມາ.
        ໃນເຫດການທີ່ກ່ຽວຂ້ອງ, ທ່ານ Toshimitsu Motegi  ລັດຖະມົນຕີກະຊວງການຕ່າງປະເທດ ຍີ່ປຸ່ນ ໄດ້ສະແດງຄວາມຊົມເຊີຍຕໍ່ບັນດາຄວາມມານະພະຍາຍາມຂອງ ອາຊຽນ ເພື່ອແນໃສ່ຮັບມືກັບວິກິດການຢູ່ ມຽນມາ. ທີ່ການໂອ້ລົມສົນທະນາກັບຄູ່ຮ່ວມຕຳແໜ່ງອິນໂດເນເຊຍ ທ່ານ Retno Marsudi ເຊິ່ງພວມມີການຢ້ຽມຢາມ ຍີ່ປຸ່ນ, ລັດຖະມົນຕີການຕ່າງປະເທດ ສອງທ່ານ ໄດ້ເຫັນດີເປັນເອກະພາບຮ່ວມມືກັນຢ່າງແໜ້ນແຟ້ນ ເພື່ອແນໃສ່ປັບປຸງສະພາບການ.
        ແລະກໍ່ໃນວັນດຽວກັນ, ຜູ້ຕາງໜ້າການຄ້າ ອາເມລິກາ (USTR) ໄດ້ປະກາດ ຢຸດຕິທຸກໆຄຳໝັ້ນສັນຍາທາງການຄ້າ ຂອງ ອາເມລິກາ ກັບ ມຽນມາ, ເຊິ່ງຈະມີຜົນສັກສິດຢ່າງທັນທີ. ໃນວັນດຽວກັນ, ທ່ານ Dmitry Peskov  ໂຄສົກວັງ Kremlin ໃຫ້ຮູ້ວ່າ ລັດເຊຍ ກໍ່ມີຄວາມວິຕົກກັງວົນທີ່ສຸດຕໍ່ສະພາບການຢູ່ ມຽນມາ.
 (ແຫຼ່ງຄັດຈາກ VOV)

      

IAEA ຖອນ​ຕົວ​ນັກ​ກວດ​ກາ​ນິວ​ເຄຼຍ ອອກ​ຈາກ​ອີ​ຣານ ຍ້ອນຄວາມ​ວິ​ຕົກ​ກັງ​ວົນ​ຕໍ່​ບັນ​ຫາ​ຄວາມ​ປອດ​ໄພ

IAEA ຖອນ​ຕົວ​ນັກ​ກວດ​ກາ​ນິວ​ເຄຼຍ ອອກ​ຈາກ​ອີ​ຣານ ຍ້ອນຄວາມ​ວິ​ຕົກ​ກັງ​ວົນ​ຕໍ່​ບັນ​ຫາ​ຄວາມ​ປອດ​ໄພ

ວັນທີ 4 ກໍລະກົດ, ອົງການພະລັງງານປະລະມານູສາກົນ (IAEA) ໃຫ້ຮູ້ວ່າ ອົງການນີ້ໄດ້ຖອນຕົວນັກກວດການິວເຄຼຍອອກຈາກອີຣານ ຍ້ອນຄວາມວິຕົກກັງວົນຕໍ່ບັນຫາກ່ຽວກັບຄວາມປອດໄພ.

Top