• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສສ ຍີ່ປຸ່ນ ພົບປະກັບທ່ານປະທານສະພາປຶກສາການເມືອງ ປຊຊ ຈີນ ອີເຈີ້ງເສິ່ງ


(ພາບປະກອບ: Kyodo/TTXVN)
      ສສ ຍີ່ປຸ່ນ​ Takeo Kawamura ​ໄດ້​ມີ​ການພົບ​ປະ​ກັບ​ທ່ານ​ປະທານ​ສະພາ​ປຶກສາ​ການ​ເມືອງ​ ປຊຊ ຈີນ​ ອີ​​ເຈີ້​ງ​ເສິ່ງ, ຢູ່​ປັກ​ກິ​ງ, ​ໃນ​ສະພາບ​ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​ພວມ​ເຄັ່ງ​ຕຶງ. ນີ້​ແມ່ນ​ການ​ພົບ​ປະ​ດ້ານ​ການ​ເມືອງ​ສູງ​ສຸດ​ລະຫວ່າງ​ສອງ​ປະ​ເທດ​ນັບ​ແຕ່​ສະພາບ​ເຄັງ​ຕຶງ​ຂຶ້ນ​ຕື່ມ​ໃນ​ເດືອນ 8 ທີ່​ກ່ຽວຂ້ອງ​ເຖິງ​ການ​ເຄື່ອນ​ໄຫວ​ຂອງ​ກຳ່​ປັ່ນ ຈີນ ຢູ່​ໃກ້​ກັບ​ໝູ່​ເກາະ​ທີ່​ພວມ​ຂັດ​ແຍ້​ງກັນ​ໃນ​ທະ​ເລ​ຮວາ​ຕຸ​ງ. ​ໝູ່​ເກາະ​ເຊິ່ງ​ ໂຕ​ກຽວ​ເອີ້ນ​ວ່າ Senkaku ​ແລະ ປັກ​ກິ່​ງ​ເອີ້ນ​ວ່າ ຕ້ຽວ​ອີ ​ແມ່ນ​ໝູ່​ເກາະ​ນ້ອຍ ນອນ​ຢູ່​ຫ່າງ​ຈາກ​ເກາະ​ໃຫຍ່​ຂອງ​ແຂວງ Okinawa ຂອງ​ ຍີ່ປຸ່ນ ​ໄປ​ທາງ​ທິດຕາ​ເວັນ​ຕົກ​ປະມານ 400 km ​ແລະ​ປະຈຸ​ບັນ​ໂດຍ​ຍີ່ປຸ່ນ​ຄວບ​ຄຸມ, ​ແຕ່​ຈີນ​ພັດ​ຖະ​ແຫຼ​ງວ່າ​ມັນ​ຂຶ້ນ​ກັບອະທິປະ​ໄຕຂອງ​ຕົນ ​ແລະ ​ເຄີຍ​ໃຫ້​ກຳ່​ປັ່ນ ​ແລະ ​ເຮືອບິນ​ເຂົ້າ​ເຂດ​ທະ​ເລ​ຢູ່​ອ້ອມ​ໝູ່​ເກາະ​​ແຫ່ງ​ນີ້.
 (ແຫຼ່ງຄັດຈາກ VOV)

ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ: ຕອບ​ບຸນ​ແທນ​ຄຸນ ແມ່ນ​ນະ​ໂຍ​ບາຍ​ໃຫຍ່, ເປັນ​ສຽງ​ເວົ້າ​ຈາກ​ຫົວ​ໃຈ

ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ: “ຕອບ​ບຸນ​ແທນ​ຄຸນ” ແມ່ນ​ນະ​ໂຍ​ບາຍ​ໃຫຍ່, ເປັນ​ສຽງ​ເວົ້າ​ຈາກ​ຫົວ​ໃຈ

ວຽກງານ “ຕອບບຸນແທນຄຸນ”, “ກິນເຂົ້າຄິດຮອດຄຸນນາ, ກິນປາຄິດຮອດຄຸນນ້ຳ” ບໍ່ພຽງແຕ່ແມ່ນນະໂຍບາຍໃຫຍ່ເທົ່ານັ້ນ, ຫາກຍັງແມ່ນສຽງເວົ້າຈາກຫົວໃຈ, ຄວາມຮັບຜິດຊອບດ້ານການເມືອງ, ຫຼັກສິນທຳຂອງທັງລະບົບການເມືອງ ແລະ ທົ່ວສັງຄົມ.

Top