• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສປປ.ເກົາຫຼີ ພຽງແຕ່ເຈລະຈາກ່ຽວກັບການສ້າງແຫຼມເກົາຫຼີປອດນິວເຄຼຍ ກັບ ອາເມລິກາ ເມື່ອທຸກການນາບຊູ່ຖືກຍົກເລີກດເທົ່ານັ້ນ

      ໃນຖະແຫຼງການ, ຫົວໜ້າກົມຮັບຜິດຊອບບັນດາບັນຫາຢູ່ທະວີບ ອາເມລິກາ ຂຶ້ນກັບ ກະຊວງການຕ່າງປະເທດ ສປປ.ເກົາຫຼີ ກໍກ່າວເຕືອນວ່າ ອາເມລິກາ ແມ່ນຝ່າຍຕັດສິນວ່າ ການພົບປະຄັ້ງຈະມາເຖິງຈະແມ່ນ ເປີດໂອກາດທີ່ດີຫຼື ຈະແມ່ນວິກິດການ.

ທ່ານ Kwon Jong Gun ຫົວໜ້າກົມຮັບຜິດຊອບບັນດາບັນຫາຢູ່ທະວີບ ອາເມລິກາ ຂຶ້ນກັບ ກະຊວງການຕ່າງປະເທດ
ສປປ.ເກົາຫຼີ (ພາບ: TTXVN)
            ວັນທີ 16 ກັນຍາ, ສໍານັກຂ່າວສານສູນກາງ ສປປ.ເກົາຫຼີ (KCNA) ໄດ້ຄັດສະເໜີຖະແຫຼງການສະບັບໜຶ່ງຂອງວົງການເຈົ້າໜ້າທີ່ກະຊວງການຕ່າງປະເທດ ສປປ.ເກົາຫຼີ ໂດຍໃຫ້ຮູ້ວ່າ ການເຈລະຈາຂັ້ນນັກວິຊາການ ກັບ ອາເມລິກາ ອາດຈະຖືກດໍາເນີນໃນ “ 2 – 3 ອາທິດຈະມາເຖິງ”, ແຕ່ກໍເນັ້ນໜັກວ່າ ບັນດາການປຶກສາຫາລືກ່ຽວກັບການສ້າງແຫຼມເກົາຫຼີປອດນິວເຄຼຍ ຈະຖືກດໍາເນີນກໍ່ໍຕໍ່ເມື່ອ ທຸກການນາບຂູ່ສໍາລັບ ພຽງຢາງ ຖືກຍົກເລິກຢ່າງສິ້ນເຊີງເທົ່ານັ້ນ. ໃນຖະແຫຼງການ, ຫົວໜ້າກົມຮັບຜິດຊອບບັນດາບັນຫາຢູ່ທະວີບ ອາເມລິກາ ຂຶ້ນກັບ ກະຊວງການຕ່າງປະເທດ ສປປ.ເກົາຫຼີ ກໍກ່າວເຕືອນວ່າ ອາເມລິກາ ແມ່ນຝ່າຍຕັດສິນວ່າ ການພົບປະຄັ້ງຈະມາເຖິງຈະແມ່ນ “ເປີດໂອກາດທີ່ດີ” ຫຼື ຈະແມ່ນວິກິດການ.
        ເຈົ້າໜ້າທີີ່ຄົນດັ່ງກ່າວ ຫວັງວ່າ ການເຈລະຈາຂັ້ນນັກວິຊາການທີ່ໄດ້ລໍຄອຍ ຈະດໍາເນີນໃນ 2 – 3 ວັນຈະມາເຖິງ ໄດ້ລໍຄອຍວ່າ ຈະແມ່ນການພົບອັນປະດີງາມ, ແຕ່ສິ່ງດັ່ງກ່າວ ກໍ່ຂຶ້ນກັບວ່າ ອາເມລິກາ ຈະສະເໜີເນື້ອໃນຫຍັງແດ່ທີ່ການພົບປະ.
 (ແຫຼ່ງຄັດຈາກ VOV)

ການ​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນ​ລະ​ຫວ່າງ​ສະ​ຖາ​ບັນ​ຍຸ​ຕິ​ທຳ ຫວຽດ​ນາມ ແລະ ສະ​ຖາ​ບັນ​ຍຸ​ຕິ​ທຳ​ແຫ່ງ​ຊາດ ລາວ

ການ​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນ​ລະ​ຫວ່າງ​ສະ​ຖາ​ບັນ​ຍຸ​ຕິ​ທຳ ຫວຽດ​ນາມ ແລະ ສະ​ຖາ​ບັນ​ຍຸ​ຕິ​ທຳ​ແຫ່ງ​ຊາດ ລາວ

ບົນພື້ນຖານການພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງປະເທດ ຫວຽດນາມ - ລາວ, ກວ່າ 2 ທົດສະວັດຜ່ານມາ, ສະຖາບັນຍຸຕິທຳ ຫວຽດນາມ ແລະ ສະຖາບັນຍຸຕິທຳລາວ ໄດ້ພ້ອມກັນຂຽນຕໍ່ເລື່ອງລາວທີ່ດີງາມກ່ຽວກັບການແບ່ງປັນພູມປັນຍາ, ການໜູນຊ່ວຍເຊິ່ງກັນແລະກັນ ໃນພາລະກິດ ກໍ່ສ້າງຖັນແຖວພະນັກງານກົດໝາຍໃຫ້ໝັ້ນຄົງເຂັ້ມແຂງ. ຈາກບັນດາການຢ້ຽມຢາມຄັ້ງທຳອິດ, ບັນດາຊຸດຮຽນທີ່ງ່າຍດາຍໃນຕົ້ນຊຸມປີ 2000, ຕະຫຼອດຮອດບັນດາໂຄງການຮ່ວມມືຂະໜາດໃຫຍ່, ການພົວພັນນັ້ນໄດ້ຮັບການເພີ່ມພູນຄູນສ້າງຢ່າງບໍ່ຢຸດຢັ້ງດ້ວຍນ້ຳໃຈສະຫາຍ, ອ້າຍນ້ອງທີ່ສະໜິດຕິດພັນ.

Top