• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສປຊ ສະໜັບສະໜູນບັນດາຂໍ້ລິເລີ່ມຂອງອາຊຽນ ແລະ ຫວຽດນາມ ໃນການຮັບມືກັບໂລກລະບາດ Covid – 19

      ວັນທີ 15 ກັນຍາ ໄດ້ດຳເນີນກອງປະຊຸມທາງອອນລາຍລະຫວ່າງຄະນະກຳມະການບັນດາຜູ້ຕາງໜ້າປະຈຳອາຊຽນ (CPR) ແລະ ສປຊ ໂດຍທ່ານ ເອກອັກຄະລັດຖະທູດ ເຈິ່ນດຶກບິ່ງ, ຫົວໜ້າຄະນະຕາງໜ້າຫວຽດນາມ ປະຈຳ ອາຊຽນຮ່ວມເປັນປະທານກັບ ທ່ານ Khaled Khiari ຜູ້ຊ່ວຍວຽກເລຂາທິການໃຫຍ່ສປຊ ຮັບຜິດຊອບດ້ານການເມືອງ ແລະ ບັນດາການເຄື່ອນໄຫວຮັກສາສັນຕິພາບ.
 
      
ກອງປະຊຸມທາງອອນລາຍລະຫວ່າງຄະນະກຳມະການບັນດາຜູ້ຕາງໜ້າປະຈຳອາຊຽນ (CPR) ແລະ ສປຊ    
ທີ່ກອງປະຊຸມ, ບັນດາປະເທດອາຊຽນ ແລະ ສປຊ ໄດ້ຕີລາຄາຢ່າງຕັ້ງໜ້າກ່ຽວກັບບັນດາບາດກ້າວພັດທະນາສຳຄັນຂອງການພົວພັນຄູ່ຮ່ວມມືຮອບດ້ານລະຫວ່າງ ອາຊຽນ ແລະ ສປຊ, ໃນນັ້ນມີການຮັກສາການພົບປະຂັ້ນສູງຢູ່ບັນດາກອງປະຊຸມສຸດຍອດຂອງອາຊຽນກັບບັນດາຄູ່ຮ່ວມມື ແລະ ຂັ້ນລັດຖະມົນຕີເນື່ອງໃນໂອກາດຈັດຕັ້ງບັນດາກອງປະຊຸມສະມັດຊາໃຫຍ່ ສປຊ.
            ກອງປະຊຸມໄດ້ສະຫງວນເວລາຫຼາຍເພື່ອປຶກສາຫາລືກ່ຽວກັບສະພາບການຮັບມືກັບໂລກລະບາດ Covid – 19 ໃນພາກພື້ນ ແລະ ທົ່ວໂລກ. ສປຊ ໄດ້ສະແດງການສະໜັບສະໜູນບັນດາຂໍ້ລິເລີ່ມຂອງອາຊຽນເວົ້າລວມ ແລະ ຂອງຫວຽດນາມ ໂດຍເປັນປະເທດປະທານອາຊຽນ  ເວົ້າສະເພາະ ໃນປີ 2020, ສປຊ ກໍ່ປາດຖະໜາຢາກໜູນຊ່ວຍ ອາຊຽນໃຫ້ຫຼາຍກ່ວາອີກໃນການຜັນຂະຫຍາຍແຜນຟື້ນຟູໄລຍະຫຼັງ ໂລກລະບາດ Covid – 19 ຂອງອາຊຽນ, ໜູນຊ່ວຍຜູ້ລີ້ໄພລັດ Rakhine ຂອງ ມຽນມາ, ພ້ອມກັບບັນດາຂົງເຂດຕ່າງໆຄື: ແມ່ຍິງ, ສັນຕິພາບ ແລະ ຄວາມໝັ້ນຄົງ…
(ແຫຼ່ງຄັດຈາກ VOV)

ນະ​ຄ​ອນ​ ໂຮ່​ຈີມິນ ຕັ້ງ​ຄວາມຫວັງ​​ຈະຕ້ອນ​ຮັບ​ແຂກ​ທ່ອງ​ທ່ຽວ​ສາ​ກົນ 10 ລ້ານ​ເທື່ອ​ຄົນ​ໃນ​ປີ 2025

ນະ​ຄ​ອນ​ ໂຮ່​ຈີມິນ ຕັ້ງ​ຄວາມຫວັງ​​ຈະຕ້ອນ​ຮັບ​ແຂກ​ທ່ອງ​ທ່ຽວ​ສາ​ກົນ 10 ລ້ານ​ເທື່ອ​ຄົນ​ໃນ​ປີ 2025

ໃນ 10 ເດືອນຜ່ານມາ, ນະຄອນ ໂຮ່ຈີມິນ ໄດ້ຕ້ອນຮັບແຂກທ່ອງທ່ຽວສາກົນເກືອບ 6,6 ລ້ານເທື່ອຄົນ, ເພີ່ມຂຶ້ນ 18% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ສະເພາະເດືອນຕຸລາ, ນະຄອນດັ່ງກ່າວຕ້ອນຮັບແຂກທ່ອງທ່ຽວສາກົນກວ່າ 705.000 ເທື່ອຄົນ, ເພີ່ມຂຶ້ນ 19% ເມື່ອທຽບໃສ່ໄລຍະດຽວກັນ ແລະ ຕ້ອນຮັບແຂກທ່ອງທ່ຽວພາຍໃນປະເທດ 3,9 ລ້ານເທື່ອຄົນ.

Top