• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ວຽກງານແກ້ໄຂຜົນຮ້າຍຢ່ອນຫຼັງຈາກພາຍຸ Doksuri

      ໄລ່ຮອດຕອນເຊົ້າວັນທີ 17 ກັນຍາ, ຄວາມເສຍຫາຍຍ້ອນພາຍຸລູກທີ 10 ຫຼືພາຍຸ Doksuri ໄດ້ພັດເຂົ້າບັນດາແຂວງພາກກາງຫວຽດນາມຈາກຮ່າຕິ້ງຫາກວາງບິງ ໃນວັນທີ 15 ກັນຍາ ໄດ້ເຮັດໃຫ້ 9 ຄົນເສຍຊີວິດ, 4 ຄົນຫາຍສາບສູນ ແລະ 112 ຄົນໄດ້ຮັບບາດເຈັບ. ເຮືອນປະມານ 165.000 ຫຼັງຖືກເລີກຫຼັງຄາ, ເປເພ ແລະ  ນ້ຳຖ້ວມ. 
ວຽກງານແກ້ໄຂຜົນຮ້າຍຢ່ອນຫຼັງຈາກພາຍຸ Doksuri 
      ເຮືອຫາປານ້ອຍໃຫຍ່ເກືອບ 200 ລຳຖືກໂຈມໃຕ້ນ້ຳ, ເນື້ອນາພືດສຳຮອງນັບໝື່ນແຮັກຕາຖືກເສຍຫາຍ, ເສົາໄຟຟ້າແຮງສູງ 1600 ເສົາຖືກຫັກພັງ ອັນໄດ້ພາໃຫ້ປະຊາຊົນບໍ່ມີໄຟຟ້າໃຊ້ຢ່າງຫຼວງຫຼາຍ.
    ຕໍ່ໜ້າສະພາບການດັ່ງກ່າວ, ແຂວງຮ່າຕິ້ງພວມລະດົມບັນດາກຳລັງທະຫານ, ຕຳຫຼວດ, ຊາວໜຸ່ມ…ພ້ອມກັບປະຊາຊົນແກ້ໄຂຜົນຮ້າຍຢ່ອນຫຼັງຍ້ອນພາຍຸກໍ່ຂຶ້ນ.
      ຢູ່ແຂວງກວາງບີງຊຶ່ງແມ່ນແຫ່ງຮັບຜົນສະທ້ອນຢ່າງໜັກກ່ຽວກັບຕາຂ່າຍໄຟຟ້າຈາກພາຍຸ. ມາຮອດປະຈຸບັນ, ບໍລິສັດໃຫຍ່ໄຟຟ້າພາກກາງໄດ້ຟື້ນຟູຕາຂ່າຍໄຟຟ້າເພື່ອຮັບໃຊ້ປະຊາຊົນ. ທ່ານ ຫງວຽນແທ່ງ, ຮອງຜູ້ອຳນວຍການໃຫຍ່ ບໍລິສັດໃຫຍ່ໄຟຟ້າພາກກາງໃຫ້ຮູ້ວ່າ :
    “ ມາຮອດປະຈຸບັນ, ບັນດາສະຖານທີ່ໃຈກາງຂອງເທດສະບານເມືອງໄດ້ມີໄຟຟ້າໃຊ້ແລ້ວ. ປະຈຸບັນພວມສືບຕໍ່ຟື້ນຟູ ຕາຂ່າຍໄຟຟ້າຢູ່ເຂດທີ່ຍັງເຫຼືອເພື່ອຟື້ນຟູການຜະລິດ. ບັນດາກຳລັງໄດ້ນຳເອົາພາຫະນະ, ລົດຍົນມາຮັບໃຊ້ຕະຫຼອດຄືນ ”
    ແລະ ກໍໃນວັນດຽວກັນ ວັນທີ 17 ກັນຍາ, ຢູ່ແຂວງກວາງຈິ, ທ້ອງຟ້າແຈ່ມໃສ, ທະເລກັບຄືນສູ່ປົກກະຕິ, ພາຍຫຼັງທີ່ໄດ້ແກ້ໄຂຜົນຮ້າຍຢ່ອນຫຼັງຍ້ອນພາຍຸກໍ່ຂຶ້ນ, ປະຊາຊົນໄດ້ກັບຄືນສູ່ການຜະລິດປົກກະຕິ. ຢູ່ບັນດາທ້ອງຖິ່ນແຄມທະລ, ຊາວປະມົງກໍເລີ່ມເດີນທະເລໄປຫາປາ. 
 (ແຫຼ່ງຄັດຈາກ VOV)

ໄຂກອງປະຊຸມສະໄໝສາມັນເທື່ອທີ 10 ສະພາແຫ່ງຊາດ ຫວຽດນາມ ຊຸດທີ 15

ໄຂກອງປະຊຸມສະໄໝສາມັນເທື່ອທີ 10 ສະພາແຫ່ງຊາດ ຫວຽດນາມ ຊຸດທີ 15

ຕອນເຊົ້າວັນທີ 20 ຕຸລາ, ຢູ່ຫໍປະຊຸມ ຢຽນຮົ່ງ, ຮ່າໂນ້ຍ, ສະພາແຫ່ງຊາດ ຫວຽດນາມ ໄດ້ໄຂກອງປະຊຸມສະໄໝສາມັນເທື່ອທີ 10, ເຊິ່ງແມ່ນກອງປະຊຸມຄັ້ງສຸດທ້າຍຂອງສະພາແຫ່ງຊາດ ຫວຽດນາມ ຊຸດທີ 15. ກອງປະຊຸມວຽກງານຫຼາຍທີ່ສຸດຂອງ ອາຍຸການ, ຄາດວ່າ ດຳເນີນເປັນເວລາປະມານ 40 ວັນ. ເຂົ້າຮ່ວມວາລະໄຂກອງປະຊຸມ, ມີທ່ານເລຂາທິການໃຫຍ່ພັກກອມມູນິດ ຫວຽດນາມ ໂຕເລິມ, ທ່ານປະທານປະເທດ ເລືອງເກື່ອງ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ແລະ ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ.

Top