• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສະຖານທູດຫວຽດນາມ ປະຈໍາ ມາເລເຊຍ ອວຍພອນວັນຊາດລາວ

      ໃນຕະຫຼອດ 43 ປີ ຜ່ານມາ, ພາຍໃຕ້ການຊີ້ນໍານໍາພາອັນສະຫຼາດສ່ອງໃສຂອງພັກປະຊາຊົນປະຕິວັດລາວ, ປະເທດລາວ ຍາດໄດ້ຜົນງານອັນໃຫຍ່ຫຼວງຫຼາຍຢ່າງ ແລະ ຮອບດ້ານໃນທຸກຂົງເຂດ

ທ່ານເອກອັກຄະລັດຖະທູດ ເລກີວກວິິ່ງ ມອບດອກໄມ້ ອວຍພອນທ່ານເອກອັກຄະລັດຖະທູດລາວ ຫຸມດາວພອນ ສຸກຂະເສີມ ເນື່ອງໃນໂອກາດສະເຫຼີມສະຫຼອງວັນຊາດ ລາວ ຄົບຮອບ 43 ປີ (ພາບ: vietnamplus.vn)
      ວັນທີ 30 ພະຈິກ, ທ່ານ ເລກີວກວິິ່ງ ເອກອັກຄະລັດຖະທູດຫວຽດນາມ ປະຈໍາ ມາເລເຊຍ ໄດ້ນໍາໜ້າຄະນະຜູ້ແທນສະຖານທູດ ແລະ ບັນດາອົງການຕາງໜ້າຫວຽດນາມ ປະຈໍາ ມາເລເຊຍ ໄດ້ໄປສະຖານທູດລາວ ປະຈໍາ Kuala Lumpur, ປະເທດມາເລເຊຍ ເພື່ອອວຍພອນວັນສະຖາປະນາປະເທດ ສປປ ລາວ ຄົບຮອບ 43 ປິ (02/12/1975  - 02/12/2018).   
ທີ່ການຕ້ອນຮັບ, ທ່ານເອກອັກຄະລັດຖະທູດລາວ ຫຸມດາວພອນ ສຸກຂະເສີມ ໄດ້ສະແດງຄວາມຂອບອົກຂອບໃຈ ຕໍ່ນໍ້າໃຈອັນດີງາມ ເຊິ່ງພັກ, ລັດ ແລະ ປະຊາຊົນຫວຽດນາມ ສະຫງວນໃຫ້ ພັກ, ລັດ ແລະ ປະຊາຊົນລາວໃນຕະຫຼອດ 43 ປີ ຜ່ານມາ. ທ່ານເນັ້ນໜັກວ່າ ການພົວພັນລະຫວ່າງລາວ ແລະ ຫວຽດນາມ ແມ່ນສາຍພົວພັັັັນພິເສດ.
       ສ່ວນທ່ານເອກອັກຄະລັດຖະທູດ ເລກີວກວິິ່ງ ຖືວ່າ ໃນຕະຫຼອດ 43 ປີ ຜ່ານມາ, ພາຍໃຕ້ການຊີ້ນໍານໍາພາອັນສະຫຼາດສ່ອງໃສຂອງພັກປະຊາຊົນປະຕິວັດລາວ, ປະເທດລາວ ຍາດໄດ້ຜົນງານອັນໃຫຍ່ຫຼວງຫຼາຍຢ່າງ ແລະ ຮອບດ້ານໃນທຸກຂົງເຂດ, ພິເສດແມ່ນໃນປີ 2018, ເຖິງວ່າ ລາວ ໄດ້ປະສົບກັບຄວາມຫຍຸ້ງຍາກຈາກໄພນໍ້າຖ້ວມກໍຕາມ ແຕ່ສະພາບການການເມືອງ, ຄວາມສະຫງົບປອດໄພຍັງໄດ້ຮັກສາຢ່າງໝັ້ນຄົງ, ເສດຖະກິດ - ສັງຄົມພັດທະນາເປັນປົກກະຕິ.
 (ແຫຼ່ງຄັດຈາກ VOV)

ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ​ຕາມ​ທິດ​ເປັນ​ເຈົ້າ​ການ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ ທັນ​ສະ​ໄໝ

ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ​ຕາມ​ທິດ​ເປັນ​ເຈົ້າ​ການ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ ທັນ​ສະ​ໄໝ

ທ່ານເລຂາທິການໃຫຍ່ ໂຕເລິມ ໃຫ້ຮູ້ວ່າເພື່ອປະຕິບັດບັນດາເປົ້າໝາຍສ້າງກອງທັບປະຊາຊົນ ຫວຽດນາມປະຕິວັດ, ເປັນກຳລັງຫຼວງ, ຍອດຢ້ຽມ, ທັນສະໄໝ, ພັກ, ລັດມີຄວາມເອົາໃຈໃສ່ເປັນພິເສດເຖິງການກໍ່ສ້າງ, ພັດທະນາຂະແໜງອຸດສາຫະກຳປ້ອງກັນຊາດ.

Top