• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສປປ.ເກົາຫຼີ ຮຽກຮ້ອງໃຫ້ອາເມລິກາ ເຈລະຈາດ້ານນິວເຄຼຍ

      ວັນທີ 30 ກັນຍາ, ທ່ານ Kim Song ເອກອັກຄະລັດຖະທູດ ສປປ.ເກົາຫຼີ ປະຈຳ ສປຊ ໄດ້ຮຽກຮ້ອງໃຫ້ ອາເມລິກາດຳເນີນການເຈລະຈານິວເຄຼຍດ້ວຍບັນດາຂໍ້ສະເໜີໃຫມ່ເຊິ່ງພຽງຢາງອາດຈະຍອມຮັບໄດ້.

ທ່ານ Kim Song ເອກອັກຄະລັດຖະທູດ ສປປ.ເກົາຫຼີ ປະຈຳ ສປຊ ກ່າວຄຳເຫັນການຖະແຫຼງຂ່າວຢູ່ ນິວຢອກ (ພາບ: TTXVN)
      ກ່າວຄຳເຫັນທີ່ ສະມັດຊາໃຫຍ່ ສປຊ ຢູ່ ນິວຢອກ, ທ່ານ Kim Song ໃຫ້ຮູ້ວ່າ ສປປ.ເກົາຫຼີພ້ອມແລ້ວທີ່ຈະໃຫ້ ອາເມລິກາຕັດສິນ ບັນດາການເຈລະຈາລະຫວ່າງສອງປະເທດຈະກາຍເປັນໂອກາດ ຫຼື ເຫດຜົນຂອງການເຮັດໃຫ້ຄວາມເຄັ່ງຕຶງເພີ່ມຂຶ້ນ. ທ່ານ Kim Song ຮຽກຮ້ອງໃຫ້ ອາເມລິກາ ປະຕິບັດຖະແຫຼງການຮ່ວມທີ່ບັນລຸໄດ້ພາຍຫຼັງກອງປະຊຸມສຸດຍອດລະຫວ່າງສອງປະເທດ ອາເມລິກາ - ສປປ.ເກົາຫຼີ ຄັ້ງທີ 1 ເມື່ອ ເດືອນມິຖຸນາ 2018 ທີ່ຜ່ານມາ ຢ່າງຄົບຖ້ວນ. ເນື້ອໃນຕົ້ນຕໍຂອງຖະແຫຼງການນີ້ແມ່ນ ຊຸກຍູ້ການພົວພັນໃຫມ່ລະຫວ່າງສອງປະເທດ, ພ້ອມທັງມຸ່ງໄປສູ່ການປອດນິວເຄຼຍໃນແຫຼມເກົາຫຼີ. ທ່ານເອກອັກຄະລັດຖະທູດຖືວ່າ ການພົວພັນລະຫວ່າງ ອາເມລິກາ - ສປປ.ເກົາຫຼີມີບໍ່ມີຄວາມຄືບໜ້າປານໃດໃນສະພາບການທີ່ ແຫຼມເກົາຫຼີ ຍັງບໍ່ທັນຫຼຸດພົ້ນອອກຈາກສະພາບການທີ່ມີຄວາມເຄັ່ງຕຶງ ແລະ ໄພອັນຕະລາຍທີ່ນັບມື້ນັບເພີ່ມຂຶ້ນ. ທ່ານ Kim Song ກໍ່ຕຳໜິຕິຕຽນ “ນະໂຍບາຍເປັນປໍລະປັກ” ຂອງ ວໍໍຊິງຕັນຕ້ານພຽງຢາງ.
        ຖະແຫຼງການຂອງທ່ານ Kim Song ໄດ້ຍົກອອກມາໃນສະພາບການລະຫວ່າງ ອາເມລິກາ ແລະ ສປປ.ເກົາຫຼີ ຄາດວ່າຈະເຊື່ອມຕໍ່ບັນດາການເຈລະຈາຂັ້ນນັກຊ່ຽວຊານກ່ຽວກັບວິວັດການປອດນິວເຄຼຍຄືນໃໝ່ໃນຊຸມອາທິດຈະມາເຖິງ.
 (ແຫຼ່ງຄັດຈາກ VOV)

ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ: ສືບ​ຕໍ່​ປຸກ​ລຸກ​ນ້ຳ​ໃຈ​ປ່ຽນ​ແປງ​ໃໝ່​ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ວັນ​ລິງ

ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ: ສືບ​ຕໍ່​ປຸກ​ລຸກ​ນ້ຳ​ໃຈ​ປ່ຽນ​ແປງ​ໃໝ່​ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ວັນ​ລິງ

ຊີວິດ ແລະ ພາລະກິດຂອງທ່ານເລຂາທິການໃຫຍ່ ຫງວຽນວັນລິງ ຕິດພັນກັບຂະບວນການປະຕິວັດແຕ່ຊຸມປີ 1930 ຢູ່ພາກເໜືອ ຫວຽດນາມ ແລະ ຫຼາຍປີຢູ່ພາກໃຕ້ ຫວຽດນາມ ກ່ອນທີ່ຮັບດຳລົງຕຳແໜ່ງເປັນເລຂາທິການໃຫຍ່ພັກຄອມມູນິດ ຫວຽດນາມ ເມື່ອປີ 1986.

Top