• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສະຖານທູດ ຫວຽດນາມ ປະຈຳ ການາດາ ຈັດພິທີບູຊາເຈົ້າຊີວິດຮຸ່ງ ທາງອອນລາຍ

ສະຖານທູດຫວຽດນາມ ປະຈຳ ການາດາ ໄດ້ຈັດພິທີບູຊາເຈົ້າຊີວິດຮຸ່ງ ທາງອອນລາຍ ໃນທົ່ວປະເທດ ການາດາ ຍ້ອນຜົນກະທົບຂອງໂລກລະບາດໂຄວິດ-19.
ພິທີບູຊາເຈົ້າຊີວິດຮຸ່ງ ທາງອອນລາຍ. (ພາບ: TTXVN)
ວັນທີ 17 ເມສາ, ສະຖານທູດຫວຽດນາມ ປະຈຳ ການາດາ ໄດ້ຈັດພິທີບູຊາເຈົ້າຊີວິດຮຸ່ງ ທາງອອນລາຍ ໃນທົ່ວປະເທດ ການາດາ ຍ້ອນຜົນກະທົບຂອງໂລກລະບາດໂຄວິດ-19. ທີ່ພິທີບູຊາ, ທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳ ການາດາ ຫງວຽນກາວຟອງ ໄດ້ປະຕິບັດພິທີຖະຫວາຍທູບ ແລະ ອ່ານຄຳສູດອາໄລຫາບັນດາເຈົ້າຊີວິດຮຸ່ງ, ຕອບບຸນແທນຄຸນບັນພະບຸລຸດທີ່ມີຜົນງານສ້າງສາປະເທດຊາດ, ຕີພວກສັດຕູຜູ້ຮຸກຮ້ານໃຫ້ຖອຍໄປ, ປົກປັກຮັກສາປະເທດຊາດ. ຢູ່ບັນດາສະຖານທີ່ຖ່າຍຖອດ, ພໍ່ແມ່ປະຊາຊົນໃນປະຊາຄົມຊາວຫວຽດນາມ ປະຈຳການາດາ ສະແດງຄວາມປາດຖະໜາວ່າ, ວັດທະນະທຳຫວຽດນາມ ຈະແຜ່ຂະຫຍາຍຢ່າງແຮງກວ່າ, ເພື່ອໃຫ້ໂລກຮູ້ຈັກເຖິງປະເທດຫວຽດນາມ ແມ່ນຊາດໜຶ່ງອົງອາກກ້າຫານໃນບັນດາບັ້ນຕໍ່ສູ້ຕ້ານຈັດກະພັດເທົ່ານັ້ນ, ຫາກຍັງແມ່ນຊາດໜຶ່ວທີ່ສະຫຼາດສະຫຼຽວ, ມີຈິດໃຈເມດຕາປານີ ແລະ ມີຄວາມສາມັກຄີກັນອີກດ້ວຍ.
 (ແຫຼ່ງຄັດຈາກ VOV)

IAEA ຖອນ​ຕົວ​ນັກ​ກວດ​ກາ​ນິວ​ເຄຼຍ ອອກ​ຈາກ​ອີ​ຣານ ຍ້ອນຄວາມ​ວິ​ຕົກ​ກັງ​ວົນ​ຕໍ່​ບັນ​ຫາ​ຄວາມ​ປອດ​ໄພ

IAEA ຖອນ​ຕົວ​ນັກ​ກວດ​ກາ​ນິວ​ເຄຼຍ ອອກ​ຈາກ​ອີ​ຣານ ຍ້ອນຄວາມ​ວິ​ຕົກ​ກັງ​ວົນ​ຕໍ່​ບັນ​ຫາ​ຄວາມ​ປອດ​ໄພ

ວັນທີ 4 ກໍລະກົດ, ອົງການພະລັງງານປະລະມານູສາກົນ (IAEA) ໃຫ້ຮູ້ວ່າ ອົງການນີ້ໄດ້ຖອນຕົວນັກກວດການິວເຄຼຍອອກຈາກອີຣານ ຍ້ອນຄວາມວິຕົກກັງວົນຕໍ່ບັນຫາກ່ຽວກັບຄວາມປອດໄພ.

Top