• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ວົງການນັກຊ່ຽວຊານ ລັດເຊຍ ເອົາໃຈໃສ່ເຖິງເລື່ອງແກ້ໄຂການປະທະກັນຢູ່ທະເລຕາເວັນອອກ

ວັນທີ 11 ພຶດສະພາ ຢູ່ສະຫະພັນ ລັດເຊຍ, ສະຖາບັນຕາເວັນອອກວິທະຍາ ສັງກັດສະພາມະຫາບັນດິດວິທະຍາສາດສະຫະພັນ ລັດເຊຍ  ໄດ້ຈັດຕັ້ງກອງປະຊຸມສຳມະນາໂຕະມົນດ້ວຍຫົວຂໍ້ວ່າ “ການປະທະກັນຢູ່ທະເລຕາເວັນອອກ ໃນລະບົບການພົວພັນສາກົນທັນສະໄໝຢູ່ພາກພື້ນ ອາຊີ - ປາຊີຟິກ”.

ທີ່ກອງປະຊຸມສຳມະນາໂຕະມົນ (ພາບ: TTXVN)

ເຂົ້າຮ່ວມກອງປະຊຸມສຳມະນາມີບັນດານັກວິທະຍາສາດແຖວໜ້າຂອງສະຖາບັນຕ່າງໆ ແລະ ສູນຄົ້ນຄວ້າກ່ຽວກັບພາກພື້ນ ອາຊີ - ປາຊີຟິກ, ອາຊຽນ, ກົດໝາຍສາກົນເປັນຈຳນວນຫລວງຫລາຍ.

        ທີ່ກອງປະຊຸມສຳມະນາ, ບັນດານັກຊ່ຽວຊານຢືນຢັນວ່າ ການປະທະກັນຢູ່ທະເລຕາເວັນອອກ ພວມແມ່ນໜຶ່ງໃນບັນຫາໄພນາບຂູ່ໃຫຍ່ທີ່ສຸດ ຕໍ່ສະຖຽນລະພາບ ແລະ ຄວາມໝັ້ນຄົງທົ່ວໂລກ.

        ເມື່ອສິ້ນສຸດກອງປະຊຸມສຳມະນາ, ບັນດາຜູ້ແທນໄດ້ເຫັນດີເປັນເອກະພາບໂດຍຖືວ່າ: ບັນດາຝ່າຍຂັດແຍ້ງກັນຢູ່ທະເລຕາເວັນອອກ ຄວນແກ້ໄຂການປະທະກັນຜ່ານການເຈລະຈາສັນຕິພາບ, ບໍ່ນາບຂູ່ນຳໃຊ້ກຳລັງອາວຸດ ແລະ  ມີການກະທຳອີງໃສ່ພື້ນຖານກົດໝາຍສາກົນ ແລະ ສົນທິສັນຍາສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982 (UNCLOS).

(ແຫຼ່ງຄັດຈາກ VOV)


10 ເຫດການທ່ີພົ້ນເດັ່ນ ຂອງ ໂລກ ໃນປີ 2025 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

10 ເຫດການທ່ີພົ້ນເດັ່ນ ຂອງ ໂລກ ໃນປີ 2025 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

ຂໍເປັນກຽດ ນຳສະເໜີ 10 ເຫດການ ທີ່ພົ້ນເດັ່ນທີ່ສຸດຂອງ ໂລກ ໃນປີ 202ຸ5 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ ຄັດເລືອກ:

Top