• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສະຖານທູດຫວຽດນາມປະຈຳອັງກິດສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນກັບຝ່າຍອັງກິດເພື່ອສືບສວນເຫດ 39 ຄົນເສຍຊີວິດໃນຕູຄອນເທັນເນີ

      ຕຳຫຼວດເຂດ Essex ໃຫ້ຮູ້ວ່າ, ຍັງດຳເນີນການກວດສັນສູດຊາກສົບໃນເຫດການ, ຕ້ອງໃຊ້ເວລາປະມານ 1 ອາທິດເພື່ອຢັ້ງຢືນໄດ້ເຖິງຂໍ້ມູນຂອງຜູ້ເສຍຊີວິດ.

39 ຄົນເສຍຊີວິດໃນລົດຂົນສົ່ງຢູ່ເຂດອຸດສາຫະກຳ Waterglade ຂຶ້ນກັບເຂດ Essex
(ພາບປະກອບ: AFP/TTXVN)
      ປະຈຸບັນ, ສະຖານທູດຫວຽດນາມ ປະຈຳອັງກິດ ພວມສົມທົບກັບຕຳຫຼວດ ແລະ ອົງການອຳນາດການປົກຄອງທ້ອງຖິ່ນເຂດ Essex, ແຈ້ງຂໍ້ມູນຂອງບັນດາຄອບຄົວຊາວຫວຽດນາມ ທ່ີມີຍາດຕິພີ່ນ້ອງຫາຍສາບສູນໃນໄລຍະເກີດເຫດ 39 ຄົນເສຍຊີວິດໃນລົດຂົນສົ່ງຢູ່ເຂດອຸດສາຫະກຳ Waterglade ຂຶ້ນກັບເຂດ Essex, ທາງທິດຕາເວັນອອກສ່ຽງເໜືອລອນດອນ. ສະຖານທູດຫວຽດນາມ ປະຈຳອັງກິດ ພ້ອມແລ້ວທີ່ຈະປະຕິບັດບັນດາມາດຕະການປົກປ້ອງພົນລະເມືອງ ໃນກໍລະນີມີພົນລະເມືອງເຊິ່ງແມ່ນຊາວຫວຽດນາມ.
        ໃນຂະນະນັ້ນ, ຕຳຫຼວດເຂດ Essex ໃຫ້ຮູ້ວ່າ, ຍັງດຳເນີນການກວດສັນລະສູດຊາກສົບໃນເຫດການ, ຕ້ອງໃຊ້ເວລາປະມານ 1 ອາທິດເພື່ອຢັ້ງຢືນໄດ້ເຖິງຂໍ້ມູນຂອງຜູ້ເສຍຊີວິດ.
        ມີຂໍ້ມູນຂ່າວອື່ນໆອີກເຊິ່ງໜັງສືພິມສະບັບຕ່າງໆຂອງອັງກິດ ລົງພິມນັ້ນແມ່ນ, ຕຳຫຼວດອັງກິດ ສົງໄສວ່າ ລົດຄອນແທັນເນີ ທີ່ພົບເຫັນດັ່ງກ່າວແມ່ນໜຶ່ງໃນຈຳນວນລົດຂົນສົ່ງຄອນເທັນເນີ 3 ຄັນທີ່ນຳຊາວອົບພະຍົບເຂົ້າເມືອງອັງກິດ ຢ່າງຜິດກົດໝາຍເທົ່ານັ້ນ. ຍ້ອນລັກສະນະຮ້າຍແຮງ ແລະ ສັບສົນຂອງເຫດການ, ສະນັ້ນ, ການສືບສວມພວມດຳເນີນຢູ່ລະດັບເອີລົບ, ໂດຍສູນສືບສວນ ຕ້ານອາດຊະຍາກຳກ່ຽວຂ້ອງເຖິງການເຂົ້າເມືອງຢູ່ ບຣຸກແຊນ, ສັງກັດຕຳຫຼວດເອີລົບ (Europol) ເປັນຜູ້ປະສານງານ.
 (ແຫຼ່ງຄັດຈາກ VOV)

ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ເປັນປະທານກອງປະຊຸມປະຈຳເດືອນ ພະຈິກ ປີ 2025 ຂອງລັດຖະບານ ຫວຽດນາມ

ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ເປັນປະທານກອງປະຊຸມປະຈຳເດືອນ ພະຈິກ ປີ 2025 ຂອງລັດຖະບານ ຫວຽດນາມ

ບັນດາໝາກຜົນລະອຽດເດືອນນີ້ດີກວ່າເດືອນກ່ອນ, ດີກວ່າເມື່ອທຽບໃສ່ກັບໄລຍະດຽວກັນຂອງປີ 2024, ຊີວິດທາງດ້ານວັດຖຸ ແລະ ຈິດໃຈຂອງປະຊາຊົນໄດ້ຮັບການຍົກສູງຂຶ້ນ.

Top